ໃນປັດຈຸບັນພົບວ່າໝາກແອັບເປີ້ນບໍ່ພຽງແຕ່ຈະບຳລຸງປອດ ໃຫ້ແຂງແຮງເທົ່ານັ້ນ, ແຕ່ຍັງຊ່ວຍປ້ອງກັນພະຍາດມະເຮັງ ໄດ້ດ້ວຍ. ໜັງສືພິມ “ເອກຊເປຼສ” ຂອງຍີ່ປຸ່ນລາຍງານວ່າ: ໄດ້ມີການສຶກສາຄົ້ນພົບຄຸນປະໂຫຍດຂອງໝາກແອັບເປີ້ນ ໃໝ່ວ່າ, ຫາກກິນແອັບເປີ້ນ ອາທິດລະ 5 ໜ່ວຍຈະຊ່ວຍ ບຳລຸງປອດໃຫ້ແຂງແຮງ ພ້ອມກັນນັ້ນໃນການສຶກສາ ອີກແຫ່ງໜຶ່ງກໍ່ຍັງພົບວ່າ, ໃນຊີ້ນ ແລະ ເປືອກຂອງແອັບເປີ້ນມີສານຟຼາວານອຍ ແລະ ໂພລີຟິນອນ ມີປະໂຫຍດຕໍ່ຮ່າງກາຍທີ່ສຸດເພາະສາມາດຊ່ວຍປ້ອງກັນພະຍາດມະເຮັງໄດ້ ໂດຍສານເຫຼົ່ານີ້ຈະ ເປັນຕົວກວາດລ້າງທຳລາຍສານອະນຸມູນອິດສະຫຼະມີທີ່ເປັນໄພຕໍ່ເຊວຂອງຮ່າງກາຍ.

Loading...