ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຂອງຈີນທີ່ໄດ້ຈັດຂຶ້ນໃນຫວ່າງບໍ່ດົນມານີ້ໂດຍໄດ້ວາງແຜນລະອຽດກ່ຽວກັບການຈັດຕັ້ງປະຕິບັດວຽກງານຊົນນະບົດ ກະສິກຳ ແລະ ຊາວກະສິກອນໃຫ້ດີໃນປີ 2022. ໃນກອງປະຊຸມໄດ້ກ່າວເນັ້ນວ່າ ຕ້ອງປັບປຸງ ແລະ ເສີມຂະຫຍາຍຜົນສຳເລັດຂອງບັ້ນລຶບລ້າງຄວາມທຸກຍາກໃຫ້ດີ, ຊຸກຍູ້ການພັດທະນາຊົນນະບົດໃຫ້ມີຄວາມຄືບໜ້າອັນໃໝ່ຢ່າງຮອບດ້ານ, ການຫັນເປັນທັນສະໄໝດ້ານກະສິກຳ ແລະ ຊົນນະບົດໃຫ້ມີບາດກ້າວພັດທະນາອັນໃໝ່.

ປີ 2022, ຈີນຍັງຈະຍຶດໝັ້ນປະຕິບັດນະໂຍບາຍຊ່ວຍເຫຼືອ ແລະສະໜັບສະໜູນເມືອງທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ໂດຍປິ່ນອ້ອມການພັດທະນາຊົນນະບົດ, ການສ້າງສາຊົນນະບົດ ແລະ ການບໍລິຫານຊົນນະບົດ, ສ້າງພື້ນຖານດ້ານແນວພັນພືດກະສິກຳ ດິນປູກຝັງ ແລະ ກົນຈັກກະສິກຳໃຫ້ດີ, ສ້າງອຸດສາຫະກຳທີ່ມີສີສັນພິເສດຢູ່ຊົນນະບົດໃຫ້ມີຄຸນນະພາບດີ, ສືບຕໍ່ຊຸກຍູ້ການປັບປຸງສະພາບແວດລ້ອມດ້ານການດຳລົງຊີວິດຢູ່ຊົນນະບົດ, ຍຶດໝັ້ນການຊຸກຍູ້ການພັດທະນາກະສິກຳຕາມທິດສີຂຽວຢ່າງບໍ່ລົດລະ, ປັບປຸງລະບົບທຸລະກິດກະສິກຳແບບທັນສະໄໝໃຫ້ສົມບູນຂຶ້ນ, ຊຸກຍູ້ຄອບຄົວຊາວກະສິກອນໃຫ້ສາມາດເຊື່ອມສານເຂົ້າກັບການພັດທະນາກະສິກຳທັນສະໄໝແບບກາຍອິນຊີ.
ນອກນີ້, ປີ 2022 ຈີນຈະສືບຕໍ່ຮັກສາເນື້ອທີ່ປູກຝັງສະບຽງອາຫານຢ່າງໝັ້ນທ່ຽງ. ຮັບປະກັນເນື້ອທີ່ປູກຝັງດ້ານສະບຽງອາຫານໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ, ຮັກສາແນວພັນ ແລະ ດິນປູກຟັງທີ່ເປັນຂອດສຳຄັນ, ລົງເລິກການປະຕິບັດແຜນດຳເນີນງານໃນການພັດທະນາອຸດສາຫະກຳແນວພັນ, ຮັບປະກັນໃຫ້ເນື້ອທີ່ປູກຝັງດ້ານສະບຽງອາຫານມີມາດຕະຖານສູງໃນກໍລະນີທີ່ເກີດໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມກໍ່ສາມາດຮັບປະກັນດ້ານຜົນຜະລິດ.
ໃນດ້ານການເພີ່ມລາຍຮັບໃຫ້ກັບຊາວກະສິກອນ, ຈີນຈະຜ່ານຊ່ອງທາງຕ່າງໆ, ເຊັ່ນ: ການພັດທະນາອຸດສາຫະກຳ, ແລະ ການສ້າງທຸລະກິດໃໝ່ ແລະອື່ນໆເພື່ອຊຸກຍູ້ການເພີ່ມລາຍຮັບໃຫ້ກັບຊາວກະສິກອນ, ຮັບປະກັນໃຫ້ຊາວກະສິກອນຜູ້ປູກຝັງດ້ານສະບຽງອາຫານມີລາຍຮັບຢ່າງສົມເຫດສົມຜົນ, ເຮັດໃຫ້ເຂົາເຈົ້າບໍ່ເສຍປຽບ ແລະ ມີກຳໄລ.