ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 16 ພະຈິກ 2021ນີ້, ຢູ່ທີ່ປັກກິ່ງ, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາແບບຜ່ານທາງວິດີໂອ. ນີ້ຖືໄດ້ວ່າ, ເປັນຄັ້ງທຳອິດໃນປະຫວັດສາດການພົວພັນຈີນ-ອາເມຣິກາ ທີ່ປະມຸກລັດສອງປະເທດພົບປະກັນດ້ວຍຮູບແບບຜ່ານທາງວິດີໂອ. ປັດຈຸບັນ, ການພົວພັນຈີນ-ອາເມຣິກາພວມຕົກຢູ່ໃນໄລຍະປະຫວັດສາດທີ່ສຳຄັນ, ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມຄິດເຫັນກັນຢ່າງກວ້າງຂວາງ ກ່ຽວກັບບັນຫາທີ່ມີລັກສະນະຍຸດທະສາດ, ລັກສະນະຮອບດ້ານ ແລະ ລັກສະນະພື້ນຖານ ໃນການຂະຫຍາຍການພົວພັນຈີນ-ອາເມຣິກາ ພ້ອມທັງວາລະການພັດທະນາ, ນະໂຍບາຍພາຍໃນແລະຕ່າງປະເທດຂອງໃຜລາວ ແລະ ບັນຫາສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ.
ທ່ານເຊ້ຍເຟີງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕີລາຄາຄວາມໝາຍຂອງການພົບປະຄັ້ງນີ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງການພົບປະວ່າ: “ການພົບປະຄັ້ງນີ້ໄດ້ດຳເນີນໄປຢ່າງກົງໄປກົງມາ, ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ, ມີລັກສະນະສ້າງສັນ ແລະ ປະສົບຜົນສຳເລັດ. ພວກເຮົາເຫັນວ່າ: ພາຍໃຕ້ສະຖານະການໃນປັດຈຸບັນ, ການຊີ້ທິດເຍືອງທາງຂອງປະມຸກລັດສອງປະເທດໃຫ້ກັບການພົວພັນລະຫວ່າງສອງປະເທດມີຄວາມໝາຍສຳຄັນຫຼາຍ. ການພົບປະຄັ້ງນີ້ໄດ້ຊີ້ທິດທາງ ແລະ ເພີ່ມພະລັງຊຸກດັນໃໝ່ໃຫ້ກັບການຂະຫຍາຍການພົວພັນຈີນ-ອາເມຣິກາໃນໄລຍະຕໍ່ໄປ
ໃນການພົບປະ, ທ່ານປະທານສີຈິ້ນຜິງໄດ້ສະເໜີຫຼັກການ 3 ຂໍ້ສຳລັບການພົວພັນຈີນ-ອາເມຣິກາ, ຄື: ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານສີຈິ້ນຜິງຍັງໄດ້ກຳນົດຫົວຂໍ້ທີ່ເປັນບູລິມະສິດໃນ 4 ດ້ານ ທີ່ຈີນແລະອາເມຣິກາຄວນສຸມກຳລັງເພື່ອຊຸກຍູ້ໃນປັດຈຸບັນ ຄື: ໜຶ່ງ, ຕ້ອງມີນ້ຳໃຈຮັບຜິດຊອບໃນຖານະເປັນປະເທດໃຫຍ່ ເພື່ອນຳພາປະຊາຄົມໂລກຮ່ວມມືກັນຮັບມືກັບສິ່ງທ້າທາຍທີ່ພົ້ນເດັ່ນ. ສອງ, ບົນຈິດໃຈສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການໄປມາຫາສູ່ກັນໃນທຸກລະດັບແລະທຸກຂົງເຂດ ແລະ ເພີ່ມພະລັງທີ່ສ້າງສັນຫຼາຍກວ່າເກົ່າໃຫ້ແກ່ການພົວພັນຈີນ-ອາເມຣິກາ. ສາມ, ຄວບຄຸມຄວາມຂັດແຍ້ງ ແລະ ບັນຫາອ່ອນໄຫວດ້ວຍຮູບແບບທີ່ມີການສ້າງສັນ ເພື່ອປ້ອງກັນບໍ່ໃຫ້ການພົວພັນຈີນ-ອາເມຣິກາເກີດມີບັນຫາ ແລະ ສູນເສຍການຄວບຄຸມ. ສີ່, ເພີ່ມທະວີການປະສານງານແລະຮ່ວມມືກັນໃນບັນຫາຈຸດເດັ່ນຂອງສາກົນແລະພາກພື້ນ ລວມທັງການສະໜອງຜະລິດຕະພັນສາທາລະນະໃຫ້ແກ່ໂລກຫຼາຍກວ່າເກົ່າ, ຮ່ວມກັນປົກປັກຮັກສາສັນຕິພາບຂອງໂລກ, ຊຸກຍູ້ການພັດທະນາໂລກ ແລະ ປົກປັກຮັກສາລະບຽບການສາກົນທີ່ເປັນທຳ ແລະ ສົມເຫດສົມຜົນ.
ໃນການພົບປະຄັ້ງນີ້, ປະມຸກລັດສອງປະເທດລ້ວນແຕ່ໄດ້ເນັ້ນເຖິງຄວາມສຳຄັນຂອງການພົວພັນຈີນ-ອາເມຣິກາ. ທ່ານສີຈິ້ນຜິງຊີ້ອອກວ່າ: ການພົວພັນຈີນ-ອາເມຣິກາບໍ່ພຽງແຕ່ມີຄວາມສຳຄັນທີ່ສຸດຕໍ່ສອງປະເທດຈີນແລະອາເມຣິກາເທົ່ານັ້ນ, ຍັງມີຄວາມສຳຄັນທີ່ສຸດຕໍ່ກັບໂລກເຊັ່ນກັນ ເຊິ່ງເປັນຄວາມຕ້ອງການເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດ ແລະ ກໍແມ່ນຄວາມປາຖະໜາຂອງປະຊາຄົມໂລກອີກດ້ວຍ. ທ່ານປະທານາທິບໍດີໂຈ ໄບເດັນກໍກ່າວວ່າ: ສອງຝ່າຍບໍ່ພຽງແຕ່ຄວນມີນ້ຳໃຈຮັບຜິດຊອບຕໍ່ສອງປະເທດເທົ່ານັ້ນ, ຍັງຄວນມີນ້ຳໃຈຮັບຜິດຊອບຕໍ່ໂລກເຊັ່ນກັນ. ປະມຸກລັດສອງປະເທດຍັງໄດ້ກ່າວຢ່າງຈະແຈ້ງວ່າ: ຈະຄັດຄ້ານ “ສົງຄາມເຢັນ” ຄັ້ງໃໝ່.
ວົງການພາຍນອກໄດ້ໃຫ້ຄວາມສົນໃຈແລະມີຄວາມເຫັນວ່າ: ກ່ອນຈັດການພົບປະຄັ້ງນີ້, ການພົວພັນທີ່ເຄັ່ງຕຶງລະຫວ່າງຈີນແລະອາເມຣິກາໄດ້ປາກົດມີວີແວວທີ່ດີຂຶ້ນໃນລະດັບໃດໜຶ່ງແລ້ວ. ວັນທີ 10 ພະຈິກນີ້, ສອງປະເທດຈີນແລະອາເມຣິກາໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການດຳເນີນງານໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃນໄລຍະຈັດກອງປະຊຸມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງອົງການສະຫະປະຊາຊາດທີ່ຈັດຂຶ້ນຢູ່ນະຄອນກລາສໂກ ເຊິ່ງເປັນຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງສອງປະເທດ ໃນສະພາບທີ່ການພົວພັນລະຫວ່າງສອງປະເທດຕົກຢູ່ໃນສະພາບຄວາມເຄັ່ງຕຶງມາເປັນໄລຍະດົນພໍສົມຄວນມາແລ້ວ. ການພົບປະຄັ້ງນີ້, ປະມຸກລັດສອງປະເທດໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນ ຈະມີຜົນດີຕໍ່ການຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາຂະຫຍາຍຕົວຢ່າງໜັກແໜ້ນແລະໝັ້ນທ່ຽງ, ນີ້ບໍ່ພຽງແຕ່ຈະມີຜົນດີຕໍ່ສອງຝ່າຍເທົ່ານັ້ນ, ຍັງມີຜົນດີຕໍ່ໂລກເຊັ່ນກັນ.