ປີ 2021 ນີ້ ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ ທັງຫມົດ 80 ຄົນ, ຍິງ 72 ຄົນ, ຜູ້ຖືກເຄາະຮ້າຍອາຍຸຕໍ່າກວ່າ 18 ປີ ມີ 59 ຄົນ, ຍິງ 57 ຄົນ.

ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ, ປະທານ ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່ ເດັກກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຕໍ່ວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຖືເອົາວຽກງານສຶກສາອົບຮົມ, ໂຄສະ ນາ,ຊຸກຍູ້, ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ສິດສະເຫມີພາບຍິງ-ຊາຍ ໃນທົ່ວສັງຄົມ ເພື່ອໃຫ້ແມ່ຍິງໄດ້ຮັບໂອກາດເທົ່າທຽມກັນທາງດ້ານເສດຖະກິດ-ສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດຫມາຍ, ນອກ ຈາກນັ້ນ ໄດ້ໃຫ້ຊ່ວຍເຫຼືອແມ່ຍິງຜູ້ທີ່ຕົກເປັນເຫຍື້ອຈາກການໃຊ້ຄວາມຮຸນແຮງ ເປັນຕົ້ນ: ການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ການກະທໍາຜິດຕໍ່ສາຍຄອບຄົວ, ຜົວ-ເມຍ ແລະ ອື່ນໆ.
ສໍາລັບກົນໄກຮັບຜິດຊອບຂອງກະປ້ອງກັນຄວາມສະຫງົບ ແມ່ນໄດ້ເອົາໃຈໃສ່ຕິດຕາມ , ເກັບກໍາຂໍ້ມູນ ແລະ ດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ ໃຫ້ຖືກຕ້ອງ ແລະ ວ່ອງໄວ, ສຶກສາອົບຮົມ, ກ່າວເຕືອນ ແລະ ໄກ່ເກ່ຍຜູ້ທີ່ໃຊ້ຄວາມຮຸນແຮງທີ່ກໍ່ຜົນເສຍຫາຍບໍ່ຫຼວງຫຼາຍ, ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຊ່ວຍ ເຫຼືອ ແລະ ກອບກູ້ເອົາຜູ້ຖືກເຄາະຮ້າຍ ນອກຈາກນັ້ນ ຍັງມີສາຍດ່ວນ 1632 ແລະ 13໐໐ ຮັບແຈ້ງຄວາມໃນກໍລະນີມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການຄ້າມະນຸດ. ດັ່ງນັ້ນ ໃນປີ 2021 ໄດ້ໃຫ້ການຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດ ລວມທັງຫມົດ 80 ຄົນ, ຍິງ 72 ຄົນ, ຜູ້ຖືກເຄາະຮ້າຍອາຍຸຕໍ່າກວ່າ 18 ປີ ມີ 59 ຄົນ, ຍິງ 57 ຄົນ.
ປະທານ ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ຢໍ້າຕື່ມວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນພຶດຕິກໍາທີ່ເຮັດໃຫ້ ເກີດ ຫຼື ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ທາງດ້ານຮ່າງກາຍ, ທາງຈິດໃຈ,ທາງເພດ, ຊັບສິນ ຫຼື ເສດຖະກິດ ໂດຍບໍ່ອ້າງອີງເຖິງຮີດຄອງປະເພນີ ຫຼື ຄວາມເຊື່ອຖືເປັນເຫດຜົນໃນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະມາຊິກໃນຄອບຄົວ ຫຼື ບູກຄົນອື່ນກໍ່ຕາມ. ສະນັ້ນ, ແມ່ຍິງຄວນໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອຈາກຄົນໃນສັງຄົມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ຄວາມສະເຫມີພາບຍິງ-ຊາຍ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການກະທໍາຜິດທາງອາຍາ ເພາະ ເປັນການລະເມີດສິດທິຂັ້ນພື້ນຖານຂອງມະນຸດ ສະນັ້ນ ເຈົ້າຫນ້າທີ່ຕໍາຫຼວດສາມາດເອົາຜູ້ກະທໍາຜິດມາດໍາເນີນຄະດີຕາມລະບຽບກົດຫມາຍໄດ້.
Cr: ບຸນຕຽງ ຈັນທະວົງ