ໃນລະຫວ່າງວັນທີ 19-22 ພຶດສະພາ 2022ນີ້ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກທີ່ແຂວງຫົວພັນ ໃນໂອກາດລົງເຄື່ອນໄຫວຢຽ້ມຢາມແຂວງຫົວພັນຄັ້ງນີ້ ປະທານອົງການກາແດງແຫ່ງຊາດລາວ ໄດ້ເຂົ້າຢ້ຽມຂຳນັບການນຳແຂວງ ໂດຍການຕ້ອນຮັບຂອງທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ແລະໄດ້ປຶກສາຫາລືຮ່ວມກັນໃນການພັດທະນາວຽກງານກາແດງ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍກົດຫມາຍກາແດງ,ບົດບາດຄວາມສຳຄັນວຽກງານກາແດງ. ການຈັດຕັ້ງຜັນຂະຫຍາຍແຜນຍຸດຖະສາດກາແດງ ແລະການພັດທະນາກາແດງແຂວງ, ການມີສ່ວມຮ່ວມຂອງສັງຄົມ, ການຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ເຊິ່ງມີ 9 ວຽກໃຫຍ່ຂອງກາແດງ ທີ່ຈະໄດ້ສູ້ຊົນເອົາໃຈໃສ່ພັດທະນາໃຫ້ມີຄວາມເຂັ້ມແຂງ
ໂອກາດນີ້ ທ່ານຮອງເຈົ້າແຂວງໄດ້ສະແດງຄວາມຊົມເຊີຍຍິນດີຕໍ່ການມາຢຽ້ມຢາມໃນຄັ້ງນີ້ , ແລະກ່າວວ່າ: ວຽກງານກາແດງເປັນວຽກງານທີ່ສຳຄັນ ທີ່ມີບົດບາດການຊ່ວຍເຫລືອສັງຄົມ ແລະຜູ້ທຸກຍາກ ,ເຊິ່ງການນຳແຂວງຈະໄດ້ເອົາໃຈໃສ່ຊຸກຍູ້ ປຸກລະດົມຫລາຍພາກສ່ວນເຂົ້າຮ່ວມເຄື່ອນໄຫວໃນວຽກງານກາແດງທາງດ້ານວັດຖຸຈິດໃຈໄດ້ຢ່າງກວ້າງຂວາງ. ເປັນຕົ້ນແມ່ນວຽກງານບໍລິຈາກເລືອດ ແລະ ວຽກງານປຸກລະດົມທາງດ້ານແຫຼ່ງທຶນ ເພື່ອໃຫ້ກາແດງຂອງແຂວງໄດ້ມີການເຄື່ອນໄຫວໄດ້ປົກກະຕິ.
ຈາກນັ້ນປະທານອົງການກາແດງແຫ່ງຊາດລາວຈຶ່ງໄດ້ເຂົ້າພົບປະໂອ້ລົມອ້າຍນ້ອງພະນັກງານກາແດງແຂວງຫົວພັນ ພ້ອມທັງມອບເຄື່ອງຊ່ວຍເຫລືອ ຕື່ມອີກ.
ໂດຍ: ນັກຂ່າວກາແດງລາວ


