ປີ 2021 ຜ່ານມານີ້, ຍອດມູນຄ່າການຄ້າສອງຝ່າຍ ລະຫວ່າງ ຈີນ ກັບສະຫະລັດອາເມຣິກາ ບັນລຸ 750 ຕື້ກວ່າໂດລາສະຫະລັດ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ, ທຽບໃສ່ປີ 2020 ເພີ່ມຂຶ້ນ 28,7%. ນອກຈາກນີ້ ຈາກການຮ່ວມມືສອງຝ່າຍຍັງສາມາດສ້າງວຽກເຮັດງານທໍາໄດ້ຢ່າງຫລວງຫລາຍ.
ທ່ານ ຊຸ່ນເຢ້ຫຼີ ໂຄສົກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນຈີນ ແລະ ສື່ມວນຊົນຕ່າງປະເທດກ່ອນການດໍາເນີນກອງປະຊຸມໃຫຍ່ດັ່ງກ່າວ ເມື່ອບໍ່ດົນມານີ້ ໂດຍໄດ້ຕອບຄໍາຖາມຂອງນັກຂ່າວຕ່າງປະເທດກ່ຽວກັບການພົວພັນຮ່ວມມືລະຫວ່າງຈີນ ກັບສະຫະລັດອາເມລິກາ ວ່າ: ຕະຫລອດໄລຍະ 50 ປີຜ່ານມານີ້, ໜຶ່ງໃນຫລາຍເຫດການສໍາຄັນໃນການພົວພັນສາກົນຂອງຈີນ ແມ່ນສາຍພົວພັນລະຫວ່າງຈີນ ກັບສະຫະລັດອາເມຣິກາ ເຫັນວ່າໄດ້ຟື້ນຟູດີຂຶ້ນ ແລະ ໄດ້ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ, ລວມທັງຂອງໂລກ. ສອງຝ່າຍມີຜົນປະໂຫຍດຮ່ວມກັນຫຼາຍກວ່າຄວາມຂັດແຍ່ງກັນ, ຜົນປະໂຫຍດຂອງສອງປະເທດໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ. ໃນນີ້ ສະເພາະ ປີ 2021 ຜ່ານມາ ຍອດມູນຄ່າການຄ້າລະຫວ່າງ ຈີນ ກັບສະຫະລັດອາເມຣິກາ ບັນລຸ 750 ຕື້ກວ່າໂດລາສະຫະລັດ, ທຽບໃສ່ປີ 2020 ເພີ່ມຂຶ້ນ 28,7% ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດການພົວພັນການຄ້າລະຫວ່າງສອງຝ່າຍ. ນອກຈາກນີ້ ການຮ່ວມມືດ້ານການຄ້າຂອງສອງຝ່າຍໄດ້ສ້າງວຽກເຮັດງານທໍາ 2,6 ລ້ານຕຳແໜ່ງໃນສະຫະລັດອາເມຣິກາ.
ທ່ານ ຊຸ່ນເຢ້ຫຼີ ໃຫ້ຮູ້ຕື່ມວ່າ: ການມີສັນຕິພາບ, ຄວາມປອງດອງ ແລະ ຄວາມກົມກຽວກັນ ແມ່ນອຸດົມການສໍາຄັນທີ່ປະຊາຊາດຈີນສະແຫວງຫາມາຫລາຍພັນປີ. ຈີນ ໄດ້ເອົາໃຈໃສ່ໃນການພັດທະນາປະເທດເພື່ອໃຫ້ປະຊາຊົນຂອງຕົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ແຕ່ບໍ່ແມ່ນທ້າທາຍຜູ້ອື່ນ. ຈີນຄັດຄ້ານແນວຄິດທີ່ວ່າ: “ປະເທດທີ່ເຂັ້ມແຂງແລ້ວ ຕ້ອງເປັນເຈົ້າອຳນາດ” ແລະຈະບໍ່ຫາເລື່ອງ, ແຕ່ກໍບໍ່ຢ້ານມີເລື່ອງ, ບໍ່ຂົ່ມເຫັງຜູ້ອື່ນ, ແຕ່ກໍບໍ່ອະນຸຍາດໃຫ້ຜູ້ອື່ນມາຂົ່ມເຫັງຕົນເອງ. ທ່ານໄດ້ກ່າວຢໍ້າຕື່ມວ່າ: ກຸນແຈສໍາຄັນໃນການເຮັດໃຫ້ສາຍພົວພັນລະຫວ່າງຈີນ ແລະ ສະຫະລັດອາເມຣິກາດີຂຶ້ນກວ່າເກົ່າ ແມ່ນການເຄົາລົບເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ເພາະປະຊາຊົນສອງຊາດຈີນ-ສະຫະລັດອາເມຣິກາ ມີສະຕິປັນຍາ, ມີໂອກາດ ແລະ ມີຄວາມສາມາດທີ່ຈະຊອກຫາເສັ້ນທາງຢູ່ຮ່ວມກັນແບບນີ້ໃຫ້ໄດ້ເພື່ອການພັດທະນາຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.