ສາມາດນຳມາຕົ້ມຈືດ ແລະ ຕົ້ມກິນກັບແຈ່ວ ຫຼື ປົ່ນໄດ້ທຸກຊະນິດ ເພາະໝາກໂມອ່ອນອຸດົມໄປດ້ວຍວິຕາມິນຊີ ແລະ ຟົດສະຟາດ ເໝາະເປັນອາຫານຫຼຸດຄວາມອ້ວນ ເພາະໃຫ້ພະລັງງານຕໍ່າສານອາຫານທີ່ໜ້ອຍ ແຕ່ຣົດຊາດທີ່ເຢັນຂອງໝາກໂມກໍຊ່ວຍໃນເລື່ອງລະບົບຂັບຖ່າຍ ແລະ ລະບົບຍ່ອຍອາຫານ ແລະຍັງມີຄຸນຄ່າທາງສະໝຸນໄພອີກດ້ວຍເຊັ່ນ: ຮາກມີນໍ້າຢາງໃຊ້ກິນແກ້ອາການຕົກເລືອດຂອງແມ່ຍິງລຸລູກ, ໃບໃຊ້ຊົງເປັນຢາຫຼຸດໄຂ້, ໝາກມີຄຸນສົມບັດເປັນຢາເຢັນ ຊ່ວຍລະບາຍຂັບປັດສະວະ, ຊ່ວຍຍ່ອຍອາຫານ, ແກ້ເບົາຫວານ ແລະ ດີຊາງ, ເມັດມີໂປຣຕີນສູງຊ່ວຍບຳລຸງຮ່າງກາຍ, ປອດ ແລະ ສະໝອງ.