ປີ 2022 ນີ້ ເມືອງສາມັກຄີໄຊ ແຂວງອັດຕະປື ມີແຜນການຈະປ່ອຍປາກັບຄືນສູ້ແຫຼ່ງນໍ້າທໍາມະຊາດໃຫ້ໄດ້ 38.000 ໂຕ ,ສ່ວນລູກປາ ທີ່ຈະປ່ອຍກັບຄືນສູ້ແຫຼ່ງນໍ້າທໍາມະຊາດໃນປີນີ້ ແມ່ນ ມີປາປາກ,ປານິນ ແລະ ປາໃນຄໍາ.
ທ່ານ ນາງ ລັດສະໄໜ ຄໍາພິລາວົງ ກຳມະ ການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສາມັກຄີໄຊ ໄດ້ໃຫ້ສຳ ພາດໃນວັນທີ 8 ກໍລະກົດ 2022 ນີິ້ວ່າ: ເນື່ອງໃນໂອກາດວັນວັນປ່ອຍປາ ແລະອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ທີ່ຈະມາເຖິງນີ້ ທາງເມືອງສາມັກຄີໄຊ ສົມທົບກັບພະແນກກະສິກໍາແລະປ່າໄມ້ແຂວງ,ກັບອຳນາດປົກຄອງບ້ານໄດ້ມີການກະກຽມຄວາມພ້ອມ ເພື່ອປ່ອຍປາໃນວັນດັ່ງກ່າວເປັນຕົ້ນ ໄດ້ກຽມດ້ານງົບປະມານໃນການຈັດຊື້ລູກປາ ໂດຍໄດ້ມີການການລະດົມບັນດາພາກສ່ວນຕ່າງໆຂອງສັງຄົມ ເພື່ອສົມທົບທຶນ,ໄດ້ກະກຽມດ້ານສະຖານທີ່ ຈຸດປາກຂຸນລູງ ເພື່ອເປັນບ່ອນຈັດພິທີວັນປ່ອຍປ່າ,ໂດຍຈະໄດ້ຮັບເຊີນບັນດາການນໍາຂັ້ນແຂວງ, ເມືອງ,ບ້ານ ແລະ ພາກສ່ວນຕ່າງໆ ເຂົ້າ ຮ່ວມພິທີຢ່າງເປັນຂະບວນ,ເຊິ່ງພາຍຫລັງທີ່ປ່ອຍແລ້ວ ເພື່ອຈະເຮັດໃຫ້ມີຄວາມຍືນຍົງທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈະໄດ້ມີການສ້າງລະບຽບໃນການຄຸ້ມຄອງຢ່າງຮັດກຸມ ແລ້ວຈັດຕັ້ງການເຜີຍແຜ່ລະບຽບດັ່ງກ່າວໃຫ້ແກ່ປະຊາຊົນຮັບຮູ້ ເພື່ອພ້ອມກັນປະຕິບັດ ພ້ອມດຽວ ກັນນັ້ນກໍ່ຈະໄດ້ແຕ່ງຕັ້ງພະນັກງານເຄື່ອນໄຫວລາດຕະເວນຕາມສາຍນໍ້າ ຖ້າຫາກພົບເຫັນຈະໄດ້ປັບໃໜ,ຢຶດຂອງການພ້ອມສືກສາອົບຮົມໃຫ້ແກ່ຜູ້ກະທໍາຜິດຕາມກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ກົມກະຊວງກະສິກຳແລະປ່າໄມ້ວາງອອກ, ເພື່ອປ້ອງກັນການລັກລອບການຫາປາ ໂດຍການນໍາໃຊ້ເຄື່ອງມືແບບດັບສູນ ພ້ອມມີມາດຕະການຢ່າງເຄັ່ງຄັດຕໍ່ຜູ້ລະເມີດ.ເຊີ່ງໃນປີຜ່ານມາເມືອງໄດ້ປ່ອຍປາລູກປາ 35.000ໂຕ,ທົ່ວເມືອງມີວັງສະຫງວນ 9 ວັງສະຫງວນ ແລະ1ບຸ່ງຄື: ວັງສະຫງວນປາກຂຸນລູງ,ບ້ານ ເມືອງໃໜ່,ວັງສະຫງວນ ເຕວ ບ້ານຮົມ,ວັງສະຫງວນ ວັງຖໍ້າແຂ້ ບ້ານ ກາໂສມ,ວັງສະຫງວນ ຂຸມແຕ້ ບ້ານຮະລາງ,ວັງສະຫງວນ ຕາດຫົວຄົນບ້ານໜື່ນຫົວເມືອງ,ວັງສະຫງວນຕາດແຝດບ້ານໜື່ນຫົວເມືອງ,ວັງສະຫງວນຫີນສະໂງ່ນບ້ານໂສກຄໍາ,ວັງວະສະຫງວນຜາຫງໍາ ບ້ານສອກ,ວັງສະຫງວນຫົວດອນຄ່າບ້ານສີວີໄລແລະວັງສະຫງວນຫົວຊ້າງບຸ່ງບ້ານໂສກຄໍາ.
ທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສາມັກຄີໄຊຍັງໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າ,ກໍ່ຄືພະນັກ ງານພາກສ່ວນຕ່າງໆຕະຫລອດພໍ່ຄ້າຊາວຂາຍ,ບໍລິສັດພາຍໃນເມືອງສາມັກຄີໄຊ ຈົ່ງພ້ອມກັນອະນຸລັກຮັກສາ ສັດນ້ຳ-ສັດ ປ່າ ໂດຍສະເພາະສັດຫວງຫ້າມທີ່ໄກ້ຈະສູນພັນ,ເຊິ່ງປະຈຸບັນອາຫານໃນທຳມະ ຊາດ ກໍ່ຄືສັດນໍ້າ ແມ່ນນັບມື້ມີຈໍານວນລົດນ້ອຍຖອຍລົງ ສະນັ້ນຈິ່ງມີຄວາມຈໍາເປັນທີ່ສຸດໃນການເພີ່ມຈໍານວນສັດນໍ້າ ໂດຍການປ່ອຍປາທົດແທນຄືນສູ່ທໍາມະຊາດ ເພື່ອຄືນຄວາມອຸດົມສົມບູນຂອງທໍາມະຊາດ ແລະ ເປັນແຫຼ່ງອາຫານ ຫຼໍ່ລ້ຽງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ຂ່າວ: ວັດທະນາ
Loading...