ສະຫງວນລິຂະສິດ © ສະຖານີ ວິທະຍຸກະຈາຍສຽງແຫ່ງຊາດລາວ

ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

   ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ

ປະຫວັດຄວາມເປັນມາຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ (13-15/11/1986)

– ແມ່ນກອງປະຊຸມແຫ່ງການປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການ.
– ໄຂຂຶ້ນ ແຕ່ວັນທີ 13-15/11/1986, ສະຖານທີ່ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ໄກສອນ ພົມວິຫານ.
– ຈຳນວນຜູ້ແທນເຂົ້າຮ່ວມ 303 ສະຫາຍ, ເປັນຕົວແທນໃຫ້ແກ່ສະມາຊິກພັກ 45.000 ກວ່າສະຫາຍ ໃນທົ່ວປະເທດ. ແຂກຖືກເຊີນພາຍໃນມີ 200 ສະຫາຍ.
– ເລືອກຕັ້ງຄະນະບໍລິຫານງານສູນກາງພັກ 60 ສະຫາຍ, ໃນນັ້ນ ກຳມະການສົມບູນ 51 ສະຫາຍ ແລະ ສຳຮອງ 9 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ໄດ້ເລືອກເອົາສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ສູນກາງພັກ ສະໄໝທີ 4, ເລືອກຕັ້ງກົມການເມືອງ ສົມບູນ 11 ສະຫາຍ, ສໍາຮອງ 2 ສະຫາຍ ແລະ ເລືອກຕັ້ງຄະນະເລຂາທິການ 9 ສະຫາຍ.
* ເນື້ອໃນຫຍໍ້ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ:
– ຜ່ານພຶດຕິກຳ 10 ປີ (1975-1985) ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ກອງປະຊຸມໃຫຍ່ຖອດຖອນໄດ້ 5 ບົດຮຽນທີ່ສຳຄັນ ຄື:
+ ໜຶ່ງ: ເພີ່ມທະວີການນໍາພາຮອບດ້ານຂອງພັກ, ວາງແນວທາງອອກຢ່າງທັນການ ແລະ ບູລະນະມັນ ຢ່າງບໍ່ຢຸດຢັ້ງ, ທັງຢຶດໝັ້ນໃນການຈັດຕັ້ງປະຕິບັດແນວທາງ ໃຫ້ປະກົດເປັນຈິງ.
+ ສອງ: ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ເປັນສາເຫດອັນສໍາຄັນຍິ່ງແຫ່ງໄຊຊະນະທຸກຢ່າງຂອງການປະຕິວັດປະເທດເຮົາ.
+ ສາມ: ຕ້ອງຕິດແໜ້ນກັບຮາກຖານ, ສຸມໃສ່ກໍ່ສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດເປັນຢ່າງດີ ແລະ ດຳເນີນການປະຕິວັດ 3 ປະການໄປພ້ອມໆກັນ.
+ ສີ່: ໃນທຸກການເຄື່ອນໄຫວດ້ານເສດຖະກິດ ຕ້ອງຮູ້ໝູນໃຊ້ບັນດາກົດເກນພາວະວິໄສ ແລະ ຄິດໄລ່ປະສິດທິຜົນທາງເສດຖະກິດ-ສັງຄົມ.
+ ຫ້າ: ການຮ່ວມມືຮອບດ້ານ ກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກ່ອນອື່ນໝົດແມ່ນສະຫະພາບໂຊວຽດ, ກໍ່ສ້າງກ້ອນກຳລັງຮ່ວມສຳພັນພິເສດ ລະຫວ່າງ ປະເທດເຮົາກັບຫວຽດນາມ ແລະ ກໍາປູເຈຍ, ນຳໃຊ້ບັນດາ ເງື່ອນໄຂອັນສະດວກຂອງຍຸກສະໄໝ ເປັນປັດໄຈທີ່ຂາດບໍ່ໄດ້ ໃນການກໍ່ສ້າງສັງຄົມນິຍົມ ຢູ່ປະເທດເຮົາ.
– ກຳນົດທິດທາງ ໜ້າທີ່ຕົ້ນຕໍທາງດ້ານເສດຖະກິດ-ສັງຄົມ ຕະຫລອດສະໄໝຂ້າມຜ່ານກ້າວຂຶ້ນສູ່ ສັງຄົມນິຍົມ ຂອງປະເທດເຮົາ ຄື:
+ ດຳເນີນການຫັນເປັນອຸດສາຫະກຳ ສັງຄົມນິຍົມ ເທື່ອລະກ້າວ ເພື່ອກໍ່ສ້າງພື້ນຖານວັດຖຸເຕັກນິກສັງຄົມນິຍົມໃຫ້ສໍາເລັດຜົນ.
+ ດຳເນີນການດັດສ້າງສັງຄົມນິຍົມ ເພື່ອກໍ່ສ້າງການພົວພັນການຜະລິດໃໝ່ ສັງຄົມນິຍົມ.
+ ຂະຫຍາຍທາງດ້ານຈຳນວນ ແລະ ຍົກສູງຄຸນນະພາບຂອງຊົນຊັ້ນກໍາມະກອນ, ເຮັດໃຫ້ຊົນຊັ້ນຊາວນາລວມໝູ່ ແລະ ຊັ້ນຄົນປັນຍາຊົນສັງຄົມນິຍົມ ເປັນຕົນ ເປັນໂຕຂຶ້ນ.
+ ປັບປຸງລະບົບຜະເດັດການກຳມະຊີບໃຫ້ໜັກແໜ້ນ, ເປີດກວ້າງປະຊາທິປະໄຕສັງຄົມນິຍົມ, ເພີ່ມທະວີຄວາມເປັນເອກະພາບທາງດ້ານການເມືອງ ແລະ ແນວຄິດ ຂອງສັງຄົມ.
+ ດຳເນີນການປະຕິວັດແນວຄິດ ແລະວັດທະນະທໍາ ແນໃສ່ກໍ່ສ້າງວັດທະນະທໍາໃໝ່ ແລະ ຄົນໃໝ່ ສັງຄົມນິຍົມ ເທື່ອລະກ້າວ.
+ ປົວແປງຊີວິດການເປັນຢູ່ ຂອງປະຊາຊົນຜູ້ອອກແຮງງານ ບັນດາເຜົ່າໃຫ້ດີຂຶ້ນ ແລະ ແກ້ໄຂບັນດາບັນຫາສັງຄົມຢ່າງເໝາະສົມ.
+ ກໍ່ສ້າງລະບົບຄຸ້ມຄອງໃໝ່ ຕໍ່ຂົງເຂດເຄື່ອນໄຫວສັງຄົມ.
* ທິດທາງ ໜ້າທີ່ຕົ້ນຕໍ ໄລຍະແຕ່ນີ້ເຖິງປີ 2000 ກໍຄື ແຜນການ 5 ປີເທື່ອທີ II ຄື:
+ ເລັ່ງໃສ່ແກ້ໄຂບັນຫາທັນຍາຫານ ແລະ ອາຫານ ໃຫ້ໄດ້ຢ່າງໜັກແໜ້ນ ບົນພື້ນຖານຂະຫຍາຍການກະສິກຳຢ່າງຮອບດ້ານ.
+ ຈຳກັດ ແລະ ໄປເຖິງບ່ອນຢຸດຕິການຖາງປ່າເຮັດໄຮ່ໂດຍພື້ນຖານ.
+ ສ້າງໂຄງປະກອບເສດຖະກິດກະສິກຳ-ປ່າໄມ້-ອຸດສາຫະກຳ ທີ່ສົມເຫດສົມຜົນ ໃຫ້ເປັນຕົນເປັນໂຕຂຶ້ນ ໃນຂັ້ນຕົ້ນ.
+ ດຳເນີນການແບ່ງເຂດເສດຖະກິດ, ວາງແຜນກຳນົດ ກ່ຽວກັບການກໍ່ສ້າງຊົນນະບົດ ແລະ ຕົວເມືອງ.
+ ຂະຫຍາຍການຄົມມະນາຄົມຂົນສົ່ງ ແລະ ການຕິດຕໍ່ສື່ສານ.
+ ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ຈັດຕັ້ງວຽກງານສຳຫລວດພື້ນຖານ.
+ ປັບປຸງ ແລະ ເພີ່ມທະວີບົດບາດເປັນເຈົ້າພາທາງ ໃນຂົງເຂດເສດຖະກິດຂອງລັດ, ຂະຫຍາຍຂົງເຂດເສດຖະກິດສະຫະກອນ.
+ ປັບປຸງແລະຂະຫຍາຍລະບົບການຄ້າຢ່າງຮອບດ້ານ.
+ ອອກແຮງປັບປຸງດ້ານການເງິນ ແລະ ເງິນຕາ ໃຫ້ສະຫງົບປົກກະຕິ.
+ ຂະຫຍາຍການພົວພັນດ້ານເສດຖະກິດກັບຕ່າງປະເທດ.
+ ກໍ່ສ້າງລະບົບກົດໝາຍ.
+ ຂະຫຍາຍການສຶກສາ, ວັດທະນະທຳ ແລະ ສາທາລະນະສຸກ.
* ໜ້າທີ່ວຽກງານກໍ່ສ້າງພັກ:
+ ເພີ່ມທະວີບົດບາດ ແຫ່ງການນໍາພາຂອງພັກ, ເຊີດຊູຄຸນປະໂຫຍດ ແລະ ປະສິດທິຜົນ ແຫ່ງການນໍາພາ ແລະ ກໍາລັງສູ້ຮົບຂອງພັກ ຢູ່ໃນໄລຍະໃໝ່ ຂອງການ ປະຕິວັດ.
+ ບູລະນະບັນດາອົງການຈັດຕັ້ງນຳພາ ແລະ ຄຸ້ມຄອງ, ເຊີດຊູກໍາລັງສູ້ຮົບຂອງການຈັດຕັ້ງຮາກຖານ.
+ ດັດແປງວຽກງານພະນັກງານ, ເສີມຂະຫຍາຍບົດບາດນໍາໜ້າ ເປັນແບບຢ່າງຂອງສະມາຊິພັກ.
+ ສ້າງແບບແຜນເຮັດວຽກແບບໃໝ່, ຮັກສາບັນດາຫລັກການຈັດຕັ້ງ ແລະ ດໍາເນີນຊີວິດຢູ່ໃນພັກຢ່າງເຂັ້ມງວດ.
+ ເພີ່ມທະວີວຽກງານແນວຄິດ ແລະ ທິດສະດີຢ່າງແຂງແຮງແນໃສ່ຮັບເອົາຈິດສໍານຶກໃໝ່ ແລະ ຈິນຕະນາການໃໝ່.