ກອງປະຊຸມສະຫລຸບປິດການຊ່ວຍເຫຼືອໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຫລື ທລຍ ຂອງອົົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດ ຫລື SDC ຈັດຂຶ້ນ ໃນວັນທີ 16 ມິຖຸນານີ້ ທີ່ຫ້ອງການພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ພາຍໃຕ້ການເປັນ ປະທານຮ່ວມລະຫວ່າງທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຄຣີສຕຽນ ເອງເລີ ( Christian Engler ) ຮອງຫົວໜ້າອົງການ SDC ປະຈໍາ ສປປ ລາວ.ມີ ພ້ອມດ້ວຍ ຜູ້ຊ່ຽວຊານອາວຸໂສ ດ້ານພັດທະ ນາສັງຄົມ ແລະ ຫົວໜ້າຄະນະທິມງານຈັດຕັ້ງ ປະຕິບັດໂຄງການຊ່ຽວຊານຈາກທະນາຄານໂລກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້ມີຄໍາເຫັນວ່າ: ອົົງການ ເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ ຫລື SDC ເປັນຄູ່ຮ່ວມງານດ້ານການ ພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນແກ່ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຫລື ທລຍ ທັງທາງດ້ານການເງິນ ແລະ ດ້ານເຕັກນິກວິຊາການມາເປັນເວລາຫລາຍກວ່າ 10 ປີ, ນັບແຕ່ປີ 2009 ເປັນຕົ້ນມາ, ອົງການ SDC ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອລ້າຫຼາຍກວ່າ 40 ລ້ານ ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍຜ່ານການສົ່ງເສີມ ການວາງແຜນການແບບມີສ່ວນຮ່ວມແຕ່ຂັ້ນລຸ່ມຫາຂັ້ນເທິງ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄັດເລືອກບຸລິມະສິດ ຄວາມຕ້ອງການຂອງຊຸມຊົນ ໂດຍການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ. ໂດຍສະເພາະແມ່ນ ການສະໜັບສະໜູນການພັດທະນາໂຄງລ່າງພື້ນຖານທັງໝົດ 1.544 ໂຄງການຍ່ອຍທີ່ນອນຢູ່ໃນຂະແໜງການຕ່າງໆ ເປັນຕົ້ນ: ຂະແໜງສາທາລະນະສຸກ, ສືກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ ແລະ ກະສີກຳ ແລະ ປ່າໄມ້. ນອກນີ້ ຍັງໄດ້ສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນ, ອໍານາດການປົກຄອງທ້ອງຖີ່ນ, ການປ້ອງກັນຜົນກະທົບທາງສັງຄົມ ແລະ ສີງແວດລ້ອມ, ການຄຸ້ມຄອງຄວາມສ່ຽງໄພພິບັດ. ທັງໝົດຂອງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດນັ້ນ ແນໃສ່ຮັບປະກັນໃຫ້ຜູ້ທີ່ທຸກຍາກໄດ້ຮັບຜົນປະໂຫຍດສູງສຸດ.
ຫົວໜ້າຫ້ອງການ ກະຊວງ ກະສິກໍາ ແລະ ປ່າໄມ້ມີຄໍາເຫັນຕື່ມວ່າ: ໃນໄລຍະທີ່ປະເທດລາວເຮົາ ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2021 ອົົງການ ເພື່ອການ ພັດທະນາ ແລະ ຮ່ວມມືຂອງປະເທດສະວິດຍັງໄດ້ໃຫ້ທຶນສະໜັບສະໜູນຈຳນວນ 500.000 ໂດລາສະຫະລັດ ເພື່ອສະໜັບສະໜູນລັດຖະບານລາວ ໃນການຫລຸດຜ່ອນຄວາມສ່ຽງການແຜ່ລະບາດ ຂອງພະຍາດໂຄວິດ-19 ລົງສູ້ເຂດຊົນນະບົດ ໂດຍໄດ້ຈັດຕັ້ງປະຕິບັດກິດຈະກຳຢູ່ 900 ບ້ານ, 35 ເມືອງຂອງ 10 ແຂວງໃນທົ່ວປະເທດ ເພື່ອສ້າງຈິດສໍານຶກໃຫ້ຊຸມຊົນຢູ່ບ້ານເປົ້າໝາຍກ່ຽວກັບການປ້ອງ ກັນຕົນເອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແຜ່ລະບາດຂອງພະຍາດຕິດຕໍ່ ອື່ນໆ. ພ້ອມທັງໃຫ້ທຶນສະໜັບສະໜູນຈຳນວນ 395.200 ໂດລາສະຫາລັດສຳລັບເປັນຄ່າບໍລິຫານ ແລະ ຕິດຕາມວຽກງານການກໍ່ສ້າງ 53 ໂຄງການຍ່ອຍ ຢູ່ 6 ແຂວງ ຄື: ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ພາຍໃຕ້ທຶນສົມທົບຂອງລັດຖະບານ ຂອງໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ຫລື ທລຍ 3 ຕື່ມອີກ.
ໂດຍ: ບຸນຍັງ ພຸດສະຫວັດ
Loading...