ວັນທີ່ 7 ຕຸລາ 2023 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໂອ້ລົມ ພະນັກ ງານບຳນານ-ພະນັກງານຫຼັກແຫຼ່ງ ແລະອົງການປົກຄອງບ້ານ ໃນນະຄອນ ຫຼວງພະບາງ ຢູ່ຫ້ອງວ່າການແຂວງ, ມີການນຳຂອງແຂວງ-ນະຄອນ-ຫຼວງພະບາງ, ພະ ນັກງານບຳນານ-ພະນັກງານຫຼັກແຫຼ່ງ ແລະອົງການປົກຄອງບ້ານ ເຂົ້າຮ່ວມ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ລາຍງານຜົນສຳເລັເການພັດທະນາເສດຖະກິດ-ສັງຄົມ ທ່ານກ່າວວ່າ: ພື້ນຖານທ່າແຮງບົ່ມຊ້ອນຂອງນະຄອນ ຫຼວງພະບາງ ມີຫຼາຍດ້ານ ໃນນັ້ນ ຢູ່ໃນເຂດຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການພັດທະນາການບໍລິການ ຕິດພັນກັບການທ່ອງທ່ຽວ ເປັນທ່າແຮງຫຼັກຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະສ້າງວຽກເຮັດງານທຳໃຫ້ປະຊາຊົນ ໂດຍມີການວາງຜັງເມືອງ, ຈັດສັນຕົວເມືອງ, ແບ່ງເຂດພັດທະນາຊັດເຈນ. ສຳລັບ ຢູ່ເຂດນອກຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການຜະລິດກະສິກຳປູກຝັງ ລ້ຽງສັດເປັນຕົ້ນແມ່ນ ການລ້ຽງສັດໃຫຍ່ ແລະຕົ້ນໄມ້ອຸດສະຫະກຳ ສົ່ງອອກຕ່າງປະເທດ, ນອກນັ້ນ ໄດ້ສົ່ງເສີມການປູກພືດຜັກສະອາດ ປອດສານພິດ ສົ່ງເຂົ້າການບໍລິການການທ່ອງທ່ຽວ ເຊິ່ງເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນ ແລະເປັນຂະບວນການຫຼາຍຂຶ້ນ ໂດຍມີການກຳນົດເປັນເຂດຈຸດສຸມ ແລະຈັດຕັ້ງເປັນກຸ່ມການຜະລິດ, ອົງການປົກຄອງນະຄອນ ຫຼວງພະບາງ ຖືສຳຄັນການປົກປັກຮັກສາມໍລະດົກໂລກໃຫ້ຄົງຄຸນຄ່າ-ຍືນຍົງ, ປັດຈຸບັນມີອາຄານອະນຸລັກ 611 ຫຼັງ ແລະໜອງນໍ້າອະນຸລັກ 183 ໜອງ, ມີການປົກປັກຮັກສາ ແລະປະຕິບັດຮີດຄອງປະເພນີ, ວັດທະນະທໍາອັນດຶງາມຂອງຊາວລາວບັນດາເຜົ່າ ພິເສດແມ່ນການຈັດງານບຸນປະເພນີ ແລະການກໍ່ສ້າງ-ບູລະນະວັດວາອາຮາມ; ເອົາໃຈໃສ່ຄຸ້ມຄອງການກໍ່ສ້າງຢູ່ໃນເຂດມໍະດົກ ແລະເຂດກັນຊົນ ໃຫ້ຖືກຕາມລະບຽບການຄຸ້ມຄອງມໍລະດົກໂລກ, ຄະນະຮັບຜິດຊອບ ປະຕິບັດເປັນປະຈຳ ສຳລັບວຽກຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ, ຄວາມປອດໄພ, ຄວາມສວຍງາມ, ສະຫວ່າງ ແລະສີຂຽວຂອງຕົວເມືອງ, ພັດທະນາພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກຕ່າງໆ ພິເສດແມ່ນການກໍ່ສ້າງທາງເບຕົ້ງເຂົ້າບ້ານ ໂດຍທຶນສົມທົບຂອງປະຊາຊົນ ແມ່ນມີຄວາມຄືບໜ້າດີ. ໄອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໃຫ້ການນຳຂອງແຂວງ-ນະຄອນ ຫຼວງພະບາງ ພ້ອມກັນສຶກສາອົບຮົມລູກຫຼານໃຫ້ຮັບຮູ້ໄດ້ ແນວທາງຂອງພັກຢ່າງເລິກເຊີ່ງ ຫຼີກເວັ້ນການບໍລິໂພກຂ່າວສານທີ່ບິດເບືອນແນວທາງຂອງພັກ-ລັດ ອອກແຮງໃນການພັດທະນາເສດຖະ ກິດ-ສັງ ຄົມໃຫ້ມີຄວາມເຂັ້ມແຂງ, ຊຸກຍຸກສົ່ງເສີມຄອບຄົວທີ່ຍັງທຸກຍາກ ໂດຍນຳໃຊ້ທ່າແຮງບົ່ມຊ້ອນ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີຂື້ນ.
ພາຍຫຼັງສຳເລັດການໂອ້ລົມ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ໄດ້ຢ້ຽມຢາມ ບ້ານຫັດຖະກຳຊ່າງຄ້ອງ ເຊີ່ງປະຊາຊົນສ່ວນໃຫຍ່ໄດ້ຍຶດຖືອາຊີບການຕໍ່າຫູກ ທໍໄໝແບບດັ່ງເດີມ ແລະການຜະລິດເຈ້ຍສາ ເປັນຂອງທີ່ລະນຶກຈຳໜາຍເປັນສີນຄ້າ ຕື່ມອີກ.
ຂ່າວ: ນັກຂ່າວວິທະຍຸ, ພາບ: ເພັດສາຄອນ


