ກອງປະຊຸມປຶກສາຫາລືເຂົ້າໃສ່ປື້ມປະຫວັດສາດຂອງແຂວງຈໍາປາສັກ ຈັດຂຶ້ນທີ່ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນຕອນເຊົ້າວັນທີ 30 ສິງຫາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍວິຊາການກ່ຽວຂ້ອງຂອງຄະນະໂຄສະນາອົບຮົມແຂວງ, ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງເຂົ້າຮ່ວມ.
ທ່ານ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກາວວ່າ: ກອງປະຊຸມປຶກສາຫາລືຄັ້ງນີ້, ເພື່ອລະດົມແນວຄວາມຄິດ, ຄຳເຫັນທີ່ເປັນປະໂຫຍດເຂົ້າໃສ່ປະຫວັດສາດຂອງແຂວງຈຳປາສັກໃຫ້ມີເນື້ອໃນຄົບຖ້ວນ,ອຸດົມສົມບູນ ຕາມທິດຊີ້ນຳຂອງເລຂາພັກແຂວງ,ເຈົ້າແຂວງຈຳປາສັກ.ຈາກມີຄຳເຫັນທາງດ້ານເນຶ້ອໃນກໍໄດ້ພ້ອມກັນວາງແຜນໃນການເຄື່ອນໄຫວຖ່າຍພາບເປັນຕົ້ນ ພາບມູມສູງຂອງບັນດາເມືອງ,ນະຄອນປາກເຊ ທີ່ຍັງບໍ່ທັນມີ ແລະ ພາບທີ່ເປັນເອກກະລັກພົ້ນເດັ່ນສ່ອງສະພາບປະຫວັດສາດ ຂອງທ້ອງຖິ່ນຕື່ມອີກ. ເຊິ່ງການເຄື່ອນໄຫວຖ່າຍພາບ ໄດ້ມອບຄວາມຮັບຜິດຊອບໃຫ້ພະແນກ ຖວທ ເລີ່ມແຕ່ວັນທີ 31 ສິງຫາ ເປັນຕົ້ນໄປ, ເພື່ອເກັບກໍາລວບລວມ ເປັນຂໍ້ມູນຢັ້ງຢືນທີ່ຈະແຈ້ງຄົບຖ້ວນ ອຸດົມສົມບູນ ເອກອ້າງທະນົງໃຈຕໍ່ນັກທ່ອງທ່ຽວທີ່ເຂົ້າທ່ອງທ່ຽວແຂວງຈຳປາສັກ ແລະ ເພື່ອເປັນບ່ອນອີງໃຫ້ຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄ້ວາ ໃນຂັ້ນຕໍ່ໄປ.
ເກດສະໜາ


