ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 28 ມັງກອນ 2022 ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານງານກາແດງປະຈຳປີ 2021 ແລະ ແຜນການ ທິດທາງ ປີ 2022 ທົ່ວປະເທດຂື້ນ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ໂດມີ ອາອີດການການນໍາອົງການກາແດງລາວ, ອົງການກາແດງແຂວງ ຕະຫຼອດເຖິງພະນັກງານ ,ອາສາສະໝັກ ອ້ອມຂ້າງສູນກາງແລະ ທົ່ວປະເທດ ເຂົ້າຮ່ວມໂດຍຜ່ານວີດີ.
ໃນກອງປະຊຸມ ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫອງການອົງການກາແດງລາວ ໄດ້ຂື້ນລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານການ ການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆ ແລະ ຕີລາຄາຄືນການຈັດຕັ້ງໃນໄລຍະ1ປີຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນປີ2021 ແລະ ວາງແຜນການທິດທາງປີ 2022 ເພື່ອສືບຕໍ່ການເຄື່ອນໄຫວຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ໃນເຂດຫ່າງໄກສອກຫລິກໃນບາງຕອນທ່ານກ່າວວ່າ:
ອົງການກາແດງແຫ່ງຊາດລາວ ແມ່ນເປັນອົງການຈັດຕັ້ງທາງການ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງເປັນເອກະລາພາຍໃຕ້ລັດທະທຳມະນູແລະກົດໝາຍ , ໃນ 1 ປີຜ່ານມາ ອົງການກາແດງແຫ່ງຊາດລາວໄດ້ເຄື່ອນໄຫວເອົາໃຈໃສ່ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ຂາດເຂີນ ປະສົບໄພພິບັດຕ່າງໆເຊັ່ນ: ການລະບາດພະຍາດໂຄວິດ-19 ລົມພະຍຸ ແລະໄພນໍ້າຖ້ວມ ການເຄື່ອນຍ້າຍແຮງງານລາວຈາກຕ່າງປະເທດ, ໃນການສະໜອງດ້ານດ້ານອາຫານ , ເຄື່ອງນຸ່ງຫົ່ມ , ເຄື່ອງມືຮັບໃຊ້ ແລະອື່ນໆ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນ, ເປັນຕົ້ນແມ່ນວຽກງານບັນເທົາທຸກ ໄດ້ໃຫ້ການຊ່ວຍປະຊາຊົນ ຜູ້ທຸກຍາກປະສົບໄພ 188,646ຄົນ, 1.331ບ້ານ ,436ເມືອງ ມູນຄ່າ 15,579,621,000 ກີບ, ວຽກງານລະດົມບໍລິຈາກເລືອດ ໄດ້ປຸກລະດົມຜູ້ບໍລິຈາກເລືອດຊ່ວຍເຫຼືອຄົນເຈັບທີ່ປິ່ນປົວຕາມໂຮງໝໍ ໄດ້ 55,486ຖົງ, ແຈກຢາຍເລືອດ, ສ່ວນປະກອບຂອງເລືອດທັງໝົດ 64,357ຖົງ ມີປະຊາຊົນ 50,000ຄົນໄດ້ຮັບຜົນປະໂຫຍດ, ວຽກງານສຸຂະພາບຂັ້ນພື້ນຖານ ໄດ້ຮັບວັກຊີນຊີໂນຟາມ ຈາກສະພາກາແດງຈີນ 100,000ໂດສ ແລະ ໄດ້ມອບໃຫ້ກະຊວງສາທາຈັດຕັ້ງປະຕິບັດ, ນອກນັ້ນ ຍັງເອົາໃຈໃສສຸຂະພາບຂອງປະຊາຊົນ ໃນການສ້າງວິດຖ່າຍ, ສະໜອງນ້ຳສະອາດ, ສະເພາະໃນໄລຍະການແຜ່ລະບາດພະຍາດໂຄວິດ19 ໄດ້ພົ່ນຢາຂ້າເຊື້ອ , ແຈກຢາຍອາຫານໃຫ້ແກ້ຜູ້ຕິດເຊື້ອໃນສູນຕ່າງໆໃນທົ່ວປະເທດເປັນມູນຄ່າ 17,278.994.303ກີບໄດ້ໃຫ້ການປະຖົມພະຍາບານ ປະຊາຊົນທັງໝົດ 1080ຄົນ ກູ້ໄພສຸກເສີນ,ໃຫ້ການຊ່ວຍເຫຼືອຜູ້ປະສົບອຸປະຕິເຫດ 1993ຄົນ , ນຳສົ່ງໂຮງໝໍ 1.428ຄົນ.
ວຽກງານໂຄສະນາຂົນຂວາຍແຫຼ່ງທຶນ ໄດ້ໂຄສະນາພາລະບົດບາດອົງການກາແດງລາວໃຫ້ສັງຄົມຮັບຮູ້ແລະເຂົ້າໃຈ ໂດຍຜ່ານສື່ຕ່າງໆ ທາງວິທະຍຸ, ໂທລະພາບ ແລະ ສື່ອອນລາຍ ມີຜູ້ເຂົ້າຮ່ວມ 13.098ຄົນ, ວຽກງານຂົນຂວາຍແຫລ່ງທຶນ ການຊ່ວຍເຫຼືອປະກອບສ່ວນຈາກສັງຄົມໃນວຽກງານກາແດງເພີ້ມຂື້ນ 2,283,785,000ກີບ ເດັ່ນກວ່າໝູ່ແມ່ນການຊ່ວຍເຫຼືອຜູ້ໄດ້ຮັບຜົນທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນໄດ້ພົ່ນຢາຂ້າເຊື້ອ 1.479ຄັ້ງ , ໂຄສະນາໃຫ້ຄວາມຮູ້ການປ້ອງກັນ ພະຍາດໂຄວິດ 373ຄັ້ງ ໃນ10ແຂວງ, ມີຜູ້ໄດ້ຮັບຜົນປະໂຫຍດ 835,649 ຄົນ ນອກນັ້ນຍັງແຈກຢາຍອາຫານ ເຄື່ອງສຸຂະອະນະໄມ ແລະອື່ນໆ.
ກອງປະຊຸມຄັ້ງນີ້ ຜູ້ແທນກອງປະຊຸມຈະໄດ້ຕົກລົງຮັບຮອງເອົາທິດທາງແຜນການສູ້ຊົນໃນປີ 2022 , ເປັນຕົ້ນແມ່ນ ການນໍາພາແນວຄິດຂອງພະນັກງານ ລັດຖະກອນ ອາສາສະໝັກ ການປັບປຸງນິຕິກຳອົງການກາແດງ , ການປຸກລະດົມບໍລິຈາກເລື້ອດ ແລະ ການຊອກຫາແຫລ່ງທຶນ, ກອງປະຊຸມຍັງໄດ້ສະເໜີແຜນຍຸດທະສາດ ຂອງອົງການກາແດງລາວແຕ່ປີ 2021-2030 ໂດຍໄດ້ກໍານົດເອົາ3ເປົ້າໝາຍຍຸດທະສາດຄື: ຍົກສູງຄວາມສາມາດໃນການຕອບໂຕ້ໄພພິບັດ ແລະ ການຊ່ວຍເຫຼືອສຸກເສິນເບື້ອງຕົ້ນ , ສົ່ງເສີມການເຂົ້າເຖິງບໍລິການສຸຂະພາບ, ເພື່ອຄຸນະພາບຊີວິດທີ່ດີ, ພັດທະນາອົງການກາແດງໃຫ້ເປັນໃຫ້ກາຍເປັນອົງການມະນຸສະທຳທີ່ເຂັ້ມແຂງ ແລະຍືນຍົງ ສາມາດປະຕິບັດວຽກງານຢ່າງມີປະສິດຕິພາບປະສິດຕິຜົນ ແລະແຜນພັດທະນາວຽກງານກາແດງ 5ປີ ຄັ້ງ IV ໄລຍະ 2021-2025 ໄດ້ກຳນົດເອົາ 3ເປົ້າໝາຍໃຫຍ່ຕາມແຜນຍຸດຖະສາດກໍານົດໄວ້ ແລະ 5ແຜນວຽກຈຸfສຸມ, 10ແຜນງານ ເພື່ອພັດທະນາວຽກງານກາແດງ ໃຫ້ກ້າວໜ້າ ແລະທັນສະໄຫມ ກາຍເປັນອົງການມະນຸດສະທໍາທີ່ເຂັ້ມແຂງ.