ຕອນເຊົ້າຂອງວັນທີ 1 ມີນາ 2022 ທີ່່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມ ມະນາຄົມ ມະຫາຊົນ (ລລທ), ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2021 ແລະ ວາງທິດທາງປະຈໍາປີ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າ ຮ່ວມມີ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 130 ທ່ານ, ນອກຈາກນັ້ນຍັງມີຜູ້ແທນເຂົ້າຮ່ວມຜ່ານ Video Conference ທັງສູນກາງ ແລະ ສາຂາແຂວງທົ່ວປະເທດຈຳນວນ 200 ກວ່າທ່ານ.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່່ອນໄຫວວຽກງານດຳເນີນທຸລະກິດໃນປີ 2021 ແລະ ທິດທາງແຜນການໃນປີ 2022 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ: ໄດ້ລົງ ທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 36 ລ້ານໂດລາສະຫະ ລັດ; ປັດຈຸບັນມີສະຖານີມືຖືທັງໝົດ 9.878 ສະຖານີ ໃນນີ້: GSM 2G ຈໍານວນ 1.966 ສະຖານີ, 3G ຈໍານວນ 3.214 ສະຖານີ, 4G ຈໍານວນ 3.960 ສະຖານີ, 4.5G ຈໍານວນ 725 ສະຖານີ ແລະ 5G ຈຳນວນ 08 ສະຖານີ (ມີສັນຍານ ໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ 72%, ໃນນັ້ນ 4G ກວມ 71%), IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 91.835 Ports ກວມ 31% ຂອງຫຼັງຄາເຮືອນໃນທົ່ວປະເທດ.
ທັງໝົດນີ້ໄດ້ກາຍເປັນປັດໃຈສໍາຄັນທີ່ເຮັດໃຫ້ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າ ໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸ ບັນມີລູກຄ້າມີລູກຄ້າໃຊ້ບໍລິການຕົວຈິງຈໍານວນ 2.865.927 ເລກໝາຍ; ໃນປີ 2021 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 1.555,53 ຕື້ກີບ (ລວມອາກອນ), ກໍາໄລສຸດທິທັງໝົດ 155,71 ຕື້ກີບ ບໍ່ລວມການຂາດທືນຈາກອັດຕາແລກປ່ຽນ, ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 251 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 16,1 %ຂອງລາຍຮັບທີ່ ລາວ ໂທລະຄົມ ປະຕິບັດໄດ້ໃນປີ 2021, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 5,6 ຕື້ກ່ວາກີບ, ໃນນັ້ັ້ັນ ພົ້ນເດັ່ນໄດ້ຊຸກຍູ້ລັດຖະ ບານໃນການຄວບຄຸມ ແລະ ຕ້ານພະຍາດ COVID-19 ມູນຄ່າ 4,3 ຕື້ກວ່າກີບ, ຍັງໄດ້ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະ ຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງໃນມູນຄ່າຫຼາຍກວ່າຕື້ກີບ.
ທ່ານ ສຸພົນ ຈັນທະວີໄຊ ຍັງໄດ້ຍົກໃຫ້ເຫັນທິດທາງແຜນການປີ 2022 ນີ້, ລາວ ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບຂອງກຸ່ມ ລາວ ໂທລະຄົມ ໃຫ້ໄດ້ທັງໝົດ 1.735,15 ຕື້ກີບ, ທຽບໃສ່ປີ 2021 ເພີ່ມຂຶ້ນ 17,8% ຄາດຄະເນກໍາໄລສຸດທິຂອງກຸ່ມ ລາວ ໂທລະຄົມ ໃຫ້ໄດ້ 163,45 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະ ບານຈຳນວນ 249,9 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 27,97 ລ້ານໂດລາສະຫະລັດ ເພື່ຶອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະ ບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງ ຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໃສທັດກ້າວໄປສູ່ຍຸກ Lao Digital Life.
ໃນກອງປະຊຸມຄັ້ງນີ້ ຍັງມີການມອບໃບຍ້ອງຍໍຈາກກະ ຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ໃບຍ້ອງຍໍຈາກ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາ ຊົນ ໃຫ້ກົມກອງ ແລະ ບຸກຄົນດີເດັ່ນທີ່ປະກອບສ່ວນໃນການເຄື່ອນໄຫວວຽກງານຕະຫລອດໄລຍະ 1 ປີ ຜ່ານມາ, ພ້ອມນີ້ ຍັງໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອເຮັດໃຫ້ການເຄື່ອນໄຫວບໍລິການຮັບໃຊ້ສັງຄົມຂອງບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ນັບມື້ດີຂຶ້ນກວ່າເກົ່າ.
ພາບ: ສຸກສະຫວັນ
# LaoTelecom



