ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມຂ່າວ CRI: ວັນທີ 21 ມິຖຸນານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກດ່ານກວດກາການເຂົ້າອອກເມືອງບໍ່ຫານ ວ່າ:ນັບມາຮອດວັນທີ 20 ມິຖຸນາ 2022 ນີ້, ເຈົ້າໜ້າທີ່ປະຈຳດ່ານເຂົ້າອອກເມືອງຂອງເສັ້ນທາງລົດໄຟສະຖານີບໍ່ຫານ ໄດ້ກວດກາຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນ ທັງໝົດ 1131 ຂະບວນ 31.431 ຕູ້, ຂະບວນພິເສດ“ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”54 ຂະບວນ 528 ຕູ້, ມີປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 740.000 ໂຕນ, ໃນນັ້ນມີສິນຄ້າສົ່ງອອກ 217.000 ໂຕນ, ມີສິນຄ້ານຳເຂົ້າ 523.000 ໂຕນ.
ໃນເວລາເສັ້ນທາງລົດໄຟລາວ-ຈີນ ຮັບໃຊ້ການຄ້າລະຫວ່າງສອງປະເທດລາວ-ຈີນ, ພ້ອມທັງໄດ້ສະໜອງຮູບແບບການຂົນສົ່ງທີ່ໃໝ່ອ່ຽມໃຫ້ແກ່ການຄ້າຜະລິດຕະພັນກະສິກຳລະຫວ່າງຈີນ-ໄທ, ຕົ້ນທຶນການຂົນສົ່ງຜະລິດຕະພັນກະສິກຳໄທຕາມເສັ້ນທາງລົດໄຟລາວ-ຈີນ ຜ່ານແດນລາວເຂົ້າສູ່ຈີນ ໄດ້ຫຼຸດລົງເກືອບເຄິ່ງໜຶ່ງເມື່ອທຽບໃສ່ຮູບແບບການຂົນສົ່ງແບບດັ້ງເດີມ. ປັດຈຸບັນນີ້, ຕາໜ່າງການຂົນສົ່ງຂອງລົດໄຟລາວ-ຈີນ ໄດ້ຂະຫຍາຍໄປຮອດໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປແລະປະເທດຕ່າງໆລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.