ຕອນເຊົ້າວັນທີ 15 ກຸມພາ 2022 ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງໄດ້ຖະແຫລງ ຕໍ່ສື່ມວນຊົນ ໂອກາດວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ, ເຊິ່ງທ່ານໄດ້ຍົກໃຫ້ເຫັນ ປະຫວັດ ການສ້າງຕັ້ງອົງການກວດກາພັກ-ລັດ ຂອງ ສ ປປລາວ ອັນເປັນຂີດໝາຍທີ່ສຳຄັນໃນຂະບວນວິວັດ ເພີ່ມທະວີບົດບາດການນຳພາຂອງພັກໃນການຄຸ້ມຄອງລັດ, ຄຸມຄອງສັງຄົມຕາມກົດໝາຍຢູ່ປະເທດເຮົາ. ເພາະກ່ອນການສ້າງຕັ້ງພັກຢ່າງເປັນທາງການໃນວັນທີ 22 ມີນາ 1955 ພາຍໃຕ້ການຊີ້ນຳຂອງ ປະທານ ໄກສອນ ພົົມວິຫານ ກໍ່ຄືບັນດາສະຫາຍການນຳທີ່ເປັນແກນສານເວລານັ້ນ ໄດ້ມີການກວດກາສະມາຊິກພັກກອມມູນິດອິນດູຈີນສັງກັດຄະນະພັກແຄວ້ນລາວ ຈໍານວນ 600 ສະຫາຍ, ເພື່ອກັ່ນກອງວ່າ ສະມາຊິກພັກທີ່ຍັງຄົບມາດຖານເງື່ອນໄຂແທ້ໆມີເທົ່າໃດ? ປະກົດວ່າມີພຽງແຕ່300 ກວ່າສະຫາຍທີ່ຍັງຄົບມາດຖານເງື່ອນໄຂ.
ນັບແຕ່ມື້ໄດ້ຮັບການສ້າງຕັ້ງເປັນຕົ້ນມາພັກເຮົາໄດ້ຖືວຽກງານກວດກາພາຍໃນພັກເປັນໜຶ່ງໃນພາລະບົດບາດນຳພາທີ່ຂາດບໍ່ໄດ້ ໂດຍຍຶດໝັ້ນທັດສະນະທີ່ວ່າ ການນຳພາຕ້ອງຕິດພັນກັບການກວດກາ, ຖ້າບໍ່ມີການກວດກາກໍ່ເໝືອນບໍ່ມີການນຳພາ. ໃນດ້ານການຈັດຕັ້ງຂອງວຽກງານກວດກາພັກ, ເລີ່ມແຕ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ປີ 1972 ໄດ້ກໍານົດໃນກົດລະບຽບຂອງພັກ ໂດຍລະບຸວ່າ:“ກອງປະຊຸມຄະນະບໍລິຫານງານສູນກາງ, ແຂວງ ແລະກຳແພງເມືອງ ເລືອກເອົາກຳມະການພັກຈຳນວນໜຶ່ງມາຈັດຕັ້ງເປັນຄະນະກວດກາຂອງຕົນ ອາດຈະເລືອກເອົາພະນັກງານຢູ່ນອກຄະນະບໍລິຫານງານພັກເຂົ້າຮ່ວມໃນຄະນະກວດກາກໍ່ໄດ້, ຢູ່ຂັ້ນເມືອງຕ້ອງແບ່ງໃຫ້ກຳມະການພັກຜູ້ໜຶ່ງຮັບຜິດຊອບວຽກງານກວດກາ, ຢູ່ຂັ້ນພື້ນຖານຕ້ອງແບ່ງໃຫ້ກຳມະການຜູ້ໜຶ່ງເພື່ອຕິດຕາມການປະຕິບັດວິໄນຕໍ່ສະມາຊິກພັກ”
ພາຍຫຼັງ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພັກໄດ້ກາຍເປັນພັກກຳອຳນາດນຳພາຮອບດ້ານ ນັບແຕ່ຂົງເຂດຊີວິດການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມຈົນເຖິງການພົວພັນຕ່າງປະເທດ ຊຶ່ງບໍ່ສະເພາະແຕ່ຮຽກຮ້ອງໃຫ້ເພີ່ມທະວີການກວດກາພາຍໃນພັກເທົ່ານັ້ນ ຫາກຍັງມີຄວາມຈຳເປັນຕ້ອງກວດກາ ຕໍ່ການຄຸ້ມຄອງບໍລິຫານຂອງບັນດາອົງການລັດ ແລະທົ່ວລະບົບການເມືອງອີກດ້ວຍ. ດັ່ງນັ້ນ,ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ II ປີ 1980 ໄດ້ກໍານົດວ່າ: “ຕ້ອງຈັດຕັ້ງຄະນະກວດກາຂຶ້ນທັນທີ ເພື່ອຊ່ວຍສູນກາງພັກ, ລັດຖະບານ ແລະສະພາປະຊາຊົນສູງສຸດ ໃນການກວດກາການປະຕິບັດມະຕິຂອງພັກ, ກົດໝາຍ ແລະ ຂໍ້ກໍານົດຕ່າງໆຂອງລັດ”. ອີງໃສ່ຈິດໃຈມະຕິດັ່ງກ່າວ, ສູນກາງພັກປະຊາຊົນປະຕິວັດລາວ, ຄະນະປະຈຳສະພາປະຊາຊົນສູງສຸດ ແລະສະພາລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດໍາລັດກໍານົດໃຫ້ສ້າງຕັ້ງຄະນະກຳມະການກວດກາພັກ-ລັດຂຶ້ນຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະແບ່ງກຳມະການພັກຂັ້ນຂອງຕົນ 1 ສະຫາຍຮັບຜິດຊອບ. ອີງໃສ່ດໍາລັດນີ້ ໃນປີ 2012 ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງຮັບຮອງເອົາວັນທີ 16/2/1982 ເປັນວັນສ້າງອົງການກວດກາພັກ-ລັດ ສປປ ລາວ.
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ IIIຂອງພັກ ປີ1982 ເປັນຕົ້ນມາ ຄະນະກວດກາພັກໄດ້ສ້າງຕັ້ງ ແລະປັບປຸງຕາມກົດລະບຽບຂອງພັກແຕ່ລະສະໄໝກຳນົດ ເຊິ່ງໄດ້ເລືອກຕັ້ງເອົາຄະນະກວດກາຂອງຄະນະພັກແຕ່ລະຂັ້ນ ແລະສ້າງຕັ້ງເປັນອົງການເອກະລາດ; ໃນກົດລະບຽບຂອງພັກແຕ່ລະສະໄໝ ໄດ້ກຳນົດໜ້າທີ່, ຂອບເຂດສິດຈະແຈ້ງ, ຮັດກຸມ; ດ້ານກົງຈັກຊ່ວຍວຽກຂອງຄະນະກວດກາພັກ, ກວດກາລັດໄດ້ປັບປຸງເປັນແຕ່ລະສະໄໝກອງປະຊຸມຈາກຈຳນວນໜ້ອຍກ້າວໄປຫາຈຳນວນຫຼາຍ ແລະມີຄຸນນະພາບເປັນກ້າວໆມາ. ກົງຈັກການຈັດຕັ້ງອົງການກວດກາພັກ ແລະກວດກາລັດຢູ່ຂັ້ນສູນກາງມີບາງໄລຍະໄດ້ໂຮມເຂົ້າກັນ ແລະບາງໄລຍະໄດ້ແຍກອອກ, ບາງໄລຍະໄດ້ໂຮມເຂົ້າກັບການຈັດຕັ້ງອື່ນເຊັ່ນ:ປີ1987-1988 ໄດ້ໂຮມຄະນະຈັດຕັ້ງສູນກາງພັກກັບຄະນະກໍາມະການກວດກາພັກ-ລັດສູນກາງ ຈັດຕັ້ງເປັນກະຊວງຈັດຕັ້ງ-ກວດກາ, ຜ່ານການເຄື່ອນໄຫວວຽກງານ ເຫັນວ່າບໍ່ສອດຄ່ອງກັບສະພາບຕົວຈິງມາຮອດປີ 1989 ສູນກາງພັກໄດ້ຕົກລົງແຍກອອກເປັນສອງອົງການຄືເມື່ອກ່ອນ; ປີ 1993 ນາຍົກລັດຖະມົນຕີໄດ້ອອກດຳລັດສ້າງຕັ້ງ ແລະແຕ່ງຕັ້ງຄະນະກຳມະການສະເພາະກິດສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມນີ້ ໄດ້ສ້າງຕັ້ງຄະນະກວດກາລັດຖະບານ ຂຶ້ນກັບສຳນັກງານນາຍົກລັດຖະມົນຕີ; ຮອດທ້າຍປີ 1996 ໄດ້ຕົກລົງຍຸບເລີກຄະນະສະເພາະກິດຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຍຸບເລີກຄະນະກວດກາລັດຖະບານ ແລະໄດ້ມອບວຽກຂອງການຈັດຕັ້ງດັ່ງກ່າວໃຫ້ຄະນະກຳມະການກວດກາຂັ້ນສູນກາງຮັບຜິດຊອບ; ປີ 2001 ໄດ້ແຍກກວດກາພັກ, ກວດກາລັດອອກເປັນ 2 ອົງການຄື: ຄະນະກຳມະການກວດກາສູນກາງພັກ ແລະອົງການກວດກາແຫ່ງລັດ. ໃນປີ 2004 ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາຕ້ານການສໍ້ລາດບັງຫຼວງຂຶ້ນ.
ທ່ານ ຄໍາພັນ ພົມມະທັດ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 40 ປີຜ່ານມາຄະນະກວດກາແຕ່ລະຂັ້ນໄດ້ມີການເຄື່ອນໄຫວປະຕິບັດພາລະບົດບາດການກວດກາເປົ້າໝາຍຢ່າງຕໍ່ເນື່ອງ ແລະນັບມື້ນັບເຂັ້ມແຂງເລື້ອຍໆ, ໃນນັ້ນການກວດກາພາຍໃນພັກຕົ້ນຕໍ ໄດ້ສຸມໃສ່ຕິດຕາມ, ກວດກາປົກກະຕິຕໍ່ການປະຕິບັດບັນດາມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ການດຳເນີນຊີວິດການເມືອງຂອງອົງຄະນະພັກ,ຕິດຕາມ, ກວດກາ ການນໍາພາຮອບດ້ານຂອງຄະນະພັກການປະເມີນຜົນຄຸນນະພາບຂອງການກໍ່ສ້າງໜ່ວຍພັກ 4 ຮູ້, ການກໍ່ສ້າງໜ່ວຍພັກແຂງຮອບດ້ານ, ການກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ, ກວດກາການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນ; ກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຂອງສະມາຊິກພັກ, ກວດກາແບບແຜນນຳພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດຂອງຄະນະພັກ ແລະສະມາຊິກພັກ, ກວດກາການເງິນຂອງພັກ.
ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ດຳເນີນກວດກາປົກກະຕິ, ຕາມຄຳສັ່ງ ແລະຕາມຄຳສະເໜີຂອງພົນລະເມືອງ ເປັນຕົ້ນກວດກາການຈັດຕັ້ງປະຕິບັດບັດດານະໂຍບາຍກົດໝາຍ ແລະລະບຽບການຕ່າງໆຂອງລັດ, ການປະຕິບັດພາລະບົດບາດ, ໜ້າທີ່, ສິດ ແລະຄວາມຮັບຜິດຊອບການຄຸ້ມຄອງບໍລິຫານລັດ, ການປະຕິບັດລະບຽບວິຊາສະເພາະ, ເຕັກນິກ ແລະຫຼັກການຂອງຂະແໜງການ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ລາຍຮັບ-ລາຍຈ່າຍງົບປະມານ ແລະການນຳໃຊ້ແຫຼ່ງທຶນຕ່າງໆ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການປະມູນ, ຈັດຊື້-ຈັດຈ້າງ ແລະການກໍ່ສ້າງສອມແປງດ້ວຍທຶນຂອງລັດ, ການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດ; ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ຍັງເຮັດໜ້າທີ່ຢ່າງຕັ້ງໜ້າໃນການຄຸ້ມຄອງ ແລະ ກວດກາເອກະສານແຈ້ງຊັບສິນ, ທັງດຳເນີນການກວດກາພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່ມີພຶດຕິກຳສໍ້ລາດບັງຫຼວງຕາມທີ່ໄດ້ກຳນົດໃນກົດໝາຍ. ແຕ່ປີ 2014 ເປັນຕົ້ນມາຍັງໄດ້ຮັບມອບໝາຍໃຫ້ກວດກາຕາມຜົນຂອງການກວດສອບ ແລະຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ.
ກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ ໄດ້ມີການປັບປຸງເຕີບໃຫຍ່ຂະຫຍາຍຕົວນັບມື້ເພີ່ມຂຶ້ນທາງດ້ານຈຳນວນ ແລະຄຸນນະພາບ ເຊິ່ງສະແດງອອກໃນປີ 1983ທົ່ວປະເທດມີພະນັກງານກວດກາອາຊີບ 50ຄົນ, ມາຮອດທ້າຍປີ 2021 ມີພະນັກງານກວດກາອາຊີບໃນທົ່ວປະເທດທັງໝົດ 4.355 ຄົນ, ຍິງ 1.388ຄົນ (ສະເພາະຢູ່ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງມີພະນັກງານ 298 ຄົນ, ຍິງ 100 ຄົນ); ພະນັກງານກວດກາແຕ່ລະຂັ້ນໄດ້ຮັບການຍົກລະດັບວຽກງານກວດກາ, ວິຊາສະເພາະດ້ານຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຜ່ານການດຳເນີນການກວດກາໄດ້ຢັ້ງຢືນຄວາມຖືກຕ້ອງ ແລະ ຊອກເຫັນດ້ານຕັ້ງໜ້າ ເພື່ອສົ່ງເສີມ ຊອກເຫັນຂໍ້ຂາດຕົກບົກຜ່ອງໃນການປະຕິບັດແນວທາງນະໂຍບາຍຂອງພັກແລ້ວສະເໜີໃຫ້ປັງປຸງບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ສຶກສາອົບຮົມພະນັກງານ – ສະມາຊິກພັກໃຫ້ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ໄດ້ຊ່ວຍຄຸ້ມຄອງ ແລະ ປ້ອງກັນພະນັກງານ – ສະມາຊິກພັກ ເຊິ່ງເປັນການປະກອບສ່ວນເຂົ້າໃນການຕອບຕ້ານເລ່ລ່ຽມກົນອອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກເກັບກູ້ ຊັບສິນ ແລະເງິນທີ່ຖືກຍັກຍອກສໍ້ໂກງ, ຕົກເຮ່ຍເສຍຫາຍໄປແລ້ວຄືນມາໃຫ້ລັດ, ລວມໝູ່ ແລະບຸກຄົນ ໄດ້ຈຳນວນຫຼາຍ.
ຈາກໝາກຜົນຂອງການເຄື່ອນໄຫວວຽກງານກວດກາຄືດັ່ງກ່າວ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດຄົບຮອບ 30 ປີ (ໃນປີ 2012) ພັກ ແລະລັດ ໄດ້ຕົກລົງມອບຫຼຽນໄຊອິດສະຫຼະຊັ້ນ I ຢ່າງສົມກຽດໃຫ້ແກ່ຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານໃນຖານະເປັນຕົວແທນໃຫ້ແກ່ຄະນະກວດກາພັກ-ລັດແຕ່ລະຂັ້ນ.
ຄະນະກວດກາພັກ-ລັດແຕ່ລະຂັ້ນຍາດໄດ້ຜົນງານດັ່ງກ່າວຍ້ອນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ ແລະລັດຖະບານແຕ່ລະສະໄໝ ໄດ້ອອກບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍ, ດຳລັດ ກ່ຽວກັບວຽກງານກວດກາ; ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ອອກບົດແນະນຳລະອຽດໃນການຈັດຕັ້ງປະຕິບັດຕົວຈິງ. ການນຳອົງການປົກຄອງມີຄວາມຮັບຮູ້ເຂົ້າໃຈ, ໄດ້ນຳພາ-ຊີ້ນຳ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆໃຫ້ຄະນະກວດກາປະຕິບັດພາລະບົດບາດ, ໜ້າທີ່ ແລະຂອບເຂດສິດຕາມທີ່ໄດ້ກຳນົດໄວ້. ບັນດາອົງການຈັດຕັ້ງໃນລະບົບການເມືອງ, ສະມາຊິກພັກ, ພະນັກງານ, ປະຊາຊົນ ແລະສື່ມວນຊົນສ່ວນຫຼາຍໄດ້ໃຫ້ການສະໜັບສະໜູນ ແລະເຂົ້າຮ່ວມໃນວຽກງານຕິດຕາມ, ກວດກາ.
ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ຍົກໃຫ້ເຫັນຜົນງານທີ່ເຮັດໄດ້ ແລະຂໍ້ຈໍາກັດບາງດ້ານທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດວ່າ: ການປະຕິບັດບົດບາດເປັນເສນາທິການໃຫ້ຄະນະພັກ, ການນຳອົງການປົກຄອງ ໃນການເຮັດວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາຂອງອົງການກວດກາພັກ-ລັດຍັງມີຂໍ້ຈຳກັດ ແລະຄວາມຫຍຸ້ງຍາກທີ່ຄະນະກວດກາແຕ່ລະຂັ້ນ ແລະພະນັກງານກວດກາທຸກຄົນຕ້ອງໄດ້ບຸກບືນ, ຕັ້ງໜ້າປັບປຸງແກ້ໄຂໃນຕໍ່ໜ້າ, ວຽກງານກວດກາບໍ່ທັນເປັນຂະບວນການແຂງແຮງຂອງທຸກການຈັດຕັ້ງ, ຄວາມຮັບຜິດຊອບຕໍ່ວຽກງານກວດກາຂອງຄະນະພັກຈຳນວນໜຶ່ງບໍ່ທັນສູງ, ບໍ່ທັນເອົາໃຈໃສ່ປັບປຸງການຈັດຕັ້ງຄະນະກວດກາຂັ້ນຕົນໃຫ້ສອດຄ່ອງກັບໜ້າທີ່ການເມືອງ ແລະ ນຳພາ-ຊີ້ນຳວຽກງານກວດກາທີ່ກອງປະຊຸມໃຫຍ່ຂອງພັກ ແລະ ກົດລະບຽບພັກແຕ່ສະໄໝໄດ້ກຳນົດ, ປະກົດການຫຍໍ້ທໍ້ທີ່ກວດກາເຫັນແລ້ວ ຫຼາຍບ່ອນແກ້ໄຂບໍ່ເຂັ້ມງວດ ແລະ ຈຳນວນໜຶ່ງບໍ່ໄດ້ຮັບການແກ້ໄຂ. ການກໍ່ສ້າງພະນັກງານຍັງບໍ່ທັນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງອົງການກວດກາພັກ-ລັດ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະເພີ່ມທະວີການຈັດຕັ້ງປະຕິບັດວຽກງານກວດກາໃຫ້ມີຄຸນນະພາບໂດຍຕິດພັນກັບການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດນັ້ນ ໃນຕໍ່ໜ້າຄະນະພັກ, ອົງການປົກຄອງ ແລະຄະນະກວດກາແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ປະຕິບັດດັ່ງນີ້:
ສືບຕໍ່ສ້າງບາດກ້າວບຸກທະລຸຕື່ມອີກດ້ານຈິນຕະນາການ, ຄວາມຮັບຮູ້ຕໍ່ວຽກງານກວດກາ, ຕີຖອຍທັດສະນະຖືເບົາຕໍ່ວຽກງານຕິດຕາມ, ກວດກາ, ຢ້ານການກວດກາ,ເຂົ້າໃຈວ່າກວດກາຫາແຕ່ຈຸດອ່ອນ ແລະຂໍ້ຜິດພາດ; ຕ້ານທັດສະນະອັກຄະຕິຕໍ່ກັນລະຫວ່າງຜູ້ກວດກາ ແລະ ຜູ້ຖືກກວດກາ.
– ສ້າງນິຕິກຳໃໝ່ ແລະປັບປຸງບັນດານິຕິກຳ,ລະບຽບການຂອງຂະແໜງການທີ່ມີແລ້ວໃຫ້ຮັດກຸມ, ແທດເໝາະກັບສະພາບໃນປັດຈຸບັນໃຫ້ມີລັກສະນະຄົບຖ້ວນ, ເນື້ອໃນຈະແຈ້ງ-ຮັດກຸມ; ປັບປຸງກົນໄກ, ລະບຽບການ ແລະວິທີການກວດກາ ໂດຍເລັ່ງໃສ່ແກ້ໄຂສະພາບການກວດກາຊັກຊ້າ-ແກ່ຍາວ, ກວດກາແລ້ວແກ້ໄຂບໍ່ເຂັ້ມງວດ ເດັດຂາດ ແລະບໍ່ແກ້ໄຂ ເຊິ່ງສັງຄົມໄດ້ເລັ່ງທວງຕໍ່ຄະນະກວດກາໃນໄລຍະຜ່ານມາ; ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະກົດໝາຍຂອງລັດ ໂດຍສະເພາະແມ່ນບັນດານິຕິກຳກ່ຽວກັບວຽກງານກວດກາໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນໃຫ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງເລິກເຊິ່ງທົ່ວເຖິງ ທັງຕ້ອງເຮັດເປັນປົກກະຕິຕໍ່ເນື່ຶອງ.
ເພີ່ມທະວີການນຳພາ ແລະຄວາມຮັບຜິດຊອບຂອງຄະນະພັກ, ຄະນະກວດກາທຸກຂັ້ນໃນການຕິດຕາມ, ກວດກາການຈັດຕັ້ງ ແລະ ບຸກຄົນທີ່ຂຶ້ນກັບການຄຸ້ມຄອງຂອງຕົນກ່ຽວກັບການປະຕິບັດກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດໃຫ້ເປັນປົກກະຕິ; ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ການແກ້ໄຂລັດທິເອກະຊົນ, ພະຍາດອາດຍາສິດ ແລະ ການສໍ້ລາດບັງຫຼວງ ໃນກົງຈັກການຈັດຕັ້ງ ແລະ ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ເຂັ້ມງວດ, ຖືວຽກນີ້ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ທຸກການຈັດຕັ້ງ.
ເປັນເຈົ້າການພົວພັນຮ່ວມມືແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ອົງການຈັດຕັ້ງສາກົນ ເພື່ອມາໝູນໃຊ້ໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ.
ເພີ່ມຄວາມເອົາໃຈໃສ່ສູງຂຶ້ນ ຕໍ່ການປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ, ແຕ່ລະຂະແໜງການ; ກໍ່ສ້າງ ແລະ ບຳລຸງພະນັກງານກວດກາ ພ້ອມທັງສ້າງເງື່ອນໄຂໃຫ້ຄະນະກວດກາແຕ່ລະຂັ້ນປະຕິບັດພາລະບົດບາດຂອງຕົນໃຫ້ມີປະສິດຕິພາບສູງຂຶ້ນ; ຄະນະກວດກາ, ພະນັກງານກວດກາເປັນເຈົ້າການປັບປຸງ ແລະຍົກສູງຄວາມຮັບຜິດຊອບຂອງຕົນ, ບໍລິສຸດສັດຊື່, ກຳແໜ້ນແນວທາງ ແຜນນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍ ແລະລະບຽບການຂອງລັດ, ມີຄວາມກ້າຫານ, ກ້າຄິດ, ກ້າເຮັດກ້າຮັບຜິດຊອບເດັດຂາດເຂັ້ມງວດ, ທ່ຽງທຳ, ນີ້ມນວນ, ຄ່ອງແຄ້ວຕາມກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ.
ໃນໂອກາດວັນຄົບຮອບ 40 ປີທີ່ມີຄວາມໝາຍສຳຄັນ, ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະອົງການຕ້ານການສໍ້ລາດບັງຫຼວງສູນກາງຮຽກຮ້ອງມາຍັງຄະນະພັກ-ອົງການປົກຄອງ ແລະຄະນະກວດກາແຕ່ລະຂັ້ນຈົ່ງຈັດຕັ້ງການໂຄສະນາເຜີຍແຜ່ມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານຂອງຂະແໜງກວດກາພັກ-ລັດ ແລະຕ້ານການສໍ້ລາດບັງຫຼວງຢູ່ທຸກການຈັດຕັ້ງ, ພະນັກງານສະມາຊິກພັກ ແລະທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກວ້າງຂວາງທັງປຸກລະດົມໃຫ້ທຸກພາກສ່ວນ, ທຸກການຈັດຕັ້ງໃນລະບົບການເມືອງ-ສັງຄົມເຮັດວຽກງານກວດກາ ແລະເຂົ້າຮ່ວມເຮັດວຽກງານກວດກາຢ່າງແຂງແຮງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.