ຊຸດຝຶກອົບຮົມການນຳໃຊ້ອຸປະກອນອອກອາກາດດ້ວຍພາບ ແລະ ສຽງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ດຳເນີນມາເປັນເວລາ 5 ວັນເຕັມ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນ ບ່າຍວັນທີ 24 ກຸມພາ 2023 ໂດຍມີ ທ່ານ ບຸນສຽງ ຈັນທະຈັກ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ແລະ ສຳມະນາກອນ ຈາກພະແນກເຕັກນິກການສຽງ, ພະແນກອິນເຕີເນັດ ແລະ ໂຄສົກນັກຈັດລາຍການວິທະຍຸຈຳນວນໜຶ່ງເຂົ້າຮ່ວມ.
ທ່ານ ບຸນສຽງ ຈັນທະຈັກ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຫົວໜ້າຄະນະຮັບຜິດຊອບຊຸດອົບຮົມຄັ້ງນີ້ກ່າວວ່າ : ການສຶກສາຮໍ່າຮຽນແມ່ນບໍ່ມີມື້ສິ້ນສຸດ ເຖິງວ່າການເຝິກອົບຮົມຄັ້ງນີ້ຈະໃຊ້ເວລາສັ້ນກໍຕາມ ແຕ່ອີງໃສ່ການຄົ້ນຄວ້າຮໍ່າຮຽນ ແລະນໍາໃຊ້ຄວາມຮູ້ຄວາມສາມາດເຂົ້າໃນວຽກງານຕົວຈິງຂອງພວກເຮົາເປັນສິ່ງສໍາຄັນ ພ້ອມກັນນັ້ນ ກໍຕ້ອງຮຽນຮູ້ຈາກແຫລ່ງອື່ນຕື່ມອີກ ເພື່ອມາພັດທະນາຄວາມສາມາດຂອງເຮົາເຂົ້າໃນວຽກງານຕົວຈິງ, ການຮຽນຮູ້ເຕັກນິກທັນສະໄໝເຂົ້າໃນວຽກງານກະຈາຍສຽງໃນຍຸກໃໝ່ ເພື່ອນໍາເອົາບົດຮຽນ ແລະຄວາມຮູ້ທີ່ໄດ້ອົບຮົມມານັ້ນ ໄປນໍາໃຊ້ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ກໍຄືວຽກວິຊາສະເພາະຂອງພວກເຮົາແມ່ນສິ່ງຈໍາເປັນເປັນ ແລະສໍາຄັນຫລາຍ.
ຊຸດອົບຮົມຄັ້ງນີ້ ສຳມະນາກອນໄດ້ຮຽນຮູ້ການນໍາໃຊ້ອຸປະກອນການອອກອາກາດທາງອອນໄລ ດ້ວຍພາບ ແລະ ສຽງ, ການສົ່ງສຽງດ້ວຍລະບົບດີຈີຕອນ ແລະ ຮຽນຮູ້ການຖ່າຍພາບ, ຕັດຕໍ່ພາບ ແລະ ສຽງສຳລັບອອກອາກາດທາງວິທະຍຸອອນໄລ.


