ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ່ 28 ຕຸລາ2022, ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ ຫລວງພະບາງ ພ້ອມດ້ວຍການນຳເມືອງນ້ຳບາກ ແລະເມືອງອ້ອມຂ້າງ ໄດ້ໄປຢ້ຽມຢາມສວນໝາກກ້ຽງຂອງຊາວກະສິ ກອນເມືອງນ້ຳບາກ ເຊີ່ງເປັນກິດຈະກຳໜື່ງທີ່ອົງການປົກຄອງເມືອງນ້ຳບາກໄດ້ກຳນົດເຂົ້າໃນການຈັດເທດສະການໝາກກ້ຽງຫວານ ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ເນັ້ນໃຫ້ຄະນະນຳຂອງເມືອງ ແລະຫ້ອງການກ່ຽວຂ້ອງ ສືບຕໍ່ລົງຊຸກຍູ້ການປູກໝາກກ້ຽງໃຫ້ໄດ້ຮັບຜົນດີ ເປັນຕົ້ນການນຳໃຊ້ເຕັກນິກວິຊາການອັນໃໝ່ເຂົ້າໃນການປູກໃຫ້ໄດ້ຜົນຜະລິດຫຼາຍ ແລະວິທີການກຳຈັດສັດຕູພືດທີ່ໄດ້ຮັບຜົນດີ. ນອກຈາກການທ່ຽວຊົມສວນໝາກກ້ຽງ ອົງການປົກຄອງເມືອງໄດ້ຈັດງານຕະ ຫລາດນັດ ວາງສະແດງ ແລະຈຳໜ່າຍສີນຄ້າກະສິກຳ, ຫັດຖະກຳຂອງຊາວກະສິກອນ, ຈັດການສະແດງສິລະປະວັນນະຄະດີ, ສ່ວນຕອນເຊົ້າຂອງວັນທີ່ 29 ຕຸລາ2022ມຈະມີຂະບວນແຫ່ໝາກກ້ຽງຂຶງບັນດາບ້ານທີ່ປູກໝາກກ້ຽງຫລາຍ ແລະມີອີກຫຼາຍກິດຈະກຳຕື່ມອີກ.