ໃນປີ 2021, ຊາວກະສິກອນເມືອງຊະນະຄາມ ແຂວງວຽງຈັນ ໄດ້ສຸມໃສ່ການປູກເຂົ້າ ແລະປູກພືດຊະນິດຕ່າງໆ ເປັນຕົ້ນແມ່ນເຂົ້ານາປີ, ນາແຊງ, ສາລີຫວານ, ໝາກເຂືອ, ໝາກບວບ, ໝາກນອຍ, ໝາກແຕງຄ້າງ ແລະພືດຜັກຕ່າງໆ.
ມາຮອດໄລຍະນີ້ຊາວກະສິກອນໃນທົ່ວເມືອງພວມສຸມກໍາລັງແຮງເຂົ້າໃສ່ການເກັບກ່ຽວຜົນຜະລິດເຂົ້ານາປີເຊິ່ງເນື້ອທີ່ຜະລິດເຂົ້ານາປີໃນທົ່ວເມືອງມີທັງໝົດ 8.300 ເຮັກຕາ (ໃນນັ້ນມີນາຫວ່ານ 3.320 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ທັງໝົດ ແລະ ນາປັກດໍາ 4.980 ເຮັກຕາ ເທົ່າກັບ 60% ຂອງເນື້ອທີ່ທັງໝົດ). ມາຮອດໄລຍະປັດຈຸບັນນີ້ເກັບກ່ຽວສໍາເລັດແລ້ວ 85% ຂອງເນື້ອທີ່, ເທົ່າກັບ 7.055 ເຮັກຕາ.
ນອກຈາກນັ້ນກໍ່ໄດ້ເອົາໃຈໃສ່ໃນການເກັບກ່ຽວພືດໃນລະດູຝົນ ໃນທົ່ວເມືອງມີເນື້ອທີ່ປູກພືດສະບຽງອາຫານທັງໝົດ 10.450 ເຮັກຕາ, ພືດທີ່ພົ້ນເດັ່ນໄດ້ແກ່: ມັນຕົ້ນ, ກ້ວຍ, ປາມນ້ຳມັນ, ໝາກເຂືອ, ໝາກບວບ, ໝາກນອຍ ແລະ ພືດຜັກຊະນິດຕ່າງໆ.
ໃນບາງເຂດພາຍຫຼັງເກັບກ່ຽວຜົນຜະລິດເຂົ້ານາປີ ແລະ ພືດລະດູຝົນສໍາເລັດແລ້ວກໍ່ໄດ້ກະກຽມລົງມືເຮັດນາແຊງປີ 2022 ທີ່ຈະມາເຖິງນີ້, ເນື້ອທີ່ແຜນການນາແຊງ 600 ເຮັກຕາ, ປູກພືດລະດູແລ້ງ ເນື້ອທີ່ 2.115 ເຮັກຕາ ໂດຍເນັ້ນໃສ່ພືດຊະນິດຕ່າງໆເປັນຕົ້ນແມ່ນ: ສາລີຫວານ, ຖົ່ວຝັກຍາວ, ໝາກເຂືອ, ໝາກບວບ, ໝາກນອຍ, ໝາກແຕງຄ້າງ ແລະຜັກຊະນິດຕ່າງໆ.
ຂ່າວ: ເມືອງຊະນະຄາມ ແຂວງວຽງຈັນ


