ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ຮດ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດກ່ຽວກ່ຽວຜົນງານທີ່ພົ້ນເດັ່ນ ໄລຍະຜ່ານມາ ຂອງອົງການກາແດງແຫ່ງຊາດລາວວ່າ: ອົງການກາແດງແຫ່ງຊາດລາວ ໃນຖານະທີ່ເປັນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ 7 ຫລັກການພື້ນຖານ ຂອງຂະບວນການກາແດງ ແລະ ຊິກວົງເດືອນແດງສາກົນໄລຍະ 1ປີ ຜ່ານມາສາມາດຈັດຕັ້ງປະຕິບັດວຽກຂອງງານຂອງຕົນ ໃນ 09 ຂົງເຂດວຽກງານມະນຸດສະທຳ ຄື:
ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ: .ເຊິ່ງອົງການກາແດງລາວໄດ້ເອົາໃຈໃສ່ແກ້ໄຂບັນເທົາທຸກເບື້ອງຕົ້ນຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ອັກຄີໄພ, ການລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນໃນທົ່ວປະເທດ 17ແຂວງ ແລະ 1 ນະຄອນຫລວງ, ລວມມູນຄ່າການຊ່ວຍເຫລືອທັງໝົດ 15ຕື້ກວ່າກີບ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກກາແດງສາກົນ ແລະກາແດງເພື່ອນມິດ,ຈາກສັງຄົມທັງພາຍໃນ ແລະຕ່າງປະເທດ, ງົບປະມານປະກອບສ່ວນຈາກແຂວງ ແລະ ການຊ່ວຍເຫຼືອຜ່ານການໂຄງການຕ່າງໆ,ໃນຈຳນວນຜູ້ໄດ້ຮັບຜົນກະທົບທັງໝົດ 1,331 ບ້ານ, 436 ເມືອງ 38,787 ຄອບຄົວ, ຈໍານວນ 188,646 ຄົນ, ຍິງ 140,223 ຄົນ, ໃນນັ້ນໄດ້ໃຫ້ການຊ່ວຍເຫຼືອດ້ານໄພນ້ຳຖ້ວມ ທີ່ 6 ແຂວງຄື : ແຂວງບໍ່ແກ້ວ, ໄຊຍະບູລີ, ສະຫວັນນະເຂດ, ສາລະວັນ, ເຊກອງ, ແລະແຂວງອັດຕະປື.
ສະເພາະການຮ່ວມມືກັບ ອົງການອາຫານໂລກ ໄດ້ຊ່ວຍ ເຫລືອ 63ບ້ານ, 5 ເມືອງ 3,815ຄອບຄົວ, 20,417ຄົນ, ຍິງ10,906ຄົນ ມູນຄ່າການຊ່ວຍເຫລືອ 6,276,598,000ກີບ; ຊ່ວຍເຫລືອຜູ້ທີ່ປະສົບອັກຄີໄພ ຢູ່ 17 ແຂວງ ແລະ 1 ນະຄອນຫຼວງ ມີຈຳນວນ 124 ບ້ານ, 98 ເມືອງ 193 ຄອບຄົວ, 1,100ຄົນ, ຍິງ 547ຄົນ,ມູນຄ່າການຊ່ວຍເຫລືອ 462,374,000ກີບ;
ຂະນະດຽວກັນ ຍັງໄດ້ຊ່ວຍເຫຼືອຄອບຄົວທີ່ຍົກຍ້າຍຖິ່ນຖານ 2 ແຂວງຄື : ແຂວງ ໄຊຍະບູລີ ແລະເຊກອງ ຈຳນວນ 2 ຄັ້ງ 77ຄອບຄົວ, 414ຄົນ, ຍິງ231ຄົນ, ມູນຄ່າການຊ່ວຍເຫລືອ 28,004,000ກີບ;
ຊ່ວຍເຫຼືອຄອບຄົວທີ່ທຸກຍາກ, ປ່ຽວພອຍດ້ອຍໂອກາດ ທີ່ 17 ແຂວງ ແລະ 1 ນະຄອນຫຼວງ, ຈຳນວນ 234 ບ້ານ, 52 ເມືອງ, 8,656ຄອບຄົວ, 50,857 ຄົນ, ຍິງ 20,014 ຄົນ, ມູນຄ່າຊ່ວຍເຫລືອທັງໝົດ 817,214,000ກີບ;
– ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19, ໂດຍແຈກຍາຍອາຫານ ທີ່ສູນຈຳກັດບໍລິເວນ, ໂຮງໝໍພາກສະໜາມ, ເຂດບ້ານແດງ ແລະ ໂຮງຮຽນທີ່ມີຄວາມສ່ຽງ ຄື: ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ, ຈຳນວນ 77,115ຄົນ, ຍິງ 37,108 ຄົນ, ມູນຄ່າການຊ່ວຍເຫລືອ 31,807,505,071 ກີບ, ເຊິ່ງແມ່ນງົບປະມານ ກາແດງ ສ. ເກົາຫຼີ , ສະຫະພັນກາແດງແລະຊີກວົງເດືອນແດງສາກົນ, ກາຊາດໄທ, ກາແດງສະວິດ, ອົງການອາຫານໂລກ, ອົງການຮ່ວມມືສາກົນຂອງສະວິດ, ສະຖານທູດການາດາ.
ນອກຈາກນັ້ນຍັງໄດ້ຮັບເຄື່ອງຊ່ວຍເຫລືອບັນເທົາທຸກປະເພດເຄື່ອງນຸ່ງຫົ່ມ ແລະເກີບຈາກອົງການກາແດງ ສ.ເກົາຫລີ ຈໍານວນ 14.198 ແກັດ, ແລະສຳເລັດການແຈກຍາຍໃຫ້ກາແດງແຂວງແລ້ວ 16 ແຂວງ ແລະພາກສ່ວນອື່ນຈຳນວນໜຶ່ງ ລວມທັງໝົດ 3.050 ແກັດ; ປະຈຸບັນຍັງສືບຕໍ່ແຈກຍາຍອີກ 2 ແຂວງທີ່ຍັງເຫລືອແລະຈະສົ່ງໄປສາງ 3 ພາກຂອງອົງການກາແດງລາວເພື່ອຮອງຮັບໃຫ້ການຊ່ວຍເຫລືອຢ່າງທັນການ.
ທ່ານ ຮຈ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ຮູ້ອີກວ່າ: ປີ 2021ວຽກງານທີ່ພົ້ນເດັ່ນອີກອັນໜຶ່ງ ແມ່ນວຽກງານລະດົມການບໍລິຈາກເລືອດ, ເຖິງວ່າມີຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ກໍ່ໄດ້ສູ້ຊົນຜ່ານຜ່າປະຕິບັດຫນ້າທີ່ຂອງຕົນຢ່າງຕໍ່ເນື່ອງ, ພ້ອມດຽວກັນນັ້ນ ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບ ຕໍ່ຂະບວນການຮັບບໍລິຈາກເລືອດ ເຮັດໃຫ້ບໍ່ສາມາດອອກຮັບບໍລິຈາກເລືອດຕາມແຜນການທີ່ວາງໄວ້; ຕາມຄາດຫມາຍສູ້ຊົນທົ່ວປະເທດໃຫ້ໄດ້ 64,000 ຖົງ ແຕ່ປະຕິບັດຕົວຈິງ ໄດ້ 55,486 ຖົງ, ໃນນີ້ ຢູ່ສູນກາງໄດ້ 25,808 ຖົງ ແລະ ຢູ່ທ້ອງຖິ່ນໄດ້ 29,678 ຖົງ, ຖ້າທຽບໃສ່ແຜນການປີ ທົ່ວປະເທດສາມາດປະຕິບັດໄດ້ 87% ຫລຸດແຜນການທີ່ວາງໄວ້ 8,514 ຖົງ, ແຕ່ກໍມີບາງແຂວງທີ່ສາມາດປະຕິບັດໄດ້ລື່ນຄາດຫມາຍ ເຊັ່ນ : ບໍ່ແກ້ວ, ວຽງຈັນ, ບໍລິຄໍາໄຊ, ອັດຕະປື ແລະ ໄຊຍະບຸລີ; ໃນນີ້ ມີການບໍລິຈາກເລືອດແບບສະຫມັກໃຈ ບໍ່ຮຽກຮ້ອງສີ່ງຕອບແທນ70% ແລະ ບໍລິຈາກແບບພີ່ນ້ອງ 30%; ໄດ້ຮັບການສະໜັບສະໜູນຈາກບໍລິສັດປະກັນໄພພົງສະຫວັນ ໃນການເຮັດປະກັນໄພອຸບັດຕິເຫດໃຫ້ແກ່ຜູ້ບໍລິຈາກເລືອດແບບສະໝັກໃຈ ຢູ່ໃນນະຄອນຫລວງວຽງຈັນ ຈຳນວນ 1,000 ຄົນ; ຄຽງຄູ່ກັນນີ້ ໄດ້ກວດວິເຄາະເລືອດ ຢັ້ງຢືນຄຸນນະພາບ ເຖິງຄວາມປອດໄພ ຢ່າງເປັນລະບົບ ແລະ ໄດ້ແຈກຈ່າຍເລືອດ ແລະ ສວ່ນປະກອບຂອງເລືອດ ທັງໝົດ 64,357 ຖົງ, ເຊີ່ງໄດ້ຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບໄວ້ໄດ້ ຫລາຍກວ່າ 50,000 ຄົນ.
ເຖິງຢ່າງໃດກໍຕາມ ໃນປີ 2022ນີ້ ອົງການກາແດງແຫ່ງຊາດລາວ ຈະສືບຮັບໃຊ້ສັງຄົມດ້ວຍການປຸກລະດົມຂົນຂວາຍບໍລິຈາກເລືອດໃຫ້ພຽງພໍ, ຄືຈໍານວນ 64,000 ຖົງ; ພ້ອມທັງປັບປຸງໜ່ວຍກູ້ໄພສຸກເສີນ ແລະຂະຫຍາຍເພີ່ມຕື່ມຢ່າງໜ້ອຍ 02ແຂວງ;.ສ້າງຄູຝຶກປະຖົມພະຍາບານໃຫ້ກາແດງແຂວງຢ່າງໜ້ອຍແຂວງລະ 2ຄົນ, ຝຶກອົບຮົມການປະຖົມພະຍາບານໃຫ້ໄດ້ແຂວງລະ 20 ຄົນ; .ສາມາດສະໜອງນໍ້າສະອາດໃນພາວະສຸກເສີນໃຫ້ຊຸມຊົນທີ່ຖືກຜົນກະທົບຈາກໄພພິບັດ, .ຂົນຂວາຍສະມາຊິກ ແລະອາສາສະໝັກກາແດງໃຫ້ໄດ້ແຂວງລະ 20 ຄົນ;. ສົ່ງເສີມໃຫ້ຊຸມຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານແລະການບໍລິການວຽກງານສືບທາວຫາຍາດພີ່ນ້ອງແຕ່ລະແຂວງ ພ້ອມທັງ.ຍາດແຍ່ງເອົາໂຄງການຊ່ວຍເຫຼືອ ແລະ ສາມາດເຂົ້າຮ່ວມເຄືອຂ່າຍວຽກງານຕ່າງໆ ທີ່ຕິດພັນກັບ ກາແດງເພື່ອນມິດ, ພາກພື້ນ ແລະ ສາກົນລວມທັງບັນດາມູນນິທິຕ່າງໆເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນແລະ ຮັບປະກັນຜົນປະໂຫຍດແກ່ອົງການ.