ວັນທີ 23 ພະຈິກ 2021 ທ່ານ ຮສ.ດຮ ພູທອນ ເມືອງປາກ ປະທານອົງ ການກາແດງລາວໄດ້ໃຫ້ກຽດຕ້ອນຮັບທ່ານ ນາງ.ບີອາເຕ ດາສ໌ເທວ (Beate Dastel) ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກປະຈຳ ສ ປປ ລາວ, ໃນໂອກາດນີ້, ທ່ານ ນາງ ບີອາເຕ ດາສ໌ເທວ (Beate Dastel) ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກປະຈຳ ສ ປປ ລາວ, ໄດ້ເຂົ້າຢ້ຽມພົບປະຫາລືໃນວຽກງານກາແດງ ແລະ ຕີລາຄາສູງການພົວພັນ ຮ່ວມ ມືກັບອົງການກາແດງລາວ ເພື່ອປຶກສາຫາລືສ້າງແຜນການຮ່ວມມືການຊ່ວຍເຫຼືອໃນໄລຍະ 5 ປີ ລະຫວ່າງອົງການກາແດງລາວ ແລະ ອົງການຢູນີເຊບ, ໂດຍສະເພາະແມ່ນປະຊາຊົນ ທີ່ທຸກຍາກຂາດເຂີນ, ປະສົບໄພພິບັດ ແລະອື່ນໆ.
ທ່ານ ນາງ ບີອາເຕ ດາສ໌ເທວ (Beate Dastel) ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ສຳລັບເດັກປະຈຳ ສ ປປ ລາວ ໄດ້ສະແດງຄວາມດີອົກດີໃຈທີ່ໃຫ້ການຕ້ອນຮັບຢ່າງຢ່າງອົບອຸ່ນແລະພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ວຍເຫຼືອອົງການກາແດງລາວ ໃນວຽກງານຕ່າງໆ , ເປັນຕົ້ນແມ່ນວຽກງານຕ້ານແລະຄວບຄຸມ ເຊື້ອພະຍາດໂຄວິດ-19, ວຽກງານການຊ່ວຍ ເຫຼືອບັນເທົາທຸກ, ການກູ້ໄພສຸກເສີນ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ, ວຽກງານເລືອດ, ການໂຄສະນາຊອກຫາແຫຼ່ງທຶນ ແລະ ວຽກງານອື່ນໆ, ເພື່ອຊອກຫາວິທີທາງໃນການຊ່ວຍເຫຼືອເຊິ່ງກັນແລະກັນ; ສ່ວນລາຍລະອຽດຂອງກິດຈະກຳຕ່າງໆນັ້ນ ແມ່ນອົງການຢູນິເຊບ ຈະໄດ້ສ້າງຮ່າງບົດບັນທຶກຄວາມເຂົ້າໃຈ ເພື່ອໃຫ້ອົງການກາແດງລາວຕອບສະໜອງຂໍ້ມູນກ່ຽວກັບວຽກງານຂອງຕົນເອງໃນແຕ່ລະປີ ແລ້ວຫັນມາເປັນກິດຈະກຳໃນການຈັດຕັ້ງປະຕິບັດ.
Loading...