ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນບ່າຍ ວັນທີ 20 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ ແລະ ອົງການທຽບເທົ່າ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ; ມີບັນ ດາທ່ານ ລັດຖະມົນຕີ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂອງກະຊວງ ແລະ ອົງການທຽບເທົ່າ ທີ່ເຂົ້າຮ່ວມ.
ການປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ກໍ່ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ສອດ ຄ່ອງກັບທິດກະທັດຮັດ, ເບົາບາງ, ສົມ ເຫດສົມຜົນ, ໂປ່ງໃສ ແລະ ມີຄຸນນະພາບ, ຕອບສະໜອງໄດ້ ແນວທາງນະໂຍບາຍຂອງພັກ, ລັດຖະບານ ແລະ ການຂະຫຍາຍຕົວດ້ານເສດຖະ ກິດ- ສັງຄົມ ໃນແຕ່ລະໄລຍະ, ທັງປະຢັດງົບປະມານ ແລະ ບຸກຄະລາກອນ; ແກ້ໄຂການຊໍ້າຊ້ອນດ້ານ ການຈັດຕັ້ງ, ພາລະບົດບາດ ແລະ ກົງຈັກໃຫຍ່ໂຕ, ມີຫຼາຍຂັ້ນຂອດບໍລິຫານ ແລະ ສາຍງານທີ່ບໍ່ຈໍາເປັນ; ເຮັດໃຫ້ການເຄື່ອນໄຫວວຽກງານ ມີຄວາມທັນສະໄໝ, ຫັນກຸ້ມຕົນເອງ ທາງດ້ານງົບປະມານ, ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ; ກົນໄກການປະສານງານວ່ອງໄວ, ກົມກຽວ ແລະ ໂລ່ງລ່ຽນ ແຕ່ສູນກາງຮອດທ້ອງຖິ່ນ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ ແລະ ອົງການທຽບເທົ່າ ຈາກທ່ານລັດຖະມົນຕີ ກະຊວງພາຍໃນ. ຫຼັງຈາກນັ້ນ ຜູ້ຕາງໜ້າ ບັນດາກະຊວງ ແລະ ອົງການທຽບເທົ່າ ໄດ້ມີຄຳເຫັນນຳສະເໜີ ສະພາບການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງການຕົນ ໂດຍສະເພາະ ຄວາມຄືບໜ້າ, ເຫດຜົນ ໃນການຍຸບ ຫຼື ຂະຫຍາຍກົງຈັກການຈັດຕັ້ງ, ລວມທັງ ທິດທາງແຜນການສືບຕໍ່ໃນຕໍ່ໜ້າ ແລະ ບາງບັນຫາ ທີ່ສະເໜີຂໍຄວາມເປັນເອກະພາບ ຈາກກອງປະຊຸມ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບສັງລວມເນື້ອໃນ ຂອງກອງປະຊຸມ ແລະ ເນັ້ນໜັກຕື່ມບາງບັນຫາ ເປັນຕົ້ນ ຄະນະພັກ, ຄະນະນຳ ແຕ່ລະຂະແໜງການ ຖືເອົາວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານບຸລິມະສິດໜຶ່ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍເພີ່ມທະວີຄວາມຮັບຜິດຊອບສູງ ໃນການປັບປຸງ ໃຫ້ສຳເລັດຕາມກຳນົດເວລາ, ທັງຮັບປະກັນການກຳນົດພາລະບົດບາດ ມີຄວາມຊັດເຈນ, ເຮັດກຸມ, ເຫັນໄດ້ກົງຈັກຫຼັກ ແລະ ກົງຈັກໜູນ ຢ່າງຈະແຈ້ງ, ສອດຄ່ອງ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງ; ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃນເວລາການດໍາເນີນການປັບປຸງ ເພື່ອເຮັດໃຫ້ເຂົາເຈົ້າເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ເພື່ອພ້ອມກັນເປັນເຈົ້າການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ; ຮັບປະກັນໄດ້ຄວາມສະຫງົບ, ວຽກງານເຄື່ອນໄຫວເປັນປົກກະຕິ, ຮັດແໜ້ນຄວາມສາມັກຄີເປັນປຶກແຜນ ແລະ ເປັນເອກະພາບ, ພາຍຫຼັງການປັບປຸງແລ້ວ ໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ; ໃຫ້ກະຊວງ-ອົງການ ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການປັບປຸງກົງຈັກການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນ ໃນນັ້ນ ໃຫ້ກະຊວງພາຍໃນ ເປັນໃຈກາງປະສານງານ, ຕິດຕາມ ແລະ ຊຸກຍູ້, ຊຶ່ງການປັບປຸງ ໃຫ້ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ ແລະ ສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ