ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ວັນທີ 13 ຕຸລາ 2021 ນີ້, ຢູ່ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການແບ່ງຄວາມຮັບຜິດຊອບການຄຸ້ມຄອງປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງປ້ອງກັນປະເທດ ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກົມທີ່ກ່ຽວຂ້ອງຂອງສອງກະຊວງ ແລະ ຫ້ອງວ່າການສຳນັກງານນາຍົກ, ຕະຫຼອດຮອດຜູ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກຂັ້ນສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ສອງກະຊວງໄດ້ຜັດປ່ຽນກັນຂຶ້ນນຳສະເໜີສະພາບລວມ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ໃນການຄຸ້ມຄອງ ແລະ ການສະກັດກັ້ນການບຸກລຸກປ່າສະຫງວນແຫ່ງຊາດພູພະນັງ-ພູເຂົາຄວາຍໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ກໍໄດ້ຜ່ານຮ່າງບົດບັນທຶກການແບ່ງຄວາມຮັບຜິດຊອບລະຫວ່າງ 2 ກະຊວງ ແລະ ພ້ອມກັນປຶກສາຫາລື, ມີຄຳເຫັນໃສ່ຮ່າງບົດບັນທຶກໃຫ້ມີເນື້ອໃນລະອຽດ ແລະ ຖືກຕ້ອງກັບໜ້າທີ່ບົດບາດຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງປ່າສະຫງວນສອງແຫ່ງດັ່ງກ່າວໃຫ້ເປັນເອກະພາບກັນ ເພຶ່ອໃຫ້ຖືກຕ້ອງຕາມລະບຽບການ ແລະ ເປັນການຍົກສູງ ປະສິດທິຜົນໃນການຄຸ້ມຄອງ ແລະປົກປັກຮັກສາ ປ່າໄມ້ໃນເຂດດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.