ງານມະຫາກຳກິລາໂອແລມປິກ ລະດູຮ້ອນ ຄັ້ງທີ 32 ຫລື ໂຕກຽວເກມ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ໄດ້ປິດສາກລົງຢ່າງເປັນທາງການ ໃນຕອນຄໍ່າວັນທີ 8 ສິງຫານີ້ ສະໜາມກິລາໂອແລມປິກ ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພາຍຫລັງດຳເນີນການແຂ່ງຂັນທາງການ ມາແຕ່ວັນທີ 23 ກໍລະກົດ 2021.
ຕະຫລອດການແຂ່ງຂັນເກືອບ 20 ວັນ ໄດ້ຕໍ່ສູ້ກັບພະຍາດໂຄວິດ-19 ທຸກວັນ ທີ່ສຸດທ້າທາຍ, ແຕ່ທຸກຝ່າຍໄດ້ຮ່ວມແຮງຮ່ວມໃຈກັນ ຈົນສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສຳເລັດການແຂ່ງຂັນຢ່າງຈົບງາມ.
ການຊິງໄຊ 339 ຫລຽນຄຳ ໃນ 33 ປະເພດກິລາ ໃນງານຄັ້ງນີ້ ມີການທຳລາຍສະຖິຕິໂອແລມປິກ ແລະ ສະຖິຕິໂລກ ຫລາຍລາຍການ. ຜ່ານການແຂ່ງຂັນ ຄະນະນັກກິລາຈາກ ສະຫະລັດ ອາເມຣິກາ (USA) ແຊງ ສປ ຈີນ ໃນວັນສຸດທ້າຍ ຄອງເຈົ້າຫລຽນຄຳ ເປັນສະໄໝທີ 3 ຕິດຕໍ່ກັນ ລວມເປັນສະໄໝທີ 18 ໂດຍໄດ້ມາທັງໝົດ 39 ຫລຽນຄຳ 41 ຫລຽນເງິນ 33 ຫລຽນທອງ ລວມ 113 ຫລຽນ, ອັນດັບ 2 ສປ ຈີນ 38 ຫລຽນຄຳ 32 ຫລຽນເງິນ 18 ຫລຽນທອງ ລວມ 88 ຫລຽນ, ອັນດັບ 3 ເຈົ້າພາບ ຍີ່ປຸ່ນ 27 ຫລຽນຄຳ 14 ຫລຽນເງິນ 17 ຫລຽນທອງ ລວມ 58 ຫລຽນ.
ສຳລັບ ຄັ້ງຕໍ່ໄປ ປີ 2024 ນະຄອນຫລວງປາຣີ ປະເທດຝຣັ່ງ ຈະຮັບກຽດເປັນເຈົ້າພາບ ຊຶ່ງເປັນຄັ້ງທີ 3 ທີ່ປະເທດຝຣັ່ງ ໄດ້ຮັບກຽດເປັນເຈົ້າພາບ ໂອແລມປິກ ລະດູຮ້ອນ ຕໍ່ຈາກປີ 1900 ແລະ ປີ 1924 ຈະເປັນເຈົ້າພາບອີກຄັ້ງໃນຮອບ 100 ປີ.
ຂ່າວ,ເອກະສັນ ທິບພະຈັນ
Photo: Tokyo 2020






