ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວທີ່ມາຈາກສໍານັກຂ່າວຕ່າງໆຂອງສູນກາງ, ວິຊາການທີ່ມາຈາກສູນສື່ສານເພື່ອສຸຂະພາບແລະສຸຂະສຶກສາກະຊວງສາທາລະນະສຸກ,ອົງ ການຢູ່ນີເຊັຟປະຈໍາລາວເຄື່ອນໄຫວເຮັດວຽກກ່ຽວກັບການຕ້ານແລະສັກວັກຊີນ ປ້ອງກັນພະຍາດໂຄວິດ19ຢູ່ແຂວງຈໍາປາສັກ ລະ ຫວ່າງວັນທີ27ຫາ28ກໍລະກົດ2021 ດຣວຽງສີສຸພັກດີຫົວຫນ້າພະແນກສາທາລະນະສຸກຫົວຫນ້າກອງເລຂາຄະນະສະ ເພາະກິດເພື່ອປ້ອງກັນຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນແຂວງຈໍາປາ ສັກໃຫ້ຮູ້ວ່າ:ການກວດກາຄົນເຂົ້າອອກເມືອງຄະນະສະເພາະກິດຂັ້ນແຂວງ ໄດ້ປະສານສົມທົບກັນກໍາລັງທະຫານຊາຍເເດນເຮັດຫນ້າທີ່ເຄື່ອນ ໄຫວລາດຕະເວນຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າເມືອງແບບຜິດກົດຫມາຍ,ສໍາລັບບັນດາສຶກ ສາ,ນັກການທູດ ທີ່ເດີນທາງມາຈາກຕ່າງປະເທດໂດຍສະເພາະປະເທດຫວຽດ ນາມ ແລະ ກໍາປູເຈຍຜ່ານແຂວງ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດພ້ອມໂຄວິດ19ພ້ອມທັງນໍາເອົາໄປຈໍາກັດບໍລິເວນທີ່ທາງຄະນະສະເພາະຂັ້ນແຂວງກໍານົດໄວ້ເພື່ອຕິດຕາມອາການຈົນຄົບ14ວັນ.
ດຣວຽງສີ ສຸພັກດີ ໃຫ້ສໍາພາດຕື່ມວ່າ: ປັດຈຸບັນຄະນະສະເພາະກິດຂັ້ນແຂວງຈໍາປາສັກ ໄດ້ປະສານສົມທົບກັບອົງການປົກຄອງແຕ່ລະບ້ານເເນະນໍາໃຫ້ປະຊາຊົນຜູ້ທີ່ມີອາການໄຂ້,ໄອໃນໄລຍະ ນີ້ໃຫ້ຮີບ ຮ້ອນເຂົ້າໄປພົບເເພດຫມໍໂດຍດ່ວນເພື່ອເກັບຕົວຢ່າງໄປກວດວິເຄາະຫາເຊື້ອພະຍາດ ໂຄວິດ19ຕາມຈຸດບໍລິການທີ່ໄດ້ກໍານົດໄວ້ ພ້ອມທັງເເນະນໍາໃຫ້ປະຊາຊົນງົດການຈັດງານຊຸມແຊວທຸກ ຮູບ ແບບ, ໃສ່ຜ້າອັດປາກອັດດັງເວລາອອກຈາກເຮືອນ ພ້ອມທັງຮັກສາໄລຍະຫ່າງທາງສັງຄົມ ເນື່ອງ ຈາກຈໍາປາສັກເປັນແຂວງຫນື່ງມີມີລາຍງານການຕິດເຊື້ອຈາກເເຮງງານລາວເປັນຈໍາລາວຫລາຍໃນແຕ່ ລະວັນ ແລະ ບາງມື້ພົບເຫັນການຕິດເຊື້ອພະຍາດໂຄວິດ19ໃນຊຸມຊົນ.
ຂ່າວ,ພາບ: ເດດອາລຸນ ແກ້ວວິໄລວົງ