ໃນຕອນເຊົ້າຂອງວັນທີ 17 ມີນາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ປາກລາຍ ແຂວງ ໄຊຍະບູລີ, ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກຄັ້ງທີ 8 ສະໄໝທີ VIII ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ກອງສີ ວົງສີ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີດ ມີ ສະຫາຍ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາເມືອງ ປາກລາຍ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ ແລະ ເລຂາພັກບ້ານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຄໍາຝັ້ນ ວົງສະຫວັນ ຮອງເຈົ້າເມືອງ, ໄດ້ລາຍງານວຽກງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ຊິ່ງສະຫາຍໄດ້ກ່າວວ່າ: ສະພາບໂດຍລວມຂອງເສດຖະກິດພາຍໃນເມືອງຂະຫຍາຍຕົວໃນລະດັບ 6,9%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.980,06 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,16 ລ້ານກີບເທົ່າກັບ 2.616 ໂດລາສະຫະລັດຕໍ່ຄົນຕໍ່ປີ,ມູນຄ່າການສົ່ງອອກສິນຄ້າຕ່າງປະເທດໄດ້ທັງໝົດ 13,69 ລ້ານໂດລາ,ນໍາເຂົ້າສິນຄ້າໄດ້ທັງໝົດ 21,30 ລ້ານໂດລາ, ເກັບລາຍຮັບໄດ້ທັງໝົດ 7,932 ຕື້ກີບ, ເທົ່າກັບ 109,27% ຂອງແຜນເບື້ອງຕົ້ນ,ປະຕິບັດລາຍຈ່າຍໄດ້ 3,884 ຕື້ກີບ, ການປູກພືດເປັນສິນຄ້າມີເນື້ອທີ່ 32.025,72 ຮຕໃນນີ້: ມັນຕົ້ນ 24.256,98 ຮຕ, ຜົນຜະລິດໄດ້ 373.690.65 ໂຕນ, ສາລີແຂງ 4.744,93 ຮຕ, ຜົນຜະລິດໄດ້ 26.097.11 ໂຕນ, ໝາກເດືອຍ 1.235,01 ຮຕຜົນຜະລິດໄດ້ 3.170.24 ໂຕນ, ໝາກງາ 58,32 ຮຕ,ຜົນຜະລິດໄດ້ 69,98 ໂຕນ, ຖົ່ວດິນ 1.554,40 ຮຕຜົນຜະລິດໄດ້ 4.663.2 ໂຕນ, ກອງປະຊຸມດັ່ງກ່າວຍັງຈະໄດ້ຮັບຟັງການລາຍງານການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານຕິດພັນກັບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຈະໄດ້ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງປະຈໍາປີ 2021, ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາສະຫາຍຄະນະພັກສໍານັກງານອົງການ, ກົມກອງບາງຂົງເຂດແລະຮາກຖານບ້ານ, ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງ ແລະ ຈະໄດ້ດໍາເນີນໄປເປັນເວລາ 3 ວັນຈຶ່ງຈະສໍາເລັດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

