ປີ 2020 ດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາທີ່ຂຶ້ນກັບກອງຄຸ້ມຄອງພາສີ I ກົມພາສີ ກະຊວງການເງິນ ເກັບລາຍຮັບໄດ້ລື່ນແຜນການ 53 ຕື້ກວ່າກີບ ຈາກຕົວເລກແຜນການທັງຫມົດ 215.690.500.000 ກີບ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດເກັບລາຍຮັບໄດ້ທັງຫມົດ 269.514.615.000 ກີບທຽບໃສ່ແຜນການປະຕິບັດໄດ້ 124,95% ຂອງແຜນການປີ (ລື່ນແຜນ ການທີ່ຂັ້ນເທີງມອບຫມາຍໃຫ້ 24,95%). ລື່ນປີ 2019 ຈໍານວນ 24.030.127.000 ກີບ.
ທ່ານ ຄໍາຫລ້າ ບຸນມະນີ ຮອງຫົວຫນ້າດ່ານສາກົນບໍ່ເຕັນ ໃຫ້ສໍາພາດວ່າ: ລາຍຮັບທີ່ເກັບໄດ້ຕົ້ນຕໍແມ່ນຈາກການນໍາເຂົ້າສິນຄ້າ ເປັນຕົ້ນ: ພາຫະນະເປັນຄັນ ກວມເອົາ 40,38%, ເຄື່ອງອຸປະ ໂພກ-ບໍລິໂພກ ກວມເອົາ 28,93%, ວັດສະດຸກໍ່ສ້າງ ກວມເອົາ 14,71%, ຄ່າທໍານຽມຕ່າງໆ ກວມເອົາ 7,99%, ເຄື່ອງໃຊ້ໄຟຟ້າ ກວມເອົາ 3,39%, ສິ້ນສ່ວນອະ ໄຫຼ່ ກວມເອົາ 3,35%, ປັບໃຫມ, ຂາຍເຄື່ອງຮິບ ກວມເອົາ 0,87% ແລະ ອື່ນໆ ຕາມລໍາດັບ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄຫມເຂົ້າໃນການຈັດເກັບ ເປັນຕົ້ນ: ລະບົບການແຈ້ງພາສີ ແບບອັດຕະໂນມັດ ( ASYCUDA ) ແລະ ລະບົບ SMART TAX, ມີເຄື່ອງກວດກາດ້ວຍ ລະ ບົບສາຍແສງ (Scanner) ເຂົ້າໃນວຽກງານກວດກາ, ມີລະບົບ Easy Pass ເປັນລະບົບທີ່ ທັນສະໄຫມ, ການຈັດເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ແມ່ນຢູ່ຈຸດດຽວ, ໂດຍ ຜ່ານລະບົບທະນາຄານ ສາມາດຈັດເກັບຄ່າທໍານຽມນໍາຄົນ ແລະ ພາຫະນະທີ່ເຂົ້າມາເຂດເສດຖະ ກິດບໍ່ເຕັນແດນງາມ ແລະ ໄດ້ຮັບການຮ່ວມມືໃນການເກັບຄ່າທໍານຽມເປັນຢ່າງດີ, ການອອກ ບ53 ແມ່ນມີຄວາມສະດວກ, ວ່ອງໄວຂຶ້ນ ແລະ ມີຄວາມຮັບປະກັນໃນການສັງລວມສະຖິຕິ, ສະຫຼຸບ ລາຍຮັບຄ່າທໍານຽມພາຫະ ນະ-ຜູ້ໂດຍສານເຂົ້າ-ອອກຜ່ານລະບົບ Report ຂໍ້ມູນ.
ທ່ານ ຄໍາຫລ້າ ບຸນມະນີ ໃຫ້ຮູ້ຕື່ມວ່າ: ສໍາລັບການກວດກາການລັກລອບສິນຄ້າຫນີພາສີ ບໍ່ວ່າພາຍໃນດ່ານກໍ່ຄືນອກ ດ່ານ, ໃນປີ 2020 ຜ່ານມາ ໄດ້ຈັບກຸມສິນ ຄ້າລັກລອບພາຍໃນດ່ານ-ນອກດ່ານ ໄດ້ເຖິງ 60 ຄະດີ, ມູນ ຄ່າ 59,3 ກວ່າຕື້ກີບ ໃນນີ້ລວມມີ: ຄະດີພາຫະນະ 25 ຄະດີ; ຄະດີການລັກລອບໄມ້ຫວງຫ້າມ 08 ຄະດີ ແລະ ຄະດີຈັບກຸມສິນຄ້າ, ເຄື່ອງຂອງທົ່ວໄປ 27 ຄະດີ.
ຮອງຫົວຫນ້າດ່ານສາກົນບໍ້ເຕັນ ໃຫ້ຮູ້ອີກວ່າ: ສຳລັບປີ 2021 ດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາ ໄດ້ຮັບຕົວເລກແຜນການໃນການ ຈັດເກັບລາຍ ຮັບເຂົ້າງົບປະມານແຫ່ງລັດທັງໝົດ 289,95 ຕື້ກີບ ເຊີ່ງຄະນະຮັບ ຜິດຊອບ ແລະ ພະນັກງານໃນດ່ານຈະເອົາໃຈໃສ່ຢ່າງສຸດຄວາມສາມາດເພື່ອໃຫ້ການຈັດເກັບລາຍຮັບບັນລຸຄາດ
ຫມາຍທີ່ວາງໄວ້.
Cr: ບຸນຕຽງ ຈັນທະວົງ



