ກອງປະຊຸມພົບປະສອງຝ່າຍແບບທາງໄກ ໂດຍຜ່ານວິດີໂອຄອນເຟີເຣນ ລະຫວ່າງ ປະທານສູນກາງແນວລາວສ້າງຊາດ (ສນຊ) ແລະ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ ຜານມານີ້ ທີ່ (ສນຊ), ຕາງໜ້າຄະນະປະຈໍາ ສນຊ ໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ແລະ ຕາງໜ້າສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໂດຍທ່ານ ຫວັງ ຢາງ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ພ້ອມດ້ວຍຜູ້ແທນ ຂອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ທັງສອງຝ່າຍໄດ້ແຈ້ງສະພາບພາຍໃນປະເທດໃຫ້ກັນ ແລະ ກັນຮັບຊາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໂດຍສະເພາະ ສນຊ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ໃນໄລຍະຜ່ານມາໄດ້ມີການປະກອບສ່ວນເສີມຂະຫຍາຍສາຍພົວພັນທີ່ເປັນຮູບປະທໍາຫຼາຍດ້ານເປັນຕົ້ນ: ການສ້າງສູນຝຶກອົບຮົມ, ການຊ່ວຍເຫຼືອພາຫະນະ, ຄອມພິວເຕີ ແລະ ອື່ນໆ. ທັງສອງຝ່າຍກໍໄດ້ມີຄຳເຫັນແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນ ໝາກຜົນການນໍາພາຂອງພັກທັງສອງປະເທດ ຊຶ່ງ ສປ ຈີນ ຫາກໍສໍາເລັດການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ໃນເດືອນມິຖຸນາ 2021 ນີ້.
ສໍາລັບພັກປະຊາຊົນ ປະຕິວັດລາວ ແມ່ນໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕົ້ນປີ 2021 ນີ້. ໃນຂົງເຂດວຽກງານສອງອົງການພວກເຮົາ ແມ່ນໄດ້ປຶກສາຫາລືການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ວຽກງານການປຸກລະດົມ-ຂົນຂວາຍ, ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປະກອບສ່ວນຂອງອົງການແນວໂຮມ ຕໍ່ພາລະກິດການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ, ການຮ່ວມມືແກ້ໄຂບັນຫາຢາເສບຕິດ, ການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ການພັດທະນາສູນຝຶກອົບຮົມ ສນຊ ແລະ ວຽກງານການສ້າງມູນນິທິລາວ-ຈີນ. ພ້ອມກັນນັ້ນ ທ່ານ ຫວັງ ຢາງ ຍັງໄດ້ເຊື້ອເຊີນທ່ານ ປະທານ ສນຊ ໄປຢ້ຽມຢາມ ສປ ຈີນ ໃນໂອກາດທີ່ເໝາະສົມ.
ສນຊ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ຈະສືບຕໍ່ຮັກສາບົດບັນທຶກຮ່ວມມືກັນ ລະຫວ່າງ ສອງຝ່າຍ ໃນໄລຍະແຕ່ປີ 2019-2024 ເປັນຕົ້ນແມ່ນບັນດາໂຄງການທີ່ໄດ້ລົງນາມມາກ່ອນ ໃຫ້ໄດ້ຮັບໝາກຜົນ ແລະ ຈະພ້ອມກັນເສີມຂະຫຍາຍແຜນຍຸດທະສາດແບບຮອບດ້ານ, ໝັ້ນຄົງ, ຍາວນານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ເຢ້

