ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VIII ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ (ສນ​ຊ) ໂດຍການເປັນປະທານຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນ​ຊ ແລະ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສຳພັນລາວ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທຸກພາກສ່ວນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອລາຍງານຄວາມພ້ອມການກະກຽມໃຫ້ແກ່ການດຳເນີນກອງປະຊຸມດັ່ງກ່າວ ຊຶ່ງສະເໜີໂດຍ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ຄຳສະເໜີຕ່າງໆໃສ່ ແລະ ສາມາດສະຫຼຸບໄດ້ວ່າ: ມາຮອດປັດຈຸບັນ ການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VIII ອົງການພຸດທະສາສະໜາສຳພັນລາວແມ່ນມີຄວາມພ້ອມແລ້ວ, ຍັງແຕ່ລໍຖ້າການອະນຸມັດຈາກຄະນະໜ່ວຍສະເພາະກິດລະດັບຊາດ ເພື່ອຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຂໍ້ຕົກລົງອະນຸມັດເປີດກອງປະຊຸມ.
(ຂ່າວ-ພາບ: ສນ​ຊ)
Loading...