ວັນທີ 19 ພຶດສະພາ 2022, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປາຖະກະຖາວັນ ຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ຄົບຮອບ 63 ປີ ຄື:(18/5/1959-18/5/2022) ໂດຍການເປັດກຽດເຂົ້າຮ່ວມໃຫ້ການປາຖະກະຖາຂອງສະຫາຍ ທອງສະຫວັດ ໄຂຄຳພິທູນ ອະດີດກຳມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດຮອງຫົວໜ້າການເມືອງກອງພັນທີ 2 ແລະ ທ່ານ ປ້າ ສົມພູ ໄຂຄຳພິທູນ, ມີສະຫາຍ ພົນຕີ ຈັນທອງ ສອນສະອາດ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ – ຄະນະບັນຊາ, ພະນັກງານ-ຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ທອງສະຫວັດ ໄຂຄຳພິທູນ ໄດ້ຫວນຄືນມູນເຊື້ອອັນສະຫງ່າງາມຂອງກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູຢູ່ເຂດທົ່ງໄຫຫີນປີ 1959 ໃນຄ່ຳຄືນວັນທີ 18/5/1959 ພາຍໃຕ້ການບັນຊາຂອງຄະນະກອງພັນ, ແຕ່ລະກົມກອງພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດໄດ້ຍຶດຖອນທັບໄປທາງທິດ ບ້ານໂຕນ-ນາແຖງ-ໜອງເຕີ້ ແລ້ວເຂົ້າປ່າໄປທາງທິດ ບ້ານມາຍ ( ທິດຕາເວັນຕົກສຽງໃຕ້ ປະມານ 15 ກິໂລແມດ ) ຍ່າງປິດລ້ອມ ມາຮອດ 7 ໂມງເຊົ້າຂອງວັນທີ 19/5/1959 ສັດຕູໄດ້ບຸກເຂົ້າຢຶດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ-ຫວ່າງເປົ່າ ນັບທັງເຮືອນຫ້ອງແຖວຄອບຄົວພະນັກງານທະຫານກໍ່ບໍ່ມີຄົນ, ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດທີ່ຢູ່ພາຍໃຕ້ ການນໍາພາອັນປີຊາສາມາດ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິບັດລາວ ກອງທັບປະຊາຊົນລາວ, ໃນນີ້ກໍ່ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພົບຂອງຄະນະພັກ-ຄະບັນຊາ, ພະນັກງານ-ນັກຮົບຂອງກອງພັນທີ 2
ເຊິ່ງການປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້, ເຊື່ອມຊຶມບັນດາເຫດການ, ການເຄື່ອນໃນແຕ່ລະໄລຍະບົນເສັ້ນທາງປະຕິວັດອັນລະອິດລະອ້ຽວ, ນໍ້າໃຈເສຍສະຫຼະເພື່ອການປະຕິວັດ ພ້ອມກັນສືບຕໍ່ຮັກສາທາດເເທ້ມູນເຊື້ອອັນສະຫງ່າງາມ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ ໃຫຍ່ຫຼວງກວ່າເກົ່າ.
ຂ່າວ-ພາບ: ລຸນທອງ

