ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

ປະຫວັດຄວາມເປັນມາຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (27-30/4/1982)

– ເປັນກອງປະຊຸມເປີດເຜີຍທາງການ ເທື່ອທໍາອິດຕໍ່ພາຍໃນ ແລະຕ່າງປະເທດ. – ໄຂຂຶ້ນ ວັນທີ 27-30/04/1982, ສະຖານທີ່ ນະຄອນຫລວງວຽງຈັນ. – ຜູ້ແທນເຂົ້າຮ່ວມ 228 ສະຫາຍ, ທີ່ມາຈາກທຸກຂົງເຂດການເຄື່ອນໄຫວ ແລະ ຈາກທຸກໆແຂວງທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 35.000 ສະຫາຍ ໃນທົ່ວ ປະເທດ; ມີແຂກພາຍໃນປະເທດ 105 ສະຫາຍ, ແຂກຕ່າງປະເທດ 11 ຄະນະ. – ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ 55 ສະຫາຍ, ໃນນັ້ນ ກຳມະການສົມບູນ ມີ 49 ສະຫາຍ ແລະ ສໍາຮອງ 6 ສະຫາຍ, ສະຫາຍ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງໃຫ້ເປັນເລຂາທິການໃຫຍ່ສູນກາງພັກ ເປັນສະໄໝທີ 3, ເລືອກຕັ້ງກໍາມະການກົມການເມືອງສູນກາງພັກ ປະກອບມີ 7 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ປະກອບມີ 9 ສະຫາຍ. *
ສັງລວມໂດຍຫຍໍ້ເນື້ອໃນ ຂອງກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ: – ສະຫລຸບສັງລວມໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ແລະ ຜົນງານ ທີ່ຍາດມາໄດ້ ໃນ 6 ປີແຫ່ງການກໍ່ສ້າງລະບອບໃໝ່; ກຳນົດແນວທາງ, ທິດທາງໜ້າທີ່ຂອງການປະຕິວັດໃນໄລຍະໃໝ່, ໄລຍະແຫ່ງການ ປົກປັກຮັກສາເອກະລາດແຫ່ງຊາດ ແລະ ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. – ຍົກໃຫ້ເຫັນ 3 ຈຸດພິເສດໃຫຍ່ຂອງການປະຕິວັດລາວ ໃນໄລຍະໃໝ່ຄື: + ປະເທດລາວ ພ້ອມກັບຫວຽດນາມ ແລະ ກໍາປູເຈຍ ໄດ້ກາຍເປັນປ້ອມດ່ານໜ້າຂອງລະບົບສັງຄົມນິຍົມ ຢູ່ໃນອາຊີອາຄະເນ, ດ້ວຍເຫດນັ້ນການຕໍ່ສູ້ ປົກປັກຮັກສາເອກະລາດ ອະທິປະໄຕ ແລະ ກໍ່ສ້າງລະບອບໃໝ່ ແມ່ນດຸເດືອດຂ້ຽວຂາດ ແລະ ຍາວນານ; + ປະເທດລາວໄດ້ສະຖາປານາລະບອບການເມືອງທີ່ກ້າວໜ້າຂຶ້ນ, ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າປະເທດຊາດ, ມີຊັບພະຍາກອນທີ່ອຸດົມສົມບູນ, ແຕ່ ເສດຖະກິດຍັງດ້ອຍພັດທະນາ, ລະດັບວັດທະນະທຳຍັງຕ່ຳ; + ປະເທດລາວກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ ໃນຂະນະທີ່ການປະຕິວັດວິທະຍາສາດ-ເຕັກນິກ ຄັ້ງທີ່ 3 ໃນໂລກພວມຂະຫຍາຍຕົວຢ່າງຟົດຟື້ນ ແລະ ກວ້າງຂວາງ. – ກຳນົດແນວທາງລວມຂອງການປະຕິວັດລາວ ໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຄື: + ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ ແລະ ນໍາພາປະຊາຊົນບັນດາເຜົ່າປັບປຸງ ແລະ ເພີ່ມທະວີຜະເດັດການກໍາມະຊີບຢ່າງບໍ່ຢຸດຢັ້ງ, ຈັດຕັ້ງ ແລະ ຮັບ ປະກັນໃຫ້ປະຊາຊົນຜູ້ອອກແຮງງານເຜົ່າຕ່າງໆ ສາມັກຄີແໜ້ນແຟ້ນ ແລະ ເສີມຂະຫຍາຍສິດເປັນເຈົ້າປະເທດຊາດ, ເປັນເຈົ້າສັງຄົມ, ດຳເນີນການປະຕິວັດ ທັງສາມປະການໄປພ້ອມໆກັນ, ໃນນັ້ນ ການປະຕິວັດການພົວພັນແຫ່ງການຜະລິດ ມີລັກສະນະໄຂຊ່ອງທາງໃຫ້ກຳລັງການຜະລິດ ຂະຫຍາຍຕົວ, ການປະຕິ ວັດ ວິທະຍາສາດ-ເຕັກນິກ ເປັນຂໍກຸນແຈຕົ້ນຕໍ, ການປະຕິວັດວັດທະນະທຳແນວຄິດ ຕ້ອງໄປກ່ອນກ້າວໜຶ່ງ, ທັງໝົດເຫລົ່ານັ້ນ ແມ່ນເພື່ອກໍ່ສ້າງສັງຄົມນິຍົມ ຢູ່ປະເທດເຮົາ. + ກ່ຽວກັບວຽກງານພັກ: ອອກແຮງກໍ່ສ້າງພັກໃຫ້ເຂັ້ມແຂງຮອບດ້ານ, ຍົກສູງລັກສະນະຊົນຊັ້ນກຳມະກອນ ແລະ ລັກສະນະນໍາໜ້າຕໍ່ສູ້, ຍົກສູງຄວາມສາມາດຂອງພັກ ເພື່ອກ້າວໄປຕາມວັດຖຸປະສົງ ແລະ ເປົ້າໝາຍ ທີ່ພັກໄດ້ ກໍານົດໄວ້. + ຂຸດຄົ້ນ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນ ຂອງປະເທດຊາດ, ໂດຍຫັນຈາກກະສິກໍາ-ປ່າໄມ້, ເປັນພື້ນຖານໃຫ້ແກ່ການຂະຫຍາຍ ອຸດສາຫະກໍາ. + ດັດສ້າງເສດຖະກິດທຳມະຊາດ, ນຳເອົາການຜະລິດນ້ອຍກ້າວສູ່ການຜະລິດໃຫຍ່ສັງຄົມນິຍົມເທື່ອລະກ້າວ. + ປະຕິບັດການຫັນເປັນອຸດສາຫະກຳເທື່ອລະກ້າວຢ່າງມີຈຸດໜັກ, ຖືເອົາການຫັນເປັນອຸດສາຫະກຳສັງຄົມນິຍົມ ເປັນໜ້າທີ່ໃຈກາງຂອງສະໄໝຂ້າມຜ່ານ. + ສ້າງຊີວິດອັນອີ່ມໜຳສຳລານ ແລະ ສົມບູນພູນສຸກເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນເຜົ່າຕ່າງໆ, ລົບລ້າງລະບອບຄົນຂູດຮີດຄົນຢ່າງຕະຫລອດການ. + ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາເອກະລາດແຫ່ງຊາດ, ອະທິປະໄຕ ແລະ ລະບອບໃໝ່ໄວ້ຢ່າງໝັ້ນຄົງ, ກໍ່ສ້າງປະເທດ ລາວ ສັນຕິພາບ ເອກະລາດ ເອກະພາບ ແລະ ສັງຄົມນິຍົມ. + ພ້ອມກັບຫວຽດນາມ ແລະ ກໍາປູເຈຍ ປົກປັກຮັກສາປ້ອມດ່ານໜ້າສັງຄົມນິຍົມ ຢູ່ພາກພື້ນນີ້ ໃຫ້ໝັ້ນຄົງ ແລະ ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ. * ກອງປະຊຸມໄດ້ວາງຈຸດໝາຍພື້ນຖານຂອງການປະຕິວັດລາວ ໃນໄລຍະໃໝ່ ຄື: + ບໍ່ລົດລະໃນການເພີ່ມທະວີ ແລະ ບູລະນະລະບົບຜະເດັດການກໍາມະຊີບ, ປະຕິບັດສິດເປັນເຈົ້າຂອງ ປະຊາຊົນຜູ້ອອກແຮງງານເຜົ່າຕ່າງໆ. + ກໍ່ສ້າງພື້ນຖານວັດຖຸ-ເຕັກນິກອັນຈໍາເປັນຂອງລະບອບສັງຄົມນິຍົມ, ເຮັດໃຫ້ເສດຖະກິດແຫ່ງຊາດມີພື້ນຖານກະສິກໍາ-ປ່າໄມ້, ອຸດສາຫະກຳຂະຫຍາຍຕົວ; + ກໍ່ສ້າງ ແລະ ບູລະນະການພົວພັນແຫ່ງການຜະລິດສັງຄົມນິຍົມ, ຮັບປະກັນໃຫ້ບັນດາພາກສ່ວນເສດຖະກິດສັງຄົມນິຍົມ ກວມຖານະຄອບຄອງໃນພື້ນຖານ ເສດຖະກິດແຫ່ງຊາດ. + ກໍ່ສ້າງ ແລະ ບໍາລຸງພະນັກງານ, ກຳມະກອນ ເພື່ອໃຫ້ມີຄວາມສາມາດພຽງພໍ ໃນການສ້າງສາພັດທະນາ ແລະ ເປັນເຈົ້າປະເທດຊາດ, ເປັນເຈົ້າສັງຄົມ. + ສາມັກຄີປະຊາຊົນເຜົ່າຕ່າງໆ, ສູ້ຊົນນຳເອົາເຜົ່າຕ່າງໆ ກ້າວຂຶ້ນທຽມທັນກັນ, ປອງດອງກັນຢ່າງແທ້ຈິງ ຢູ່ໃນວົງຄະນາຍາດຂອງຊາດລາວ, ເຮັດໃຫ້ຊີວິດການ ເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທໍາ ຂອງປະຊາຊົນ ແຕ່ລະ ເຜົ່າໃຫ້ດີຂຶ້ນ.