ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ປອ. ຄຳແພງ ໄຊສົມແພງ , ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 4 ມິນາ 2022 ທີ່ກະຊວງອຸດສາຫະກໍາ ແລະການຄ້າ ກ່ຽວກັບການຄຸ້ມຄອງລາຄາສິນຄ້າໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ ຍ້ອນວ່າ ສປປ ລາວເປັນປະເທດນໍາເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100 ສ່ວນຮ້ອຍ ເຖິງວ່າປະຈຸບັນ ລາວມີໂຮງງານກັ່ນນໍ້າມັນໃນຂັ້ນຕອນສຸດທ້າຍໄດ້ເອງແລ້ວກໍຕາມ ແຕ່ວັດຖຸດິບກໍແມ່ນນ້ຳມັນທີ່ເກືອບສຳເລັດຮູບ ແລະທາດເຄມີທີ່ນໍາໃຊ້ເຂົ້າໃນຂະບວນການກັ່ນນໍ້າມັນເຊື້ອໄຟກໍຍັງຕ້ອງນໍາເຂົ້າຈາກຕ່າງປະເທດ 100 %ພຽງແຕ່ສາມາດປະຢັດ ຕົ້ນທຶນລົງ ໃນລະດັບຫນຶ່ງເທົ່ານັ້ນ.
ທ່ານ ປອ. ຄຳແພງ ໄຊສົມແພງ ໃຫ້ຮູ້ວ່າ: ລາຄານໍ້າມັນແມ່ນຖືກກໍານົດໂດຍກົນໄກລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເຊິ່ງການເໜັງຕີງຂຶ້ນຂອງລາຄານໍ້າເຊື້ອໄຟ ສົ່ງຜົນກະທົບຕໍ່ລາຄາຂາຍຍ່ອຍພາຍໃນປະເທດເຮົາ ຄືກັບບັນດາປະເທດທີ່ນຳເຂົ້ານ້ຳມັນ ຫລື ແມ່ນແຕ່ປະເທດທີ່ຜະລິດນໍ້າມັນເອງ. ພ້ອມດຽວກັນນັ້ນ,ລາຄາຂອງນໍ້າມັນຍັງຖືກກໍານົດດ້ວຍອັດຕາແລກປ່ຽນເພາະການນໍາເຂົ້າຕ້ອງໄດ້ຊື້ເປັນເງິນຕາຕ່າງປະເທດ.
ເວົ້າລວມແລ້ວການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟແມ່ນເປັນບັນຫາລວມຂອງໂລກໂດຍສະເພາະຂອງບັນດາປະເທດຜູ້ນໍາເຂົ້ານຳເຂົ້າລວມທັງ ສປປ ລາວ ຕ້ອງໄດ້ເພີ່ງພານ້ຳມັນເຊື້ອໄຟ ເຂົ້າໃນຂະບວນການຜະລິດ, ການຂົນສົ່ງສິນຄ້າ ແນ່ນອນວ່າ ລາຄານ້ຳມັນເຊື້ອໄຟຂຶ້ນ ກໍ່ເຮັດໃຫ້ຕົ້ນທຶນຂອງສິນຄ້າສູງຂຶ້ນເປັນເງົາຕາມໂຕ. .
ເລີ່ມແຕ່ຕົ້ນປີ 2022 ລາຄານໍ້າມັນເຊື້ອໄຟສໍາເລັດຮູບໃນຕະຫຼາດໂລກປັບຂຶ້ນສູງແຕ່ 90 – 110 $/ບາເຣວ ປັບສູງຂຶ້ນເປັນປະຫວັດການ ແລະ ມີທ່າອ່ຽງຈະປັບຂຶ້ນອີກ ຈາກປັດໄຈການປ່ຽນແປງສະພາບການຂອງໂລກໃນປະຈຸບັນ, ໂດຍສະເພາະ ການຟື້ນໂຕຂອງກຳລັງການຜະລິດ ພາຍຫລັງການແຜ່ລະບາດພະຍາດໂຄວິດ 19 ເລີ່ມຜ່ອນຄາຍ ແຕ່ປະລິມານ ການຜະລິດນ້ຳມັນເຊື້ອໄຟ ພັດບໍ່ ໄດ້ເພີ່ມຕາມຄວາມຕ້ອງການ ບວກທັງເຫດສົງຄາມທີ່ພວມຟົດເດຶອດ ລະຫວ່າງຣັດເຊຍ ແລະ ອູກຣາອິນ ເຮັດໃຫ້ມີການກັກຕຸນນ້ຳມັນໄວ້ໃຊ້ໃນຍາມສຸກເສີນ. ລາຄານໍ້າມັນເຊື້ອໄຟທົ່ວໂລກສູງຂຶ້ນ ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນໂດຍລາຄາຂາຍຍ່ອຍທີ່ເລີ່ມຈັດຕັ້ງປະຕິບັດຄັ້ງວັນທີ25 ກຸມພາ 2022 ຜ່ານມາເວົ້າສະເພາະຈຸດນະຄອນຫຼວງວຽງຈັນ: ລາຄານໍ້າມັນແອັດຊັງພິເສດແມ່ນ16.930 ກີບ/ລິດ, ລາຄານໍ້າມັນແອັດຊັງທໍາມະດາ14.950 ກີບ/ລິດແລະລາຄານໍ້າມັນກາຊວນແມ່ນ12.940 ກີບ/ລິດເຊີ່ງເປັນລາຄາທີ່ສູງສຸດໃນຮອບຫຼາຍປີ.ໂດຍອີງໃສ່ຂໍ້ມູນຕ່າງໆແລະການຕິດຕາມລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກແມ່ນຄາດວ່າລາຄານໍ້າມັນເຊື້ອໄຟຍັງຈະສືບຕໍ່ເໜັງຕີງສູງຂຶ້ນອີກ. ແນ່ນອນວ່າການປັບຂຶ້ນຂອງລາຄານໍ້າມັນເຊື້ອໄຟແມ່ນຈະສົ່ງຜົນກະທົບ ໃຫ້ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກສູງຂຶ້ນ.
ອີກດ້ານຫນຶ່ງ ນໍ້າມັນເຊື້ອໄຟກໍເປັນສິນຄ້ານໍາເຂົ້າຕົ້ນຕໍຂອງສປປລາວຫຼືກວມເອົາອັດຕາສ່ວນສຳຄັນຂອງການນໍາເຂົ້າທັງໝົດ, ສະເພາະປີ 2020 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5.064.425.360ໂດລາສະຫະລັດ ຫຼື ກວມ9,4% ແລະ 2021 5.887.331.437ໂດລາສະຫະລັດ ຫຼື ກວມ 10,2% ຂອງມູນຄ່າການນໍາເຂົ້າທັງໝົດ. ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່.ສາມາດເວົ້າໄດ້ວ່າການນໍາເຂົ້ານໍ້າມັນເຊື້ອໄຟເປັນໜຶ່ງໃນຊ່ອງທາງຂອງການໄຫຼອອກເງິນຕາຕ່າງປະເທດຢູູ່ສປປລາວ. ຍິ່ງມີການນໍາເຂົ້າຫຼາຍເທົ່າໃດຍິ່ງຕ້ອງການນໍາໃຊ້ເງິນຕາຫຼາຍຂຶ້ນ ແລະຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າແລະລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ.
ທ່ານ ປອ. ຄຳແພງ ໄຊສົມແພງ ໃຫ້ຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໄລຍະຜ່ານມາວ່າ: ລັດຖະບານໄດ້ສຸມຄວາມພະຍາຍາມຊອກວິທີທາງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຕະຫຼອດຮອດຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຈາກການເໜັງຕີງຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເປັນຕົ້ນແມ່ນນະໂຍບາຍຫັນເຂົ້າສູ່ການນໍາໃຊ້ພະລັງງານທົດແທນໂດຍສະເພາະນະໂຍບາຍສົ່ງເສີມການນໍາໃຊ້ພະລັງງານໄຟຟ້ານໍ້າຕົກທີ່ ສປປ ລາວ ມີທ່າແຮງເພື່ອຫຼຸດຜ່ອນການນໍາເຂົ້າ ລວມທັງປະກາດໃຊ້ນະໂຍບາຍສົ່ງເສີມການນໍາເຂົ້າ, ຊົມໃຊ້ພາຫະນະໄຟຟ້າ ແລະໄດ້ມີນະໂຍບາຍຕ່າງໆເພື່ອດຶງດູດການລົງທຶນຈາກຕ່າງປະເທດລົງທຶນເຂົ້າໃສ່ເຕັກໂນໂລຊີທີ່ນໍາໃຊ້ພະລັງງານໄຟຟ້ານໍ້າຕົກ, ພະລັງງານສະອາດ ແລະພະລັງງານທົດແທນອື່ນໆ. ພ້ອມນັ້ນ,ກໍຍັງລົງທຶນໃສ່ການສ້າງເສັ້ນທາງລົດໄຟຄວາມໄວສູງທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າ ເພື່ອເປັນທາງເລືອກໃນການຂົນສົ່ງສິນຄ້າ ແລະ ໂດຍສານທາງບົກ. ແຕ່ແນວໃດກໍຕາມ, ການຫັນປ່ຽນຈາກພາຫະນະທີ່ນໍາໃຊ້ນໍ້າມັນໄປສູ່ພາຫະຫະໄຟຟ້າແມ່ນຕ້ອງການເວລາ ແລະ ຂຶ້ນກັບຄວາມພ້ອມພໍສົມຄວນ ໃນແຕ່ລະອົງກອນແລະບຸກຄົນ.
ການແກ້ໄຂບັນຫາໃນສ່ວນທີ່ຕິດພັນກັບພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ ກໍໄດ້ເອົາໃຈໃສ່ຊີ້ນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງວຽງຈັນ ໃນນາມກອງເລຂາຄະນະຄຸ້ມຄອງສິນຄ້າ ແລະ ຄ່າບໍລິການຂັ້ນທ້ອງຖີ່ນ ເອົາໃຈໃສ່ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ແລະ ໃຫ້ມີການປັບລາຄານໍ້າມັນທຸກໆ 15 ວັນ ເພື່ອໃຫ້ການປັບຂຶ້ນ-ລົງລາຄານໍ້າມັນເຊື້ອໄຟພາຍໃນ ທັນກັບສະພາບການເໜັງຕີງ ຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ. ພ້ອມນັ້ນ, ກໍໄດ້ຍົກເລີກການເກັບຄັງແຮນໍ້າມັນເຊື້ອໄຟທຸກຊະນິດ.
ສະນັ້ນ, ເພື່ອຮັກສາລາຄານ້ຳມັນເຊື້ອໄຟບໍ່ໃຫ້ເໜັງຕີງສູງຂຶ້ນເກີນໄປທັ້ງນິ້ ກໍ່ເພື່ອຊ່ວຍສັງຄົມ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ການຂົນສົ່ງ, ອັດຕາເງິນເຟີ້ ກໍ່ຄືລາຄາສິນຄ້າ ໂດຍທົ່ວໄປ, ການດຳລົງຊີວິດ ຂອງປະຊາຊົນ ແລະ ເພື່ອຊ່ວຍ ຊ່ວຍປະຄັບປະຄອງພາກທຸລະກິດ ໃຫ້ສາມາດລອດພົ້ນ ແລະ ຜ່ານມາວິກິດການໃນຄັ້ງນີ້.ດັ່ງນັ້ນ, ໃນມື້ນີ້ກະຊວງອຸດສາຫະກໍາແລະການຄ້າຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືກັບຂະແໜງການກ່ຽວຂ້ອງເຊັ່ນ: ກໍາມາທິການເສດຖະກິດ,ເຕັກໂນໂລຊີແລະສິ່ງແວດລ້ອມສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການແລະການລົງທຶນ, ກະຊວງໂຍທາທິການແລະຂົນສົ່ງ, ທະນາຄານແຫ່ງສປປລາວ ແລະສະມາຄົມນໍ້າມັນເຊື້ອໄຟ ເພື່ອຊອກຫາວິທີທາງອອກ ກ່ຽວກັບ ການຄຸ້ມຄອງລາຄາສິນຄ້າ ໃນສະພາບລາຄານ້ຳມັນເຊື້ອໄຟ ເຫນັງຕີງຂຶ້ນສູງ ຊຶ່ງຜົນຂອງກອງປະຊຸມຄັ້ງນີ້ ສັງລວມຫຍໍ້ ໄດ້ດັ່ງນີ້:
1. ການປັບບາງອົງປະກອບ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.
2. ການສ້າງນິຕິກຳລຸ່ມກົດໝາຍ ເພື່ອເປົ້າໝາຍຈະອັດຊ່ອງຫວ່າງທາງດ້ານນິຕິກໍາ ເພື່ອເຮັດໃຫ້ການເກັບລາຍຮັບມີປະສິດທິພາບເພີ່ມຂຶ້ນ ແລະ ເພື່ອອຳນວຍຄວາມສະດວກກວ່າເກົ່າ ໃຫ້ແກ່ຜູ້ປະກອບການ ເຊັ່ນ: ຫຼຸດນໍາໃຊ້ ບ 88 ແລະ ປັບໃຫ້ອຳນວຍຄວາມສະດວກດ້ານການປະກອບເອກະສານຕ່າງໆ ໃນການນໍາເຂົ້າ ແລະ ເຄື່ອນຍ້າຍພາຍໃນ ເພື່ອຫຼຸດຜ່ອນຕົ້ນທຶນທີ່ບໍ່ຈຳເປັນ.
3. ການກໍານົດລາຄາເພດານນໍ້າມັນເຊື້ອໄຟຄືນໃໝ່ເນື່ອງຈາກລາຄານໍ້າມັນເຊື້ອໄຟປະຈຸບັນແມ່ນມີລາຄາສູງກວ່າລາຄາເພດານ ທີ່ລັດກໍານົດ (ປີ 2011 ໄດ້ກໍານົດລາຄາເພດານ ອຊ ທໍາມະດາ 11.000 ກີບ/ລິດ ແລະ ກາຊວນ 10.000 ກີບ/ລິດ ເພື່ອເປັນມາດຕະຖານໃນການດັດປັບລາຄາແຊກແຊງ); ເຊີ່ງຜ່ານມາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາໃຊ້ການເພີ່ມ ຫຼື ຫຼຸດ ຄັງແຮ, ແຕ່ປະຈຸບັນຄັງແຮດັ່ງກ່າວ ແມ່ນ ເຫຼືອ 0 ກີບ/ລິດ.
4. ການຄຸ້ມຄອງການສະໜອງເງິນຕາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ເຂົ້າສູ່ລະບົບ ແລະ ເປັນປົກກະຕິ, ມີການຂື້ນແຜນ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂໃຫ້ບັນດາບໍລິສັດ ມີສະພາບຄ່ອງຕົວ ແລະ ເຂົ້າເຖິງເງິນຕາ ໃນລະດັບທີ່ແນ່ນອນ
5. ວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ສະບັບເລກທີ 71/ນຍ ທີ່ປະກອບດ້ວຍບັນດາຂະແໜງການ ທີ່ກ່ຽວຂ້ອງ ເພື່ອຮັບຜິດຊອບ ແລະ ມີໜ້າທີ່ໃນການຄຸ້ມຄອງ ແລະ ຄິດໄລ່ໂຄງປະກອບລາຄາສິນຄ້າ ປະເພດເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ໄກ່, ປາ, ພືດຜັກ, ສິນຄ້າອຸປະໂພກ-ບໍລິໂພກ ກໍຄື ສິນຄ້າທົ່ວໄປທີ່ມີຜົນກະທົບໄວ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຕ້ອງໄດ້ເອົາໃຈໃສ່ ວາງມາດຕະການກຳນົດໃຫ້ໄປຕາມກົນໄກຂອງຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ ໝາຍຄວາມວ່າ ສິນຄ້າທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດພື້ນຖານ, ຕ້ອງໄດ້ມີການຄວບຄຸມ, ຄູ້ມຄອງ ແລະ ຕິດຕາມຢ່າງໃກ້ສິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ຂື້ນລາຄາຕາມລຳພັງ ຫຼື ຂຶ້ນລາຄາເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນຄ້ານັ້ນຕ້ອງສະທ້ອນໃຫ້ເຫັນ ໂຄງສ້າງລາຄາ ກໍຄື ຕົ້ນທຶນຈະແຈ້ງ ແລະ ສ່ວນຕ່າງກໍຄືກຳໄລທີ່ເໝາະສົມຕາມລະບຽບການທີ່ກຳນົດໄວ້.
6. ການອະທິບາຍ ຫຼື ຊີ້ແຈງ ການເໜັງຕີຂອງລາຄາ ສິນຄ້າ ແລະ ນໍ້າມັນເຊື້ອໄຟ ເພື່ອສັງຄົມຮັບຮູ້ ແລະ ເຂົ້າໃຈ ໃຫ້ໄດ້ຮັບການຈັດຕັ້ງເປັນປົກກະຕິ ໂດຍສື່ສານຂໍ້ມູນລາຍລະອຽດທີ່ຈຳເປັນ ທີ່ປະຊາຊົນສາມາດເຂົ້າໃຈ ສະຖານນະການ, ຄວາມຫຍຸ້ງຍາກຕ່າງໆທີ່ເກີດຂື້ນ.
ທ່ານ ປອ. ຄຳແພງ ໄຊສົມແພງ , ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສະຕິ, ໃນສະພາບຄວາມຫຍູ້ງຍາກຄືໃຈປະຈຸບັນ ຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ, ພ້ອມທັງຕິດຕາມສະພາບການຢ່າງໃກ້ສິດ. ພ້ອມນີ້ ຕ້ອງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນໃນຍາມເຂົ້າຍາກຫມາກແພງ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະຫຼືຖ້າມີເງື່ອນໄຂແມ່ນຫັນໄປໃຊ້ຍານພາຫະນະທາງເລືອກເພາະພວກເຮົາຮັບຮູ້ນໍາກັນວ່ານໍ້າມັນເຊື້ອໄຟແມ່ນພະລັງງານທີ່ບໍ່ເປັນມິດກັບສິ່ງແວດລ້ອມ ເພາະປ່ອຍມົນລະພິດເຂົ້າສູ່ອາກາດ ແລະ ບໍ່ຍືນຍົງ ແລະ ມີຢູ່ຢ່າງຈຳກັດ.ປະຈຸບັນຫຼາຍໆປະເທດແລະອົງການຈັດຕັ້ງສາກົນກຳລັງສົ່ງເສີມໃຫ້ຫຼຸດຜ່ອນການຊົມໃຊ້ນໍ້າມັນເຊື້ອໄຟໂດຍໃຫ້ສິດທິພິເສດທາງດ້ານການຄ້າ, ຍົກເວັ້ນພາສີນໍາເຂົ້າສິນຄ້າ, ການເຂົ້າເຖິງກອງທຶນ ແລະ ອື່ນໆ; ສະນັ້ນ, ພວກເຮົາທັງໝົດກໍຕ້ອງໄດ້ເລີ່ມຫັນເຂົ້າສູ່ທິດທາງແລະທ່າອ່ຽງຂອງສາກົນຄ່ອຍໆຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟລົງເທື່ອລະກ້າວ ແລະຫັນໄປສູ່ການຊົມໃຊ້ພະລັງງານສະອາດນັ້ບມື້ຫຼາຍຂຶ້ນ, ເຂົ້າຮ່ວມໃນຂະບວນການພັດທະນາແລະການດໍາລົງຊີວິດແບບຍືນຍົງ,ສົ່ງເສີມການຜະລິດສະອາດຕາມທິດສີຂຽວໂດຍນຳໃຊ້ພະລັງງານທາງເລືຶອກອື່ນທີ່ຍືນຍົງ.
ພ້ອມດຽວກັນນີ້, ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະກັກຕຸນສິນຄ້າກໍຄືນໍ້າມັນເຊື້ອໄຟເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນແລະຫຼາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ມາພ້ອມກັບໂຄວິດ-19. ສະນັ້ນ, ທຸກຄົນແລະທຸກພາກສ່ວນຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້. ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າທ່ານສາມາດໂທແຈ້ງສາຍດ່ວນ 1510 ແລະເວັບໄຊປົກປ້ອງຜູ້ຊົມໃຊ້WWW.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດຕາມກົດໝາຍແລະລະບຽບການ.