ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ປີນີ້ ແຂວງເຊກອງ ກໍຄືພະແນກກະສິກຳ ແລະ ປ່າໄມ້ແຂວງ ມີແຜນການປູກ ໄມ້ໃຫ້ໄດ້ຈຳນວນ 600 ເຮັກຕາ,ໃນນີ້ ພາກລັດປູກໃຫ້ໄດ້ 50 ເຮັກຕາ, ປະຊາຊົນປູກໃຫ້ໄດ້ 100 ເຮັກຕາ, ຜູ້ປະກອບການປູກໃຫໄດ້ 450 ເຮັກຕາ, ປະຈຸບັນສາມາດຜະລິດເບ້ຍໄມ້ປະເພດຕ່າງໆໃຫ້ໄດ້ ທັງໝົດ ຈຳນວນ 137,335 ເບ້ຍ, ສາມາດປູກໄດ້ຕົວຈິງ 60.423 ເບ້ຍ.
ທ່ານ ສົມຫວັງ ຂຳມະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 27 ພຶດສະພາ 2022 ນີ້ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງໆເຊກອງ ກ່ຽວກັບການສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ໃຫ້ເປັນຂະບວນການຟົດຟື້ນ ແລະກວ້າງຂວາງ, ສະນັ້ນ ພະແນກກະສິກໍາ ແລະປ່າໄມ້ແຂວງ ກໍໄດ້ປະສານສົມທົບກັບຫ້ອງການກະສິກໍາ ແລະປ່າໄມ້ ແລະພາກສ່ວນກ່ຽວຂ້ອງ ກະກຽມເບ້ຍໄມ້ເພື່ອປູກຕາມສະຖານທີ່ຕ່າງໆທີ່ກໍານົດໄວ້ ໃຫ້ໄດ້ໃນເນື້ອທີ່ 600 ເຮັກຕາ, ສະເພາະໃນວັນທີ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ຈະປູກໃຫ້ໄດ້ 12 ເຮັກຕາ, ຊຶ່ງປະກອບມີປະເພດໄມ້ດູ່, ໄມ້ຂະຍູງ, ໄມ້ຍາງ, ໄມ້ແຕ້, ໄມ້ຈຳປາປ່າ, ໄມ້ແຕ້, ໄມ້ບາກ ແລະ ອື່ນໆ; ໃນນີ້ ໄດ້ມອບໃຫ້ບັນດາເມືອງ, ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ແລະ ພາກສ່ວນອື່ນໆ ຈັດຕັ້ງປະຕິບັດການປູກເຊັ່ນ: ເມືອງລະມາມ 2 ເຮັກຕາ, ເມືອງທ່າແຕງ 6 ເຮັກຕາ, ເມືອງດາກຈຶງ 2 ເຮັກຕາ, ເມືອງກະລຶມ 2 ເຮັກຕາ ຈາກນັ້ນ ກໍແມ່ນມອບໃຫ້ບໍລິສັດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນ ໄດ້ພ້ອມກັນປູກໃນເນື້ອທີ່ດິນບ່ອນທີ່ມີເງື່ອນໄຂ.
ສໍາລັບໃນປີ 2021 ຜ່ານມາ ທົ່ວແຂວງສາມາດຈັດຕັ້ງປູກໄມ້ໄດ້ 251 ເຮັກຕາ, ຂະນະທີ່ອັດຕາການລອດເຫຼືອຂອງຕົ້ນໄມ້ກໍມີທ່າອ່ຽງສູງຂຶ້ນ, ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງຂະແໜງການກ່ຽວຂ້ອງທັງພາກລັດ, ປະຊາຊົນ ແລະຫົວໜ່ວຍທຸລະກິດເປັນເຈົ້າການປົກປັກຮັກສາ.
ໂອກາດນີ້, ທ່ານ ສົມຫວັງ ຂຳມະວົງ ຍັງໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງຮ່ວມໃຈກັນປະກອບສ່ວນປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ ແລະພາຍຫຼັງທີ່ປູກແລ້ວຕ້ອງເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາ ເພື່ອເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ ແນໃສ່ສ້າງແຂວງເຊກອງ ໃຫ້ກາຍເປັນເມືອງສີຂຽວ, ສະອາດ, ສະຫງົບ ແລະສວຍງາມ.
(ຂ່າວ-ພາບ: ພຸດທະສອນ)