ວັນທີ 16 ກໍລະກົດ 2021 ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢຽມຢາມເຮັດວຽກທີ່ແຂວງໄຊຍະບູລີ ໂດຍໄດ້ເຂົ້າພົບທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ເພື່ອລາຍງານຈຸດປະສົງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງກາແດງໃຫ້ທ່ານເຈົ້າແຂວງຊາບ, ເປັນຕົ້ນແມ່ນ 9 ຫນ້າທີຊ່ວຍເຫລືອປະຊາຊົນຜູ້ທຸກຍາກເຊັ່ນ: ວຽກງານຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພ, ການບໍລິຈາກເລືອດ-ສະໜອງເລືອດປອດໄພໃຫ້ຄົນເຈັບທີ່ໃຊ້ເລືອດໃນການປິ່ນປົວ, ສົ່ງເສີມສຸຂະພາບປະຊາຊົນໃນເຂດຫ່າງໄກ່ສອກຫລີກ, ກູ້ໄພສຸກເສີນໃນເວລາເກີດອຸປະຕິເຫດ ແລະອື່ນໆ. ໃນນັ້ນມີວຽກງານທີ່ສຳຄັນ ແລະພົ້ນເດັ່ນແມ່ນວຽກງານກູ້ໄພສຸກເສີນ, ວຽກງານຮັບບໍລິຈາກເລືອດ, ວຽກງານຊ່ວຍເຫຼືອບັນເທົາທຸກ ແລະ ອື່ນໆ ທີ່ໃຫ້ການເຫລືອປະຊົນພາຍໃນແຂວງໃນໄລຍະຜ່ານມາໄດ້ຢ່າງຫລວງຫລາຍ.

ໂອກາດດຽວກັນນີ້ ປະທານອົງການກາແດງລາວ ຍັງໄດ້ປຶກສາຫາລືຮ່ວມກັບຮອງເຈົ້າແຂວງຫລາຍບັນຫາ ເພື່ອພັດທະນາວຽກງານກາແດງຢູ່ແຂວງໄຊຍະບູລີໃຫ້ບັນລຸຕາມຄາດຫມາຍ ພ້ອມທັງຂໍທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ. ຈາກນັ້ນທ່ານຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງກາແດງແຂວງໃນໄລຍະຜ່ານມາໃຫ້ປະທານອົງການກາແດງຊາບ ເປັນຕົ້ນແມ່ນການຮັບມືກັບໄພນ້ຳຖ້ວມໃນຕົ້ນເດືອນມີຖຸນາຜ່ານມາ, ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ແລະວຽກງານອື່ນໆອີກຈໍານວນໜຶ່ງ.


ຈາກນັ້ນ, ປະທານອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫລືອຈໍານວນໜຶ່ງໃຫ້ແຂວງໄຊຍະບູລີ ປະກອບ ມີ: ເຂົ້າສານ, ປາກະປ໋ອງ, ນ້ຳດື່ມ, ຢາປົວພະຍາດ ແລະ ອື່ນໆ, ລວມມູນຄ່າ 84 ລ້ານກວ່າກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ.ເກົາຫຼີ, ສະພາກາຊາດໄທ, ບໍລິສັດຟຣູເດັນໂຊປະກັນຊີວິດ ແລະ ມູນິທິຮ່ວມໃຈພັດທະນາລາວ
ໂດຍ: ນັກຂ່າວອົງການກາແດງລາວ