ໃນຕອນບ່າຍ ຂອງວັນທີ 13 ມີນາ 2023, ທີ່ອົງການກາແດງແຫ່ງຊາດລາວ ທ່ານ ສຈ.ດຮ. ພູທອນ ເມືອງປາກ ປະ ທານອົງການກາແດງແຫ່ງຊາດລາວ ຕ້ອນຮັບທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ລາຊະອານະຈັກໄທ ປະຈຳສປປລາວ ເຂົ້າພົບປະຢ້ຽມ ຢາມປະທານອົງການກາແດງແຫ່ງ ຊາດລາວເພື່ອປຶກສາຫາລືໃນການພັດ ທະນາວຽກງານກາແດງ. ໃນໂອກາດນີ້, ທ່ານ. ສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແຫ່ງຊາດໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມຢາມໃນຄັ້ງນີ້ ແລະ ຕີລາຄາສູງ ຕໍ່ສາຍພົວພັນສອງຊາດທີມີມາແຕ່ຍາວນານ,ໃນໄລຍະຜ່ານມາ ທາງລາຊະອານາຈັກໄທ ກໍ່ຄືສະພາກາຊາດໄທ ກໍ່ໄດ້ໃຫ້ການຊ່ວຍເຫລືອອົງການກາແດງແຫ່ງຊາດລາວ ໃນຫລາຍດ້ານເຊັ່ນ:ການຊ່ວຍເຫລືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດ,ການແລກປຽນວີຊາການ, ການຢ້ຽມຢາມການນຳກາແດງແລະການຊ່ວຍເຫລືອດ້ານອື່ນໆ ການຢ້າມຢາມຄັ້ງນີ້ທັງເປັນການເພີ້ມທະວີຮັດແຫນ້ນສາຍພົວພັນທັງສອງຊາດທີ່ມີມາແລ້ວນັ້ນຍີ່ງໆຂື້ນ.

ໃນໂອການນີ້ທ່ານ ນາງ. ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ລາ ຊະອານະຈັກໄທ ປະຈຳສປປລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານອົງການກາແດງແຫ່ງຊາດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານປະທານອົງການກາແດງແຫ່ງຊາດລາວ ທີ່ໄດ້ຊອກຫາທຶນຮອນງົບປະມານ ມາຊ່ວຍເຫຼືອປະຊາຊົນລາວໂດຍສະເພາະຜູ້ທຸກຍາກຂາດເຂີນ, ໃນໄລຍະຜ່ານມາ ທາງສະພາກາຊາດໄທ ກໍ່ໄດ້ໃຫ້ການຊ່ວຍ ເຫຼືອ ອົງການກາແດງແຫ່ງຊາດລາວ ໃນວຽກງານຕ່າງໆ, ສຳລັບວຽກງານການບໍລິຈາກເລືອດເຫັນວ່າມີຄວາມສຳຄັນທີ່ສຸດ ສັງເກດເຫັນວ່າເລືອດບໍ່ພຽງພໍ ທາງພວກຂ້າພະເຈົ້າພ້ອມທີ່ຈະເປັນກະບອກສຽງໃນການປຸກລະດົມຂົນຂວາຍຜູ້ບໍລິ ຈາກເລືອດ ແລະ ສະໜອງແຫຼ່ງທຶນໃນອະນະຄົດໃຫ້ແກ່ອົງການກາແດງແຫ່ງ ຊາດລາວ, ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຈັດສັນລະບົບສາງ ເພື່ອໃຫ້ມີຄວາມເປັນລະບົບ ແລະ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອໃນດ້ານບຸກຄະລາກອນໃຫ້ຮູ້ເຖິງຫຼັກການໃນການເກັບຮັກສາເຄື່ອງ, ສຳລັບວຽກງານຂົນ ຂວາຍຊອກຫາແຫຼ່ງທຶນຕ້ອງໄດ້ມີການໂຄສະນາພາລະບົດບາດຂອງອົງການກາແດງແຫ່ງຊາດລາວອອກໃຫ້ສັງຄົມຮັບຮູ້ໄດ້ຢ່າງກ້ວາງຂວາງຂຶ້ນກວ່າເກົ່າ ໂດຍສະເພາະບັນດານັກທຸລະກິດ, ບໍລິສັດຫ້າງຮ້ານຕ່າງໆ ຢູ່ໃນສ ປປ ລາວ ເພື່ອໃຫ້ເຂົາ ເຈົ້າປະກອບສ່ວນໃນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດ ຖະມົນຕີແຫ່ງ ສປປລາວ.

