ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ.
ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງ ທ່ານ ປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດ ຄົບຮອບ 113 ປີ (13/7/1909-13/7/2022) ໃນວັນທີ 12 ກໍລະກົດ ນີ້. ເປັນກຽດປາຖະກະຖາໂດຍ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີບັນດາຮອງປະທານສູນກາງແນວລາວສ້າງຊາດ ພະນັກ ງານ-ລັດຖະກອນ ສນຊ ເຂົ້າຮ່ວມ.
ທ່ານ ສີນາວາ ສຸພານຸວົງ ໄດ້ຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ, ຊັ້ນມັດທະຍົມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາລີ ປະເທດຝລັ່ງ, ໄດ້ເຂົ້າຮ່ວມບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຍາມໃດກໍໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດເພື່ອປະຊາຊົນ; ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.
ນອກຈາກນັ້ນ, ໄດ້ຮັບຟັງການລາຍງານແຜນການຈັດຕັ້ງປະຕິບັດ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຂອງສູນກາງແນວລາວສ້າງຊາດຕື່ມອີກ.
ຂ່າວ-ພາບ: ອິນທະຫວາ
Loading...