ໃນຕອນບ່າຍຂອງວັນທີ 13 ທັນວາ 2022, ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ມົງ ໂກລີ ປະຈໍາລາວ ໄດ້ຈັດພິທີປາຖະກະຖາຂຶ້ນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022), ພາຍໃຕ້ຫົວຂໍ້: “6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່” ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ, ເຊິ່ງບັນ ຍາຍໂດຍ ທ່ານ ບຽມບາຊູເຣັນ ຈຳສຣັງ (J. BYAMBASUREN), ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ. ນອກນີ້, ຍັງມີບັນດາຜູ້ເຂົ້າຮ່ວມຈາກ ຄະນະຜູ້ແທນ ແລະ ພະນັກງານ ສະ ຖານທູດມົງໂກລີ, ນັກສຶກສາ ແລະ ຄົນເຊື້ອຊາດມົງໂກລີ, ຄະນະກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕ່າງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈໍານວນທັງໝົດ 120 ທ່ານ.
ຈຸດປະສົງຂອງພິທີປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນໃນຂະບວນການສະເຫຼີມ ສະຫຼອງປີແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ມົງໂກລີ ຄົບຮອບ 60 ປີ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ. ພ້ອມນັ້ນ, ກໍ່ເປັນການແລກປ່ຽນທັດສະນະຮ່ວມກັນ ດ້ານນະໂຍບາຍການຕ່າງປະເທດ ທີ່ທັງ ສອງຝ່າຍ ລາວ ແລະ ມົງໂກລີ ຮ່ວມກັນຈັດຕັ້ງປະຕິບັດ ຕະຫຼອດ 60 ປີ ທີ່ຜ່ານມາ ແລະ ມີຄວາມຊົງຈໍາ ທີ່ດີດ້ານການ ທູດຮ່ວມກັນ ຢ່າງສະເໝີຕົ້ນສະເໝີປາຍ. ນອກນີ້, ຍັງເປັນການຮັບຟັງນະໂຍບາຍການຕ່າງປະເທດຂອງມົງໂກລີ ຕໍ່ພາກພື້ນ ອາຊຽນ ກໍຄື ສປປ ລາວ.
ພິທີປາຖະກະຖາໃນມື້ນີ້ ເປັນໜຶ່ງໃນ 12 ກິດຈະກໍາຮ່ວມກັນ ລະຫວ່າງ ລາວ- ມົງໂກລີ ເພື່ອຮັດແໜ້ນການຮ່ວມມືຂອງສອງຊາດ. ສະນັ້ນ, ໃນພິທີກ່າວເປີດກອງປະຊຸມ, ທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສອງຊາດ ທີ່ເປັນທັງປະຫວັດສາດ ແລະ ການຮ່ວມມືກັນພັດທະນາໃນຍຸກສະໄໝໃໝ່ ຕະຫຼອດ 6 ທົດສະວັດ ຜ່ານມາ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ ອັນໄດ້ສະແດງອອກ ຈາກການເດີນທາງຢ້ຽມຢາມສັນທະວະໄມຕີ ແລະ ພົບປະທາງລັດຖະການຂອງ ການນໍາຂັ້ນສູງສອງຝ່າຍ ລາວ-ມົງໂກລີ ຢ່າງເປັນປົກກະຕິ, ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນ ນີ້, ທ່ານ J. BYAMBASUREN, ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາ ລາວ ກໍຄື ຜູ້ບັນຍາຍ ຍັງໄດ້ ເລົ່າຄືນປະຫວັດສາດທີ່ດີງາມຂອງສອງຊາດ ແລະ ເຜີຍແຜ່ແນວທາງນະໂຍບາຍການຮ່ວມມືໃນດ້ານຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອເປັນແຮງຊຸກຍູ້ ແລະ ສະໜັບກະໜູນກັນໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ; ດ້ານການສຶກສາ ລັດຖະບານ ມົງໂກລີ ກໍໄດ້ເອົາໃຈໃສ່ຊຸກຍູ້ການພັດ ທະນາຊັບພະຍາກອນມະນຸດ ໂດຍໄດ້ໃຫ້ທຶນ ແກ່ນັກຮຽນລາວເປັນປະຈໍາທຸກປີ ໃນຫຼາຍສາຂາວິຊາ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ໄປໃນອະນາຄົດ.
ພິທີປາຖະກະຖາດັ່ງກ່າວ ໄດ້ດຳເນີນໄປ ແລະ ຈົບລົງຢ່າງສະຫງ່າງາມ, ທ່າມກາງບັນຍາກາດ ແຫ່ງຄວາມຊົງຈໍາ ແລະ ການທູດ ທີ່ມີຄວາມໝາຍສໍາຄັນ ເຊິ່ງຈະເປັນບ່ອນອີງໃນການພົວພັນຮ່ວມມື ລະຫວ່າງ ລາວ-ມົງໂກລີ ສືບໄປໃນຕໍ່ໜ້າ. ນອກນີ້, ວາລະສຸດທ້າຍ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ S. ENKHBOLD, ລັດຖະ ມົນຕີກະຊວງສາທາລະນະສຸກ ມົງໂກລີ, ພ້ອມດ້ວຍ ທ່ານ ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ຂະແໜງການກ່ຽວຂ້ອງອື່ນໆ ທີ່ໄດ້ມາຮ່ວມຮັບຟັງ 6 ທົດສະວັດ ແຫ່ງການພົວພັນການທູດ ທີ່ມີປະຫວັດສາດອັນດີງາມ ແລະ ການຮ່ວມມືໃນຍຸກສະໄໝໃໝ່ ຂອງສອງຊາດ ທີ່ຈະຍັງຄົງສືບຕໍ່ ແລະ ຍາວນານຕໍ່ໆໄປ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.
Loading...