ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະ ທິດທາງຮອດປີ 2025 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 15 ກັນຍາ 2022, ທີ່ຫ້ອງວ່າ ການສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ມີທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຈາກສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມ.
ໃນໂອກາດກ່າວປິດກອງປະຊຸມທ່ານ ບຸນທອງ ຈິດມະນີ ຊີ້ໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ຜູ້ແທນທີ່ເຂົ້າຮ່ວມໄດ້ເປັນເອກະພາບສູງ ແລະຮັບຮອງໃນດ້ານຫຼັກການຕໍ່ບົດສະຫຼຸບຕີລາຄາໃນ 5 ປີ ຜ່ານມາ ແລະ ທິດທາງໜ້າທີ່ໃນຕໍ່ໜ້າຂອງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ບົນພື້ນຖານການເກັບກຳຂໍ້ມູນ, ການວິເຄາະ, ວິໄຈບັນຫາ ແລະ ການປະກອບຄຳຄິດຄຳເຫັນຂອງບັນດາຜູ້ແທນ ເປັນຕົ້ນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະນິຕິກໍາຕ່າງໆຂອງພັກ-ລັດ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຢ່າງກວມລວມ ແລະ ໄດ້ມີຂໍ້ສະຫຼຸບຈຳນວນໜຶ່ງ ທີ່ເປັນບົດຮຽນຈາກພຶດຕິກໍາຕົວຈິງ ເຊິ່ງເປັນພື້ນຖານ ໃຫ້ແກ່ການສືບຕໍ່ໝູນໃຊ້ເຂົ້າໃນວຽກງານດັ່ງກ່າວໃນຊຸມປີຕໍ່ໜ້າ. ກອງປະຊຸມໄດ້ເປັນເຈົ້າການຄົ້ນຄວ້າປະກອບຄໍາຄິດຄວາມເຫັນ ດ້ວຍຄວາມຮັບຜິດຊອບສູງໃນຫົວຂໍ້ຕ່າງໆ ລ້ວນແຕ່ສ່ອງແສງ ແລະ ຢັ້ງຢືນເຖິງຄວາມເປັນຈິງໃນການ ນໍາພາຈັດຕັ້ງປະຕິບັດ 3 ວຽກດັ່ງກ່າວ, ທັງເປັນບົດຮຽນທີ່ຫຼາກຫຼາຍອຸດົມສົມບູນ ຊຶ່ງທຸກພາກສ່ວນ, ທຸກຂະແໜງການຂອງສູນກາງ ແລະທ້ອງຖິ່ນຕ້ອງໄປຄົ້ນຄວ້າຜັນຂະຫຍາຍ ແລະໝູນໃຊ້ໃນທ້ອງຖິ່ນ ຂອງຕົນໃຫ້ແທດກັບເງື່ອນໄຂສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ.
ພິເສດກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເຊິ່ງຖືເປັນແນວຄິດຊີ້ນຳທີ່ສຳຄັນ ແລະ ເປັນພື້ນຖານໃຫ້ແກ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຂະບວນການຕົວຈິງ ແລະ ແທດກັບສະພາບເງື່ອນໄຂໃນແຕ່ລະໄລຍະ ທັງສະເພາະ ແລະຍາວນານ.
ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຍັງໄດ້ຮຽກຮ້ອງອົງການປົກຄອງແຕ່ລະຂັ້ນເສີມຂະຫຍາຍຄວາມເປັນເຈົ້າ, ຄວາມກ້າຫານປະດິດສ້າງໃນການສ້າງການຫັນປ່ຽນໃໝ່ທາງດ້ານເນື້ອໃນ, ຮູບການ ແລະ ວິທີການນຳພາ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕິດພັນກັບການຍູ້ແຮງວຽກງານ 3 ສ້າງເຂົ້າສູ່ລ່ວງເລິກ ແລະມີປະສິດທິຜົນສູງກວ່າເກົ່າ, ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ກວ້າງຂວາງທົ່ວເຖິງທຸກຊັ້ນຄົນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າ, ສ້າງ ແລະຍົກສູງສະຕິຕື່ນຕົວ ເປັນເຈົ້າການພັດ ທະນາຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກໂດຍໄວ ເພື່ອເລັ່ງໃສ່ການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມເປົ້າໝາຍທີ່ພັກ-ລັດວາງໄວ້.