ນັບແຕ່ຕົ້ນປີ 2021 ມາຮອດກາງເດືອນສິງຫານີ້ ມີການບຸກລຸກອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ທັງໝົດ 851 ຄັ້ງ, ໃນນີ້ ພົບເຫັນຫລາຍກວ່າໝູ່ແມ່ນການລັກລອບເຂົ້າໄປລ່າສັດປ່າ, ກວມເອົາປະມານ 56 ສ່ວນຮ້ອຍ. ນອກ ຈາກນັ້ນ ແມ່ນລັກລອບເຂົ້າໄປລັກລອບຕັດໄມ້, ເກັບເຄື່ອງປ່າຂອງດົງ ແລະ ອື່ນໆ.
ທ່ານ ບຸນເພັງ ພົມສະຫວາດ, ຫົວໜ້າອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ໃຫ້ສໍາພາດວ່າ: ສະພາບການລັກລອບບຸກລຸກອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ປີນີ້ ມີທ່າອ່ຽງຫຼຸດ ລົງຫລາຍສົມຄວນຖ້າທຽບໃສ່ໄລຍະດຽວກັນຂອງປີ 2020 ຜ່ານມາ ເນື່ອງຈາກຄະນະຮັບຜິດຊອບໄດ້ຮັບງົບປະ ມານຮັບໃຊ້ເພີ່ມຂຶ້ນ ເຮັດໃຫ້ສາມາດເພີ່ມຈໍານວນຄົນໃນການລາດຕະເວນເພື່ອປ້ອງກັນ ແລະ ກວດກາສະພາບ ການບຸກລຸກອຸທິຍານໄດ້ກວ້າງຂວາງກວ່າເກົ່າ. ນອກຈາກນີ້ ຍັງມີງົບປະມານໃຊ້ຈ່າຍໃນວຽກງານອື່ນໆ ທີ່ກ່ຽວຂ້ອງໃນນີ້ ລວມທັງການຊຸກຍູ້ສົ່ງເສີມປະຊາຊົນທີ່ອາໃສຢູ່ເຂດໃກ້ຄຽງເຂດອຸທິຍານແຫ່ງຊາດໄປປະກອບອາຊີບອື່ນເພື່ອທົດແທນການລ່າສັດປ່າ ໂດຍສະເພາະການປູກພືດ ແລະ ລ້ຽງສັດ.
ທ່ານ ບຸນເພັງ ພົມສະຫວາດ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ມີຫລາຍອົງການໃຫ້ການຊ່ວຍເຫລືອຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເປັນຕົ້ນ: ອົງການອະນຸລັກສັດ ປ່າ ປະຈໍາລາວ ໄດ້ຊ່ວຍເຫລືອທັງທາງດ້ານວິຊາການ, ງົບປະມານ ແລະ ເປັນຄູ່ຮ່ວມງານ. ນອກຈາກນີ້ ຍັງມີທະນາ ຄານໂລກທີ່ໃຫ້ທຶນໃນການປົກປັກຮັກສາສິ່ງແວດລ້ອມພາຍໃນອຸທິຍານແຫ່ງນີ້ ແລະ ອື່ນໆ.
ອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອທີ່ທັງໝົດ 410.720 ເຮັກ ຕາ, ກວມເອົາ 10 ເມືອງຂອງ 3 ແຂວງ ຄື: ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ, ແຂວງຫົວພັນ, ເມືອງວຽງຄໍາ, ປາກແຊງ, ໂພນທອງ ແລະ ເມືອງໂພນໄຊ, ແຂວງຫລວງພະບາງ ແລະ ເມືອງພູກູດ, ແຂວງຊຽງຂວາງ.
Cr: ບຸນຕຽງ ຈັນທະວົງ

