ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ໃຫ້ສໍາພາດເມື່ອບໍ່ດົນຜ່ານມານີ້ວ່າ: ໃນປີ 2020 ຜ່ານມາ ໂດຍລວມແຂວງອັດຕະປື ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມເປັນລະບຽຮຽບຮ້ອຍ,ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ,ອັນທີ່ພົ້ນເດັ່ນແມ່ນການສົ່ງອອກສາມາດປະຕິບັດໄດ້ 120 ກວ່າລ້ານໂດລາສະຫະລັດ,ລື່ນແຜນການ 12%,ເຊິ່ງປະເພດ ສິນຄ້າສົ່ງອອກ ຕົ້ນຕໍມີ: ກະແສໄຟຟ້າ,ນໍ້າຕານຊາຍ,ຢາງພາລາແຫ້ງ,ໝາກກ້ວຍ,ໝາກມັງກອນ ແລະ ມັນຕົ້ນ,ສໍາລັບການສົ່ງອອກປະເພດນໍ້າ ຕານ ໂດຍສະເພາະແມ່ນນໍ້າຕານອໍແກັນນິກ ປະຈຸບັນແຂວງອັດຕະປື ໄດ້ສົ່ງອອກໄປຈໍາໜ່າຍຢູ່ຕະຫຼາດໃນທະວີບເອີລົບ ໄດ້ຫຼາຍກວ່າ 10 ປະເທດ ແລະ ປະຈຸບັນພວມກໍາລັງຂະຫຍາຍຕະຫຼາດການສົ່ງອອກໄປຍັງທະວີບອາເມລິການໍາອີກ.
ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກ່າວຕື່ມວ່າ: ປີ 2021 ນີ້ເປັນປີທໍາອິດຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງແຂວງ,ທັງເປັນອີກປີໜຶ່ງທີ່ມີສິ່ງທ້າທາຍ ແລະ ທົດສອບຫຼາຍດ້ານເປັນຕົ້ນ: ການຕ້ານ ແລະ ສະກັດກັ້ນພະຍາດລະບາດ ໂຄວິດ-19 ເຊິ່ງພວມແຜ່ລາມເປັນວົງກວ້າງໃນທົ່ວໂລກ,ວຽກງານ ປກຊ -ປກສ,ປະກົດການຫຍໍ້ທໍ້ໃນດ້ານຕ່າງໆທີ່ເກີດຂຶ້ນໃນສັງຄົມ,ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ອື່ນໆ.ຊິ່ງທັງໝົດມັນຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ,ມີຄວາມເປັນເອກະພາບ ດ້ວຍຄວາມ ຮັບຜິດຊອບສູງ ເພື່ອພ້ອມກັນຜ່ານມາທຸກຄວາມຫຍຸ້ງຍາກ,ຕັ້ງໜ້າປະຕິ ບັດບັນດາຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແຂວງ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ 9 ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ຂ່າວ: ວັດທະນາ ຂ.ອັດຕະປື
Loading...