ແຕ່ວັນທີ 30ມັງກອນ ຫາ ທີ 1ກຸມພາ 2022 ນີ້, ທ່ານ ຮສ. ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢຽ້ມຢາມ ແລະຊຸກຍູ້ວຽກງານກາແດງທີ່ແຂວງສະຫວັນນະເຂດ.
ໃນໂອກາດນີ້ ປະທານອົງການກາແດງ ແລະຄະນະໄດ້ເຂົ້າພົບ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອປຶກສາຫາລືວຽກງານກາແດງ ແລະລາຍງານການເຄື່ອນໄຫວວຽກງານກາແດງໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບ ພ້ອມທັງຂໍທິດທາງໃນການໃນການເຄື່ອນໄຫວພັດທະນາວຽກງານກາແດງໃນຕໍ່ຫນ້າ ເພື່ອແນ່ໃສ່ເຮັດໃຫ້ວຽກງານກາແດງໄດ້ຮັບການພັດທະນາເປັນກ້າວໆ ແລະບັນຫາສຳຄັນແມ່ນຊ່ວຍເຫລືອ ແລະການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19ໃນແຂວງ, ເປັນຕົ້ນແມ່ນການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການຊອກຫາແຫຼ່ງທຶນ,ໂຄສະນາເຜີຍແຜ່ພາລະບົດບາດກາແດງ,ບັນຫາງົບປະມານ ແລະບຸກຄະລະກອນ, ວຽກງານເລືອດແລະອື່ນໆ
ຕອນທ້າຍທ່ານຮອງເຈົ້າແຂວງກໍໄດ້ສະແດງຄວາມຊົມເຊີຍຕ້ອນຮັບດ້ວຍຄວາມອົບອຸ່ນຕໍ່ການຢຽ້ມຢາມໃນຄັ້ງນີ້, ໃນໄລຍະຜ່ານມາ ການນໍາຂອງແຂວງກໍໄດ້ເອົາໃຈໃສ່ຊຸກຍູ້ ຊີ້ນຳ, ນຳພາຢ່າງໄກ້ສິດຕິດແທດ ເຂົ້າຮ່ວມໃນຂະບວນການຕ່າງໆເຊັ່ນ: ລະດົມຂົນຂວາຍແຫຼ່ງທຶນ, ການລະດົມຂົນຂວາຍການບໍລິຈາກເລືອດ ແລະປະສານງານກັບອົງການ, ພະແນກການທີກຽ່ວຂ້ອງພາຍໃນແຂວງເພືອອຳນວຍຄວາມສະດວກ, ຊຸກຍູ້ວຽກງານກາແດງໃນການເຂົ້າຮ່ວມ ແລະປະກອບສ່ວນຂອງສັງຄົມຢ່າງກວ້າງຂວາງ
ຈາກນັ້ນ, ປະທານອົງການກາແດງ ກໍໄດ້ຈັດພິທີມອບເຄື່ອງປະເພດ ເກີບ,ເ ຄື່ອງນຸ່ງຫົ່ມ ຈຳນວນ300ແກັດ ແລະເຄື່ອງປ້ອງກັນໂຄວິດຈຳນວນ 300 ຖົງ ລວມມູນຄ່າທັງໝົດ 653 ລ້ານກວ່າກີບໂດຍການກ່າວມອບຂອງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະກ່າວຮັບໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອໄປຊ່ວຍເຫລືອປະຊາຊົນຜູ້ທຸກຍາກ, ຈາກນັ້ນ, ໄດ້ພົບປະພະນັກງານອົງການກາແດງແຂວງ ໂດຍການຕ້ອນຮັບຂອງທ່ານ ສີສະຫວັນ ລັດຕະນະວົງ ຫົວໜ້າອົງການກາແດງແຂວງສະຫວັນນະເຂດພ້ອມດ້ວຍພະນັກງານທີ່ກຽ່ວຂ້ອງ.
ຕອນບ່າຍວັນທີ 31 ມັງກອນ 2022 ປະທານອົງການກາແດງແຫ່ງຊາດລາວ ແລະຄະນະ ຍັງໄດ້ເຂົ້າຮ່ວມປະຊຸມປຶກສາຫາລື ເພື່ອພັດທະນາວຽກງານເລືອດ ເປັນຕົ້ນແມ່ນອາຄານ ແລະສະຖານທີຫລັງໃຫມ່ເພື່ອຮອງຮັບໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ -ສັງຄົມຂອງແຂວງໃນຕໍ່ຫນ້າ ໂດຍມີທ່ານ ປີເຕີ ເຮມອນ(Peter HayMond) ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວເຂົ້າຮ່ວມນໍາ.


