ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ອີງຕາມການລາຍງານ ຈາກທ່ານ ສະໄໜ ສີກັນຫາ ຫົວໜ້າໜ່ວຍງານປ່າໄມ້ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງເງິນ ແຂວງ ໄຊຍະບູລີ ໃນຄັ້ງວັນທີ 29 ພຶດສະພາ 2023 ນີ້. ໃຫ້ຮູ້ວ່າ: ປີ 2023 ເມືອງເງິນຈະໄດ້ສູ້ຊົນປູກຕົ້ນໄມ້ ປະເພດຕ່າງໆ ໃຫ້ບັນລຸໃນເນື້ອທີ່ 154 ຮຕ, ຟື້ນຟູປ່າທໍາມະຊາດໃຫ້ໄດ້ 1.310 ຮຕ, ໄມ້ທີ່ຈະນໍາມາປູກປີນີ້, ມີໄມ້ຂົມຝາດ, ໄມ້ແຕ້ຄ່າ, ໄມ້ຂະຍຸງ, ໄມ້ສັກ, ໄມ້ຢາງພະລາ, ໄມ້ຫຽນ, ໄມ້ຍົມຫີນ ແລະ ໄມ້ປະດັບຕົວເມືອງອີກຈໍານວນໜຶ່ງ, ລວມທັງໜົດ 60.476 ເບ້ຍ, ນອກຈາກນັ້ນ ທາງບໍລິສັດໄຟຟ້າຫົງຈະໄດ້ສະໜອງເບ້ຍໄມ້ໃຫ້ເມືອງເງິນ ຈໍານວນ 13.450 ເບ້ຍ, ເຊິ່ງມາຮອດປະຈຸບັນນີ້, ທາງຫ້ອງການທີ່ກ່ຽວຂ້ອງແມ່ນມີຄວາມພ້ອມ 100 % ເປັນຕົ້ນກະກຽມທາງດ້ານສະຖານທີ່ ແລະ ບ່ອນທີ່ຈະປູກຕົ້ນໄມ້. ຄາດວ່າ ຈະໄດ້ພິທີປູກຢ່າງເປັນທາງການໃນໄວໆນີ້ , ເພື່ອແນໃສ່ເຮັດໃຫ້ການປູກຕົ້ນໄມ້ ແລະ ຟື້ນຟູປ່າທໍາມະຊາດ ໃຫ້ເປັນຂະບວນຟົດຟື້ນ ແລະ ກ້ວາງຂວາງກວ່າປີຜ່ານມາ.

ຂ່າວ-ພາບ: ສຸລີຍາ ແສງເດືອນ