ໃນປີ 2021 ນີ້, ຜ່ານ ການກວດກາຄົ້ນຄວ້າຢ່າງລະ ອຽດຖີ່ຖ້ວນ, ພາວະວິໄສຂອງເຈົ້າ ໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານ ມີນະໂຍບາຍ ສະເໜີອະໄພຍະໂທດ ໃຫ້ນັກໂທດ ຜູ້ທີ່ມີຜົນງານດີເພື່ອສະເໜີຕໍ່ປະ ທານປະເທດ ຕົກ ລົງອະໄພຍະ ໂທດ ໃຫ້ນັກໂທດທັງໝົດຈຳນວນ 2.017 ຄົນ, ຍິງ 284 ຄົນ, ຄົນ ຕ່າງປະເທດ 27 ຄົນ, ຍິງ 5 ຄົນ. ໃນນີ້, ໃຫ້ອະໄພຍະໂທດດ້ວຍ ການຫຼຸດຜ່ອນໂທດ ຈຳນວນ 2.005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ;ອະໄພຍະໂທດປ່ອຍຕົວຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນ ຕ່າງປະເທດ).
ໃນວັນທີ 22 ພະຈິກນີ້, ທີ່ອົງ ການໄອຍະການ ປະຊາ ຊົນສູງສຸດ ນະຄອນຫຼວງວຽງຈັນ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະ ຊວງປ້ອງກັນປະ ເທດ, ທັງເປັນປະທານຄະນະກຳ ມະການອະໄພຍະໂທດລະດັບ ຊາດ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ໃນນາມປະທານກຳມະການອະ ໄພຍະໂທດລະ ດັບຊາດ, ໄດ້ຖະ ແຫຼງ ແລະ ແຈ້ງການກ່ຽວກັບ ການ ກວດກາ-ຄົ້ນຄວ້າຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ຕໍ່ວຽກງານອະໄພຍະໂທດ ປະຈຳປີ 2021 ມາຍັງບັນດາ ທ່ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນ ບັນດາເຜົ່າຮູ້ວ່າ: ຄະນະກໍາມະ ການອະໄພຍະໂທດແຕ່ສູນກາງ ຮອດທ້ອງຖິ່ນ ແລະ ຜູ້ມີສ່ວນ ຮ່ວມ ທຸກໆທ່ານຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະ ຕິບັນໜ້າທີ່ຂອງຕົນ ດ້ວຍຄວາມ ຮັບຜິດຊອບສູງ, ເປັນຢ່າງດີ, ໂດຍປະຕິບັດແນວທາງນະໂຍ ບາຍຂອງພັກ ກໍຄືລັດຖະທຳມະ ນູນແຫ່ງ ສາທາລະນະລັດ ປະ ຊາທິປະ ໄຕ ປະຊາຊົນລາວ ລັດ ຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການ ໃຫ້ອະໄພ ຍະໂທດ, ແຕ່ລະປີ ລັດຖະບານ ກໍໄດ້ມີນະໂຍບາຍສະເໜີອະໄພ ຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນ ງານດີ, ມີຄວາມກ້າວໜ້າໃນເວ ລາປະຕິບັດໂທດ ຖືກຕ້ອງຕາມ ແນວທາງນະໂຍບາຍມະນຸດສະ ທຳ. ປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດວັນ ສະ ຖາປະນາສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ). ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ວຽກງານອະໄພຍະ ໂທດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງ ນະໂຍບາຍ ແລະ ນະໂຍບາຍອັນ ຖືກຕ້ອງເປັນທຳຂອງພັກປະຊາ ຊົນປະຕິວັດລາວ ຕໍ່ພົນລະເມືອງ ທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫຼົງຜິດ ໃຫ້ກາຍເປັນພົນລະເມືອງດີຂອງ ຊາດ ເພື່ອໃຫ້ບຸກຄົນດັ່ງກ່າວ ມີໂອ ກາດມາຮ່ວມກັນສ້າງສາພັດທະ ນາປະເທດຊາດ ໃຫ້ມີຄວາມຈະ ເລີນກ້າວໜ້າຕໍ່ໄປ.
ຂ່າວ-ພາບ: ສົມຫວັງ