
ທ່ານ ຄໍາປະກອນ ອຸເທນທະປັນຍາ ຮອງຫົວຫນ້າພະແນກແຜນການ ແລະການລົງທຶນແຂວງ ເຊກອງ ລາຍງານໃນກອງປະຊຸມວຽກງານແຜນ ການ-ການລົງທຶນປະຈໍາປີ 2021 ໃຫ້ຮູ້ວ່າ: ປີ 2021 ການປູກພືດເປັນສິນຄ້າມີລັກສະນະເພີ່ມຂຶ້ນຫຼາຍ ເຊິ່ງສາມາດປະຕິບັດໄດ້ 24.320 ເຮັກຕາ, ທຽບໃສ່ແຜນໝົດປີ (23.084 ຮຕ) ປະຕິບັດໄດ້ 114,44%, ເຊິ່ງຂະບວນການທີ່ພົ້ນເດັ່ນແມ່ນການຜະລິດມັນຕົ້ນ 11.854 ຮຕ, ຜົນຜະລິດ 241.776 ໂຕນ, ກາເຟ 9.839 ຮຕ, ເນື້ອທີ່ໃຫ້ໝາກ 7.788 ຮຕ, ຜົນຜະລິດ 31 318 ໂຕນ, ໝາກແໜ່ງ 988 ຮຕ, ເນື້ອທີ່ ໃຫ້ໝາກ 988 ຮຕ, ຜົນຜະລິດ 1.045 ໂຕນ, ກ້ວຍ 548 ຮຕ, ຜົນຜະລິດ 9.388ໂຕນ, ຢາງໂບງ 125 ຮຕ, ຜົນ ຜະລິດ 200 ໂຕນ, ໂສມ 80 ຮຕ, ຜົນຜະລິດ 202 ໂຕນ, ສາລີ 29 ຮຕ, ຜົນຜະລິດ 189 ໂຕນ, ໝາກນັດ 101 ຮຕ, ຜົນຜະລິດ 2.226 ໂຕນ, ຖົ່ວດິນ 327 ຮຕ, ຜົນຜະລິດ 490 ໂຕນ, ຜັກກະລ່ຳປີ 397 ຮຕ, ຜົນຜະລິດ 18,626 ໂຕນ, ຜັກກາດຫໍ່ 256 ຮຕ, ຜົນຜະລິດ 6.683 ໂຕນ, ຖົ່ວດາວອິນຄາ 30 ຮຕ, ຜົນຜະລິດ 74 ໂຕນ, ພ້ອມນີ້ຂະແຫນງການທີ່ກ່ຽວຂ້ອງໄດ້ສຸມໃສ່ຊຸກຍູ້ປຸກລະດົມພໍ່ແມ່ປະຊາຊົນເຮັດການຜະລິດກະສິກຳສະອາດ ແລະປອດສານຜິດ ແນໃສ່ ຜະລິດເພື່ອ ບໍລິໂພກ ແລະ ເປັນສິນຄ້າສົ່ງ ອອກຕ່າງປະເທດພ້ອມທັງດຶງດູດນັກລົງທຶນເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃສ່ໂຄງການຜະລິດກະສິກຳສະອາດ, ເຊິ່ງສາມາດສົ່ງອອກຜົນຜະລິດພືດຜັກ ແລະໝາກໄມ້ ຈຳນວນ 179 ຄັ້ງ ເທົ່າກັບ 37,421 ໂຕນ.


ສໍາລັບແຜນປີ 2022 ຈະສູ້ຊົນການປູກພືດເປັນສິນຄ້າໃຫ້ໄດ້ 212.979 ໂຕນ, ໃນເນື້ອທີ່ 23.877 ເຮັກຕາ, ສິນຄ້າພາຍໃນແຂວງ 60% ເທົ່າກັບ (107.268 ໂຕນ) ; ຕະຫຼາດຕ່າງແຂວງ 30% ເທົ່າກັບ (53.634 ໂຕນ) ແລະຕ່າງປະເທດ10% ເທົ່າກັບ (17.878 ໂຕນ) ໃນນີ້: ເມືອງ ລະມາມ ຜົນຜະລິດ 52.298 ໂຕນ, ເມືອງ ທ່າແຕງ 145,055 ໂຕນ, ເມືອງ ກະລຶມ 1.141 ໂຕນ, ເມືອງ ດາກຈຶງ 14.848 ໂຕນ. ພິເສດແມ່ນຈະໄດ້ເລີ່ມຂະບວນການຜະລິດຝົນຝອຍເພື່ອຮັບໃຊ້ການປູກພືດຜັກໃນກູ່ມບ້ານຫຼັກຂາວ ໃນເນື້ອທີ່ 124 ເຮັກຕາ.

ຂ່າວ: ພຸດທະສອນ