ບົດລາຍງານວຽກງານລັດຖະບານຈີນທີ່ກ່າວໂດຍທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໃນກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນຄັ້ງທີ 3 ຊຸດທີ 13 ທີ່ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 22 ພືດສະພານີ້ໄດ້ເນັ້ນວ່າ: ປີນີ້, ຈີນຕ້ອງຮັບປະກັນໃຫ້ປະຊາກອນຜູ້ທຸກຍາກທີ່ຍັງເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ເພີ່ມທະວີຄວາມແຮງໃນການລຶບລ້າງຄວາມທຸກຍາກຢູ່ເມືອງແລະບ້ານທີ່ຍັງທຸກຍາກຢູ່, ດຳເນີນການເຄື່ອນໄຫວລຶບລ້າງຄວາມທຸກຍາກດ້ວຍການບໍລິໂພກ, ສະໜັບສະໜູນຂະແໜງການລຶບລ້າງຄວາມທຸກຍາກໃຫ້ຟື້ນຟູການພັດທະນາຄືນໃໝ່.
ເພີ່ມທະວີ ຊ່ວຍເຫຼືອພາຍຫຼັງປະຊາກອນຜູ້ທຸກຍາກຍ້າຍທີ່ຢູ່ອາໄສ. ສືບຕໍ່ຊຸກຍູ້ໃຫ້ການລຶບລ້າງຄວາມທຸກຍາກ ກັບການຟື້ນຟູຄວາມຈະເລີນຂອງຊົນນະບົດເຊື່ອມຕໍ່ກັນຢ່າງບັງເກີດຜົນ, ສຸດຄວາມສາມາດເຮັດໃຫ້ປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກສ້າງຄວາມຮັ່ງມີຂຶ້ນ.