ໃນຕອນບ່າຍວັນທີ 24 ສິງຫາ 2022 ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະການລົງທຶນເມືອງລະ ຄອນເພັງ ໄດ້ມີກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການຈັດພິທີປະກາດຮັບຮອງ 2 ຫ້ອງການ ແລະ 5 ບ້ານຕົວແບບວັດທະນະທໍາ ໂດຍການເປັນປະທານ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ມີທ່ານ ບຸນຈັນ ບາງທອງ ຫົວໜ້າຫ້ອງການ ຖວທ ເມືອງ, ຕາງໜ້າ 2 ຫ້ອງການ,ນາຍບ້ານ 5 ບ້ານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊິ່ງໃນກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງເລກທີ 198/ຈມ.ລພ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະກົງຈັກຊ່ວຍວຽກ ຈັດພິທີປະກາດຫ້ອງການ ແລະບ້ານຕົວແບບວັດທະນະທໍາ ພ້ອມທັງ, ຄົ້ນຄ້ວາປຶກສາຫາລື ໃນຫຼາຍບັນຫາສໍາຄັນ ເປັນຕົ້ນ: ການກໍານົດວັນເວລາ, ສະຖານທີ່, ຮູບແບບພິທີການ, ງົບປະມານຮັບໃຊ້, ການແບ່ງວຽກ-ມອບຄວາມຮັບຜິດຊອບ ແລະອື່ນໆທີ່ກ່ຽວຂ້ອງ. ໂດຍຜ່ານການຄົ້ນຄວ້າປຶກສາຫາລື ເບື້ອງຕົ້ນໄດ້ເປັນເອກະພາບ ກໍານົດເອົາວັນທີ 12 ກັນຍາ 2022 ເປັນມື້ຈັດພິທີປະກາດ, ຈັດຢູ່ຈຸດດຽວທີ່ຫ້ອງປະຊຸມຫ້ອງການແຜນການ ແລະການລົງທຶນເມືອງດຽວດ້ວຍຮູບແບບກະທັດຮັດມີເນື້ອໃນຄົບຖ້ວນ; ມອບໃຫ້ແຜນການ ແລະການລົງທຶນເມືອງ ແລະຫ້ອງການອຸດສະຫະກໍາ ແລະການຄ້າເມືອງ ເປັນເຈົ້າພາບຫຼັກ ໂດຍມີ 5 ບ້ານຄື: ບ້ານ ນາທຶນເໜືອ, ບ້ານດອນໝາກເກືອ, ບ້ານ ໜອງນົກຂຽນ, ບ້ານາກະເດົາ ແລະບ້ານໂນນແສນພັນເປັນເຈົ້າພາບ. ສ່ວນດ້ານງົບປະມານຮັບໃຊ້ຕ່າງໆແມ່ນໃຫ້ຫ້ອງການ ແລະບ້ານເຈົ້າພາບ ສົມທົບກັນ ບົນຈິດໃຈປະຢັດມັດທະຍັດ ແລະສົມເຫດສົມຜົນ; ມອບຄວາມຮັບຊອບໃຫ້ 2 ຫ້ອງການແຜນການ ແລະການລົງທຶນເມືອງ ແລະຫ້ອງການອຸດສະຫະກໍາ ແລະການຄ້າເມືອງ ກະກຽມປະດັບປະດາ, ອະນາໄມອາຄານສະຖານທີ ໃຫ້ມີຄວາມສະອາດຈົບງາມ…


