ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 12 ກຸມພາ 2023, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນຜ່ານຂົວນໍ້າມອນ ເມືອງວັງວຽງ ແຂວງວຽງຈັນ ຕາມເສັ້ນທາງຫຼວງແຫ່ງຊາດ 13 ເໜືອ ກ່ຽວ ກັບການປິດການສັນຈອນເທິງໜ້າຂົວ ຊົ່ວຄາວໃນໄລຍະສ້ອມແປງ 12 ວັນ, ເລີ່ມແຕ່ວັນທີ 15-26 ກຸມພາ 2023 ນີ້.
ທ່ານ ແວ່ນແກ້ວ ແສງແກ້ວວົງພະຈັນ ຮອງຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ກ່າວວ່າ: ເພື່ອປະຕິບັດຕາມ ຂໍ້ຕົກລົງຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 7855/ຍທຂ, ລົງວັນທີ 04 ເມສາ2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ແລະນະຄອນຫຼວງ ແລະ ປະຕິບັດຕາມ ແຈ້ງການຂອງກົມຂົວທາງ ສະບັບເລກທີ 03478/ກຂທ, ລົງວັນທີ 09 ກຸມພາ 2023 ກ່ຽວກັບ ການປິດຊ່ອງການສັນຈອນຊົ່ວຄາວ ເພື່ອສ້ອມແປງ ຂົວນໍ້າມອນ ເມືອງວັງວຽງ ແຂວງວຽງ ຈັນ.
ປັດຈຸບັນ ຂົວນໍ້າມອນ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດຊ່ອງທາງ ການສັນຈອນເທິງໜ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 15-26 ກຸມພາ 2023 ເພື່ອຮັບປະກັນການສ້ອມແປງໃຫ້ຖືກ ຕ້ອງຕາມເຕັກນິກ ແລະ ຮັບປະກັນຄວາມປອດໄພໃນໄລຍະການສ້ອມແປງ ຈຶ່ງແຈ້ງໃຫ້ຮູ້ລາຍລະອຽດໃນການປິດຊ່ອງຈາລະຈອນຄື:
ວັນທີ 15-26 ກຸມພາ 2023 ເວລາ 5:00-22:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກເທິງຂົວ(ນ້ໍາໜັກເກີນ 4 ໂຕນ), ລົດໃຫຍ່ (ນໍ້າໜັກໜ້ອຍກວ່າ 4 ໂຕນ) ແລະ ລົດຈັກ ສາມາດສັນຈອນໄດ້.
ວັນທີ 16-21 ກຸມພາ 2023 ເວລາ 22:00-5:00 ເປັນເວລາ 6 ວັນ, ປິດການສັນຈອນລົດໃຫຍ່ (ນໍ້າໜັກ ໜ້ອຍກວ່າ 4 ໂຕນ), ລົດຈັກ ສາມາດສັນຈອນໄດ້.
ວັນທີ 15-26 ເວລາ 22:00-5:00 ເປັນເວລາ 12 ວັນ, ປິດການສັນຈອນລົດໜັກ (ນໍ້າໜັກເກີນ 4 ໂຕນ), ລົດຈັກສາມາດສັນຈອນໄດ້
ສ່ວນການນໍາໃຊ້ທາງເວັ້ນແມ່ນນໍາໃຊ້ທາງດ່ວນ ສະຖານີວັງວຽງ ແລະ ສະຖານນີວັງຄີ ໃນໄລຍະການປິດຊົ່ວຄາວ.