ປີ 2021 ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວພາຍໃນແຂວງຫລວງພະບາງ ທັງໝົດ 69.730 ເທື່ອຄົນ, ເທົ່າກັບ 10,44% ຂອງແຜນການ, ສາມາດສ້າງລາຍຮັບໄດ້ 9,76 ລ້ານໂດລາສະຫະລັດ, ເທົ່າກັບ 4,81% ຂອງແຜນການ. ສ່ວນປີ 2022 ນີ້ ອົງການປົກຄອງແຂວງວາງຄາດໝາຍຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າໄປທ່ອງທ່ຽວພາຍໃນແຂວງຫລວງພະບາງ ໃຫ້ໄດ້ 300.141 ຄົນ, ສ້າງລາຍຮັບໃຫ້ໄດ້ 53,54 ລ້ານໂດລາສະຫະລັດ.
ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຫລວງພະບາງ ຊຸດທີ II ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຫລວງພະບາງ ແມ່ນ 1 ໃນຈໍານວນ 3 ແຂວງທົ່ວປະເທດທີ່ລັດຖະບານກໍານົດເປັນເຂດທ່ອງທ່ຽວສີຂຽວ ໄລຍະທີ 1 ແຕ່ເດືອນ ມັງກອນ-ມີນາ ປີ 2022 ເພື່ອຕ້ອນ ຮັບນັກທ່ອງທ່ຽວຕ່າງປະເທດຕາມນະໂຍບາຂອງລັດຖະ ບານ, ແນໃສ່ຟື້ນຟູເສດຖະກິດໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19, ເຊີ່ງໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງ ກໍຄື ອົງການປົກຄອງແຂວງ ໄດ້ສ້າງແຜນຮອງຮັບນັກທ່ອງທ່ຽວຕາມເງື່ອນໄຂຄົບຕາມທີ່ລັດຖະບານກໍານົດໄວ້ ໂດຍກໍານົດເອົານະຄອນຫຼວງພະບາງ, ເມືອງງອຍ, ເມືອງຈອມເພັດ ແລະ ເມືອງອື່ນໆ ເປັນເຂດພື້ນທີ່ສີຂຽວ. ນອກຈາກນີ້ ໄດ້ກະກຽມເປີດຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 2 ແຕ່ເດືອນເມສາ-ມິຖຸນາ ປີ 2022, ເຊີ່ງທັງໝົດນີ້ຈະເປັນການປະກອບສ່ວນສໍາຄັນເຮັດໃຫ້ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວພາຍໃນແຂວງຫລວງພະບາງ ນັບມື້ຫລາຍຂຶ້ນ.