ສະມາຄົມ ມິດຕະພາບ ລາວ – ສປປ ເກົາຫຼີ ຮ່ວມກັບ ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 60 ປີ (16/2/1942 – 16/2/2022) ທີ່ຫ້ອງປະຊຸມ ຄະນະໂຄສະນາອົບ ຮົມສູນກາງພັກ ໃນຕອນເຊົ້າວັນທີ 14 ກຸມພາ 2022 ໂດຍມີ ສະຫາຍ ລາວປາວຊົງ ນະວົງໄຊ, ກໍາມະການ ສູນກາງພັກ, ຮອງຫົວຫນ້າຄະນະໂຄສະນາອົບ ຮົມສູນກາງພັກ; ສະຫາຍ ປ້ານ ນ້ອຍມະນີ, ປະທານສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ແລະ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາການນໍາ ແລະ ພະນັກງານຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈໍານວນ 150 ສະຫາຍ ເຂົ້າຮ່ວມ.
ໃນພິທີ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເຖີງຜົນງານການນໍາພາຂອງ ປະທານ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫຼີ ທີ່ມີຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ທິດທາງໃນການນໍາພາປະເທດຊາດກ້າວສູ່ປະເທດສັງຄົມນິຍົມຂອງ ສປປ ເກົາຫຼີ ເພື່ອເຮັດໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງສະພາບການພັດທະນາຂອງ ສປປ ເກົາຫຼີ ພາຍໃຕ້ການນໍາພາ ຂອງພັກແຮງງານເກົາຫຼີ ບົນເສັ້ນທາງສູ່ຈຸດຫມາຍສັງຄົມນິຍົມ, ພ້ອມດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມີດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາເພີ່ມພູນຄູນສ້າງດ້ວຍດີຕະຫຼອດມາ.
ໃນພິທີຄັ້ງນີ້ ຍັງໄດ້ຊົມການສະແດງ ສີລະປະຂອງ ສປປ ເກົາຫຼີ ຫລາຍລາຍການ ເຊີ່ງດໍາເນີນໄປດ້ວຍບັນຍາກາດອັນດີ.
ຂ່າວ: ມົດແດງນ້ອຍ
ພາບ: ຄຳກອງ ກິດຕິຄຸນ
Loading...