ວັນທີ 26 ກໍລະກົດ 2021 ນີ້ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານກາແດງທີ່ແຂວງອຸດົມໄຊ, ໂດຍໄດ້ເຂົ້າພົບທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ເພື່ອລາຍງານການເຄື່ອນໄຫວວຽກງານກາແດງ ຊ່ວຍເຫລືອປະຊາຊົນຜູ້ທຸກຍາກພາຍໃນແຂວງໃຫ້ທ່ານຮອງເຈົ້າແຂວງຊາບ ແລະຂໍທິດທາງໃນການຊີ້ນນຳນຳພາໃນຕໍ່ຫນ້າໃຫ້ສຳເລັດຕາມແຜນການ ເປັນຕົ້ນແມ່ນວຽກງານການສ້າງສູນກູ້ໄພເພື່ອຊ່ວຍເຫຼືອເຫດສຸກເສີນໃຫ້ທັນສະພາບການເພື່ອຫຼຸດອັດຕາການເຈັບ, ພິການ ແລະເສຍຊີວິດຂອງປະຊາຊົນ, ການປຸກລະດົມຮັບບໍລິຈາກເລືອດ, ຂົນຂວາຍແຫຼ່ງທຶນ, ການໂຄສະນາເຜີຍແຜ່ພາລະບົດບາດ, ສິດ ແລະໜ້າທີ່, ເພື່ອໃຫ້ສັງຄົມຮັບຮູ້, ເຂົ້າໃຈ ແລະໃຫ້ອົງການປົກຄອງແຂວງຊ່ວຍປະສານງານກັບຂະແໜງການຕ່າງໆອ້ອມຂ້າງເພື່ອມີສ່ວນຮ່ວມໃນວຽກງານຂອງອົງການກາແດງໃຫ້ຫລາຍຂື້ນ,
ຈາກນັ້ນທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງໃນການລົງມາເຄື່ອນໄຫວຢ້ຽມຢາມຄັ້ງນີ້ວ່າ: ໄລຍະຜ່ານມາອົງການປົກຄອງແຂວງ ກໍໄດ້ເອົາໃຈໃສ່ກະຕຸກຊຸກຍູ້ ຢ່າງໃກ້ສິດກັບວຽກງານງານກາແດງ ໃນການຊີ້ນຳ ນຳພາໃນການປຸກລະດົມສັງຄົມປະກອບສ່ວນຊ່ວຍເຫລືອຜູ້ທຸກຍາກເປັນຕົ້ນ: ແມ່ນ 9 ຫນ້າວຽກຕົ້ນຕໍທີ່ກົດຫມາຍກຳນົດໄວ້, ເພື່ອເຮັດໃຫ້ວຽກງານກາແດງສຳເລັດຕາມແຜນການ.
ໃນມື້ດຽວກັນນີ້ຄະນະນຳອົງການກາແດງລາວພ້ອມດ້ວຍຄະນະຍັງໄດ້ ພົບປະໂອ້ລົມອ້າຍນ້ອງພະນັກງານຫຼັກແຫຼ່ງອົງການກາແດງແຂວງອຸດົມໄຊ ເພື່ອຊຸກຍູ້, ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໄປຕາມຄາດຫມາຍ ແລະໃຫ້ປະກົດຜົນເປັນຈິງພ້ອມນັ້ນຄະນະນຳກໍ່ໄດ້ລົງຕິດຕາມສາງເຄື່ອງພາກເໜືອປະຈຳແຂວງອຸດົມໄຊ, ເພື່ອເປັນການກະກຽມອຸປະກອນເຄື່ອງໃຊ້ ໃຫ້ການຊ່ວຍເຫລືອໃນເວລາເກີດໄພພິບັດສຸກເສີນໃນການຊ່ວຍເຫລືອປະຊາຊົນ ແລະລົງຕິດຕາມສູນເລືອດກາແດງແຂວງອຸດົມໄຊຕື່ມອີກ.
ໂດຍ: ນັກຂ່າວອົງການກາແດງລາວ
May be an image of 4 people, people standing, people sitting and indoor
Loading...